ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-11 17:55:01    
ຈີນ​ຍຶດໝັ້ນປະຢັດ​ພະ​ລັງ​ງານ​ແລະ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ

cri

ທີ່​ນີ້, ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ​ໃນ​ກອງ​ປະຊຸມ​ສອງ​ສະພາ​ປີ​ນີ້, ​ເຮັດ​ແນວ​ໃດ​ຈິ່ງ​ຈະ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ, ​ເຮັດ​ໃຫ້​ອາກາດ​ສະອາດສົດ​ໃສ, ຟ້າ​ປອດ​ໂປ່​ງແລະ​ນ້ຳ​ໃສ​ສະອາດກວ່າ​ເກົ່າ, ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ທີ່​ຜູ້​ແທນ​ແລະ​ກຳມະການ​ທີ່​ຮ່ວມ​ປະຊຸມ​ເອົາ​ໃຈ​ໃສ່​ນຳອີກ​ເທື່ອ​ໜຶ່ງ.

ທ່ານ​ວາງ​ຊີ ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແມ່ນ​ນັກ​ນິຕິສາດດ້ານ​ສິ່ງ​ແວດ​ລ້ອມ, ທ່ານ​ໄດ້​ເອົາ​ໃຈ​ໃສ່​ນຳ​ຜົນ​ການ​ຄືບ​ໜ້າດ້ານ​ການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດຂອງ​ຈີນ​ຕະຫຼອດ​ມາ. ທ່ານ​ບອກ​ນັກ​ຂ່າວ​ວ່າ:

ປະ​ຈຸບັນ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນລ້ວນ​ແຕ່​ໄດ້​ປະຕິບັດ​ມາດ​ຕະການ​ປະຢັດ​ພະລັງງານ​ແລະ​ຫຼຸ​ດການ​ລະບາຍມົນ​ລະ​ພິດ​ຢ່າງ​ຕັ້ງໜ້າ. ປີ2007, ປະລິມານສິ້ນ​ເປືອງ​ພະລັງງານ​ຕໍ່ຫົວໜ່ວຍGDP​ແລະ​ປະລິມານ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ຕົ້ນຕໍ​ຂອງ​ຈີນ​ລ້ວນ​ແຕ່​ໄດ້​ຫຼຸດໜ້ອຍ​ລົງ. ທັງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ນະ​ໂຍບາຍ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍມົນ​ລະ​ພິດ​ຂອງ​ຈີນ​ໄດ້ຮັບ​ຜົນ​ຕົວ​ຈິງ​ແລ້ວ.

ຈີນ​ໄດ້​ຈັດ​ໃຫ້ມີ​ການ​ເຄື່ອນ​ໄຫວ​ປະຢັດ​ພະລັງງານ​, ​ຫຼຸດ​ການ​ລະບາຍມົນ​ລະ​ພິດ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ມາ​​ໄດ້​ດົນ​​ແລ້ວ. ລັດຖະບານ​ຈີນ​ໄດ້​ຈັດ​ວາງ​ວຽກ​ງານ​ໃນ​ດ້ານ​ນີ້ຢ່າງຮອບ​ດ້ານ. ດ້ານ​ໜຶ່ງ, ​ໄດ້​ສະກັດ​ກັ້ນ​ການ​ພັດທະນາ​ຂະ​​ແໜງ​ການ​ທີ່​ສິ້ນເປືອງ​ພະລັງງານ​ຫຼາຍ​ແລະ​ລະບາຍ​ມົນ​ລະ​ພິດ​ຫຼາຍ. ອີກ​ດ້ານ​ໜຶ່ງ, ​ໄດ້​ເພີ່ມ​ຄວາມ​ແຮງ​ໃນ​ດ້ານສັ່ງ​ປິດ​ຂະ​ແໜງ​ການ​ຜະລິດ​ທີ່​ຫຼ້າ​ຫຼັງ. ​ໃນ​ຂະນະ​ດຽວ​ກັນ​ນັ້ນ, ຈີນ​ຍັງ​ໄດ້​ປະຕິບັດ​ນະ​ໂຍບາຍ​ດ້ານ​ລາຄາ, ພາສີ​ແລະ​ການ​ເງິນ​ທີ່​ມີ​ຜົນ​ດີ​ຕໍ່​ການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍມົນ​ລະ​ພິດ, ວາງ​ກົດໝາຍ​ປະຢັດ​ພະລັງງານ, ​ແລະ​ເພີ່ມ​ຄວາມ​ແຮງ​ໃນການ​ກວດກາ​ການ​ປະຕິບັດ​ກົດໝາຍ.

ອົງການ​ການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆ​ກໍ່​ໄດ້​ຈັດ​ເອົາ​ການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການລະ​ບາຍ​ມົນ​ລະ​ພິດ​ເປັນ​ວຽກ​ງານ​ສຳຄັນ. ອຸດສາຫະກຳ​ຂອງ​ແຂວງ​ກ່າ​ນຊູ້ ທາງ​ພາກ​ຕາ​ເວັນ​ຕົກສ​ຽງ​ເໜືອ​ຈີນ​ໄດ້​ຖື​ອຸດສາຫະກຳ​ພະລັງງານ​ແລະ​ວັດຖຸ​ດິບ​​ເປັນ​ຕົ້ນ​ຕໍ, ທ່ານ​ຊູ້​ໂສ​ວ​ເຊິ້ງ ຜູ້​ແທນສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ເຈົ້າ​ແຂວງ​ແຂວງ​ກ່ານ​ຊູ້​ກ່າວ​ວ່າ,

ພວກ​ຂ້າພະ​ເຈົ້າ​ໄດ້​ເພີ່ມ​ທະວີ​ການສັ່ງປິດ​ວິ​ສາ​ຫະກິ​ດທີ່​ລະບາຍ​ມົນ​ລະ​ພິດ​ຫຼາຍ​ແລະ​ສິ້ນ​ເປືອງ​ພະລັງງານ​ຫຼາຍ. ພວກ​ຂ້າພະ​ເຈົ້າ​ໄດ້​ປິດ​ໂຮງງານ​ຜະລິດ​ເຈ້ຍ​ຂະໜາດ​ນ້ອຍ ​ໂຮງງານ​ຜະລິດ​ໂລຫະ​ປະສົມ​ເຫຼັກ​ຂະໜາດ​ນ້ອຍ, ພ້ອມ​ກັນ​ນັ້ນ​ຍັງ​ໄດ້​ປິດ​ບໍ່​ຖ່ານ​ຫີນ​ນ້ອຍ1300ກວ່າ​ແຫ່ງ​ທີ່​ບໍ່​ມີ​ເງື່ອນ​ໄຂ​ການ​ຜະລິດ​ຢ່າງ​ປອດ​ໄພ.

ທ່ານຫຼີ​ຢົງລຽງ​ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແມ່ນ​ຮອງ​ປະທານ​ກຸ່ມບໍ​ລິສັດ​ສີ​ຈື່​ລາງ​ກວາງ​ຕຸ້ງ​ຈຳກັດ, ທ່ານ​​ແນະນຳ​ວ່າ, ວິ​ສາ​ຫະກິດ​ສີ​ຈື່​ລາງ​ໄດ້​ເປັນ​​ເຈົ້າ​ການ​ເຂົ້າຮ່ວມຖັນ​​ແຖວ​ປະ​ຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍມົນ​ລະ​ພິດ​ມາ​ດົນ​ແລ້ວ. ທ່ານ​ກ່າວ​ວ່າ, ​​​ເຖິງວ່າ​ວິ​ສາ​ຫະກິດ​ອາຫານ​ຕ່າງ​​ກັບ​ບໍ່​ຖ່ານ​ຫີນ​ແລະ​ໂຮງ​ຜະລິດ​ໄຟຟ້າ​ດ້ວຍ​ຖ່ານ​ຫີນ, ​ແຕ່ເມື່ອ2ປີ​ກ່ອນ​ພວກ​ຂ້າພະ​ເຈົ້າ​ກໍ່​ໄດ້​ເຮັດ​ວຽກ​ນີ້​​ແລ້ວ. ​​ແຕ່​ກ່ອນ​ໂຮງງານຂອງ​ພວກ​ເຮົາໃຊ້​ນ້ຳຫຼາຍ,​ເພື່ອ​ລ້າງ​ເຄື່ອງ​ຈັກຕ່າງໆ. ​ແຕ່​ເມື່ອ​ປັບປຸງ​ດ້ວຍ​ເຕັກນິກ​ແລ້ວ, ​ໄດ້​ໃຊ້​ນ້ຳໜ້ອຍ​ລົງ, ​ແລະ​​ໄດ້ ​ລະບາຍ​ນ້ຳ​ໂສ​ໂຄກ​​ໜ້ອຍ​ລົງ.

ແນວ​ຄິດປະຢັດ​ພະລັງງານ​​ໄດ້​ຊຶມເລິກ​ເຂົ້າ​ໃນ​ໃຈ​ຂອງ​ສາມັນ​ຊົນ​ຈີນ​ທຸກຄົນ.ປີ​ກາຍ​ນີ້,​ນາງ​ຈ້າວ​ອິງຊຸ່ນ ຊາວ​ປັກ​ກິ່ງ​​​ໄດ້​ເຂົ້າຮ່ວມ"ກິດຈະກຳປະຢັດ​ພະລັງງານ​ແລະຫຼຸດ​ການ​ລະບາຍມົນ​ລະ​ພິດ​ທົ່ວ​ປວງ​ຊົນ",​ໄດ້​ຮຽນຮູ້​ກ່ຽວ​ກັບ​ ​ຄວາມ​ຮັບ​ຮູ້​ປະຢັດ​ພະລັງງານບໍ​ໜ້ອຍ.ປັດ​ຈຸ​ບັນ,ນາງ​ໄດ້​​ປະຢັດ​ພະລັງງານ​ໃນ​ຊີວິດ​ການ​ເປັນ​ຢູ່ຈົນ​ເປັນນິດ​ໄສ​ແລ້ວ.

ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມກັນ​ຂອງ​ທົ່ວ​ສັງຄົມ,ປະສິດທິ​ຜົນ​​ໃນ​ດ້ານ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍມົນ​ລະ​ພິດ​ຂອງ​ຈີນ​ໄດ້​ສະ​ແດງ​ອອກ​​ໃຫ້​ເຫັນ​ເລື້ອຍໆ.ປີ2007, ການ​ສິ້ນ​ເປືອງ​ພະລັງງານ​ຕໍ່​ແຕ່​ລະ​ຫົວໜ່ວຍGDP​ໃນທົ່ວ​ປະ​ເທດ​ໄດ້​ຫຼຸດ​ລົງ3,27%.ປະລິມານທີ່​ລະບາຍ​ຊຸນ​ເຟີ​ດີ​ອອກ​ຊິດແລະ​ອັອກຊີ​ແຊນທີ່​ເຄມີ​ຕ້ອງ​ການຕ່າງຫຼຸດ​ລົງ4,66%​ແລະ3,14%, ຫຼຸດ​ລົງທັງ​ສອງ​ດ້ານ​ເປັນ​ເທື່ອ​ທຳ​ອິດ.

ຄວາມ​ພະຍາຍາມ​​ຫຼຸດ​ການ​ລະບາຍມົນ​ລະ​ພິດໄດ້​​ເຮັດ​ໃຫ້​ອາກາດ​ສົດ​ໃສ​ຂຶ້ນ​ເຊັ່ນ​ຍົກ​ເອົາປັກ​ກິ່ງ​ເປັນ​ຕົວຢ່າງ,ມື້​ທີ່​ທ້ອງຟ້າ​ປອດ​ໂປ່​ງ,​ໃນ​ປີ1998,ມີ​ແຕ່100ມື້​ປີ​ກາຍ​ນີ້​ໄດ້​​ເພີ່ມ​ຂຶ້ນ​ຮອດ246ມື້.

ໃນ​ບົດ​ລາຍ​ງານ​ວຽກ​ລັດຖະບານ​ຂອງ​ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ທີ່​ກ່າວ​ໃນ​ພິທີ​ໄຂ​ກອງ​ປະ​ຂຸມ​ປະຈຳ​ປີ​ຂອງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ນີ້,ຍິ່ງ​ຊີ້​ອອກຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ10​ວິທີ​ທີ່​​ໄດ້​ຜົນ​ໃກນານຊຸກຍູ້​ການປະຢັດ​ພະລັງງານ​ແລະ​ຫຼຸດການ​ລະບາຍ​ມົນ​ລະ​ພິດ.ຄື:ສ້າງສາ​ກົນ​ໄກ​​ໂຮງງານ​ທີ່​ມີຄວາມ​ສາມາດ​ຜະລິດ​ຫຼ້າ​ຫຼັງ,​​ເອົາ​ໃຈ​ໃສ່​ນຳການ​ປະຢັດ​ພະລັງງານ​ຂອງວິສາ​ຫະຫິດ​ສຳຄັນ​ແລະ​ສ້າງໂຄງການ​ສຳຄັນ​ໃຫ້​ດີ,ບຸກ​ເບີກ​ແລະ​​ເຜີຍ​ແຜ່​ເຕັກນິກ​ກ້າວໜ້າ​ໃນ​ການປະຢັດ​ພະລັງ​ງານ​ແລະ​ຫຼຸດການ​ລະບາຍມົນ​ລະ​ພິດແກ້ວ.​