ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-12 10:58:21    
ລາຍການ​ພິ​ເສດ​ສອງ​ກອງ​ປະຊຸມ​ສະພາ​ຈີນ(ວັນ​ຈັນ,ວັນ​ທີ10ມີນາ2008)

cri
ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ
ພໍ​ເຖິງ​ເວລາ​ນີ້​ກໍ​ມາ​ພົບ​ກັນ​ເປັນ​ປະຈຳ​ກັບ​ລາຍການ​ພິ​ເສດ​ທີ່​ສ່ອງ​ແສງ​ເຖີງການ​ເຄື່ອນ​ໄຫວ​ຂອງ​ສອງ​ກອງ​ປະຊຸມ​ສະພາ​ຂອງ​ຈີນ, ຄືກ​ອງປະຊຸມ​ເທື່ອ​ທີ1ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​​ແລະ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ11ທີ່​ພວມ​ດຳ​ເນີນ​ຢູ່, ມື້ວານ​ມື້ກ່ອນ​ທີ່​ເປັນ​ມື້​ພັກ​ລັດ​ຖະການ, ​ແຕ່​ວ່າ​ກອງ​ປະຊຸມ​ກໍ່​ດຳ​ເນີນ​ເປັນ​ປົກກະຕິ, ສັງຂານ​ຈູມ​ຄຳ​ພັນ​ກໍ​ພະຍາຍາມ​ຊອກ​ຫາ​ຫົວ​ຂໍ້​ທີ່​ໜ້າ​ສົນ​ໃຈ​ແລະ​ຕິດ​ພັນ​ກັບ​ພົນ​ປະ​ໂຫຍ​ດຕົວ​ຈິງ​ຂອງ​ປະຊາຊົນ​ຈີນ​ທີ່​ຜູ້​ແທນ​ຂອງ​ສອງ​ກອບ​ປະຊຸມ​ສະພາ​ເພິ່ນ​ປຶກສາ​ຫາລື​ກັນ​ມາ​ເວົ້າ​ສູ່​ທ່ານ​ຟັງ.

ໃນ​ຕອນ​ເຊົ້າ​ມື້​ນີ້​ທ່ານ​ເຈຍ​ຊຸ່ນຫວ້າງ ອະທິ​ໄອ​ຍະ​ການ​ກໍ່​ໄດ້​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ອະທິ​ໄອ​ຍະ​ການ​ປະຊາຊົນ​ໃນ5ປີຜ່ານມາ​ແລະ​ແຜນການ​ດຳ​ເນີນ​ວຽກ​ງານ​ໃນ​ປີ​ນີ້, ​ຊຶ່ງ​ກໍ່​ມີຫຼາຍ​ອັນ​ທີ່​ໜ້າ​ສົນ​ໃຈ, ​ແລ້ວ​ສັງຂານ​ຈະ​ຄັດ​ຈອນ​ມາ​ເວົ້າ​ສູ່​ຟັງ​ໃນ​ມື້​ໜ້າ, ​ແຕ່​ວ່າ​ສຳລັບ​ມື້​ນີ້​ຈະ​ເວົ້າ​ເຖີງການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ​ສູ່​ຟັງ​ວ່າ​ມີ​ຜົນສຳ​ເລັດ ມີ​ຄວາມ​ສະດວກ​ຄວາມ​ຫຍຸ້ງຍາກ​ແນວ​ໃດ​ຢູ່​ໃນ​ປະ​ເທດ​ຈີນ​ທີ່​ມີ​ພົນລະ​ເມືອງ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ແຫ່ງ​ນີ້ ​ແລະ​ກໍ່​ເປັນ​ຫົວ​ຂໍ້​ໜຶ່ງ​ທີ່​ມີ​ການ​ປຶກສາ​ຫາລື​ກັນ​ໃນ​ກອງ​ປະຊຸມ​ສະ​ພາ​ຜູ້​ແທນ​ປະຊາ​ຊົນ​ເທື່ອ​ນີ້. ທ່ານ​ທຽນ​ເຊີງ​ປິ່ງ ລັດຖະ​ມົນ​ຕີ​ວ່າການ​ກະຊວງ​ແຮງ​ງານ​ແລະ​ສະຫວັດດີ​ການ​ສັງຄົມ​ຂອງ​ຈີນ​ກ່າວ​ໃນ​ສະພາ​ວ່າ: ​ເຖີງວ່າ​ໃນ5ປີຜ່ານມາ​ນີ້​ຈີນ​ຈະ​ສາມາດ​ສ້າງ​ວຽກ​​ເຮັດ​ງາ​ນທຳ​ໃນ​ຕົວ​ເມືອງ​ໄດ້​ສູງ​ຮອດ​51ລ້ານ​ຕຳ​ແໜ່​ງງານ ​ແຕ່​ວ່າ​ສະ​ພາບ​ດ້ານ​ວຽກ​​ເຮັດ​ງານ​ທຳ​ໃນ​ປີ​ນີ້​ກໍ່​ຍັງ​ຈະ​ໜັກ​ໜ່ວງ​ຢູ່, ​ເພາະວ່າ​ໃນ​ແຕ່ລະ​ປີ​ມີ​ຄົນ​ຕ້ອງການ​ເຮັດ​ວຽກ​ທັງ​ຢູ່​ໃນ​ເມືອງ​ແລະ​ຊົນນະບົດ​ມີ​ປະທານ20​ລ້ານ​ຄົນ, ສະ​ນັ້ນ​ຈຶ່ງ​ເປັນ​ບັນຫາ​ໃຫຍ່​ສົມຄວນ​ທີ່​ລັດຖະບານ​ພວມ​ຫາ​ວິທີ​ແກ້​ໄຂ. ສະພາບ​ຕົວ​ຈິງ​ກໍ່​ຄື​ແຮງ​ງານ​ເຄື່ອນ​ທີ່​ຈາກ​ຊົນນະ​ບົດ​ເຂົ້າ​ຕົວ​ເມືອງ​ແມ່ນ​ມີ​ຢ່າງ​ຫຼວງ​ຫຼາຍ​ພາຍ​ມາກ, ​ແຕ່​ວ່າ​ເມືອງ​ໃຫຍ່​ໃນ​ປະ​ເທດ​ສາມາດ​ຕອບ​ສະໜອງ​ຕຳ​ແໜ່​ງງານ​ໄດ້​ປະມານ​12ລ້ານ​ຕຳ​ແໜ່ງຕໍ່​ປີ.

ໃນ​ວັນ​ພຸດ​ແລ້ວ​ນີ້​ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະ​ມົນຕີ​ເພິ່ນ​ກໍ່​ເວົ້າ​ວ່າ ການ​ຕອບ​ສະ​ໜອງ​ໂອ​ກາດ​ໃນ​ການ​ມີ​ວຽກ​​ເຮັດ​ງານ​ທຳ​ຢ່າງ​ພຽງ​ພໍ​ສຳລັບ​ຈີນ​ທີ່​ມີ​ພົນລະ​ເມືອງ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ນີ້​ກໍ່​ເປັນ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງ​ແຕ່​ພວກ​ເຮົາ​ກໍ່​ຕ້ອງ​ເພີ່ມ​ຄວາມ​ພະຍາ​ຍາມ​ຂຶ້ນ​ຕື່ມ​ອີກ​ຫຼາຍ​ເທົ່າ​ເພື່ອ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂອງ​ປະຊາຊົນ. ​ໃນ5ປີຜ່ານມາ​ນີ້​ລັດຖະບານ​ກໍ່​ໃຊ້​ງົບ​ປະ​ມານ​ເຖີງ​66ຕື້​ກວ່າ​ຢວນຫຼື​ປະ​ມານ​9ຕື້​300​ລ້ານ​ໂດ​ລາ​ເພື່ອ​ໃຊ້​​ເຂົ້າ​ໃນ​ວຽກ​ງານ​ສະ​ໜັບ​ສະ​ໜູນ​ໂຄງການ​ສ້າງ​ວຽກ​​ເຮັດ​ງານ​ທຳ​ໃຫ້​ປະຊາ​ຊົນ, ​ໂຄງການ​ເຫຼົ່າ​ນີ້​ກໍ່​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ໃນ​ເມືອງ​10ລ້ານ​ຄົນ, ຢູ່​ຊົນນະ​ບົດ8​ລ້ານ​ຄົນ​ຕໍ່​ປີ. ​ແຕ່​ວ່າ​ນັກ​ເສດ​ຖະ​ສາດ​ບາງ​ທ່ານ​ກໍ່​ບອກ​ວ່າ, ການ​ນຳ​ໃຊ້​ນະ​ໂຍບາຍ​ການ​ເງິ​ນທີ່​ຮັດກຸມ​ຂອງ​ລັດ​ຖະ​ບານ​ກໍ່​ອາດ​ຈະ​ໄປ​ກົດ​ໜ່ວງ​ການ​ລົງ​ທຶນ​ທີ່​ຈະ​ເປັນ​ການ​ສ້າງ​ແຮງ​ກົດ​ດັນ​ຫຼາຍ​ຂຶ້ນ​ຕໍ່​ຕະ​ຫຼາດ​ແຮງ​ງານ.

ຜ່ານ​ມາ​ຜົນສຳ​ເລັດ​ກໍ່​ມີ​ສູງ ບັນຫາ​ຄວາມ​ຫຍຸ້ງ​ຍາກ​ກໍ່​ມີຫຼາຍກໍ່​ຍ້ອນ​ມີພົນລະ​ເມືອງ​ຫຼາຍ​ຄື​ເວົ້າ​ມາ​ນີ້​ລະ​ທ່ານ​ຜູ້​ຟັງ, ຖ້າວ່າ​ຜູ້​ຟັງ​ລາວ​ມີ​ໂອກາດ​ໄປ​ປັກ​ກິ່ງ ຊຽງ​ໄຮ້ ກວາງ​ໂຈ່​ວຫຼື​ເມືອງ​ໃຫຍ່ໆ​ຂອງ​ຈີນ​ກໍ່​ຈະ​ເຫັນ​ແຮງ​ງານ​ຈາກ​ຊົນນະບົດ​ຈີນ​ເຂົ້າ​ມາ​ເຮັດ​ວຽກ​ໃນ​ຕົວ​ເມືອງ​ຫຼາຍ​ອີ​ຫຼີ​ໂດຍ​ສະ​ເພາະ​ຢູ່​ຕາມ​ສະຖານ​ທີ່​ກໍ່ສ້າງ​ຕຶກ​ອາຄານ​ເຮືອນ​ຊານ​ບ້ານ​ຊ່ອງ, ຖ້າ​ຈະ​ເວົ້າ​ແລ້ວ​ເຂົາ​ເຈົ້າ​ກໍ່​ແມ່ນ​ແຮງ​ງານ​ເຫຼືອ​ຈາກ​ຊົນນະບົດ​ນັ້ນ​ເອງ ຄື​ເຫຼືອ​ຈາກ​ການ​ຜະລິດ​ກະສິກຳ​ກໍ່​ພາກັນ​ເຂົ້າ​ມາ​ໃນ​ເມືອງ​ເພື່ອ​ຊອກ​ວຽກ​ເຮັດ​ແລະ​ກໍ່​ສາມາດ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ດີ​ຂຶ້ນ​ກວ່າ​ເກົ່າ​ແທ້, ການ​ສ້າງສາ​ຂອງ​ຈີນ​ໄວຂຶ້ນ​ເທົ່າ​ໃດ ຄວາມ​ຕ້ອງການ​ແຮງ​ງານ​ລັກສະນະ​ນີ້​ກໍ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ເປັນ​ເງົາ​ຕາມ​ຕົວ​ເຊັ່ນ​ດຽວ​ກັນ. ​ໃນ​ມື້​ວັນ​ນີ້​ທ່ານ​ທຽນ​ເຊີງ​ປິ່ງ​ເພິ່ນ​ກໍ່​ໄດ້​ຊີ້​ແຈ້ງ6​ມາດ​ຕະການ​ທີ່​ລັດຖະບານ​ຈະ​ສືບ​ຕໍ່​ເຮັດ​ເພື່ອ​ສົ່ງ​ເສີມ​ການ​ມີ​ວຽກ​​ເຮັດ​ງານ​ທຳ, ຄື: ປະ​ຕິບັດ​ຍຸດ​ທະ​ສາດ​ການ​ສ້າງ​ງານ​ແລະ​ໃຫ້​ບຸລິມະ​ສິດ​ໃນ​ການ​ມີ​ວຽກ​ເຮັດ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງຄົມ, ປັບປຸງ​ນະ​ໂຍບາຍ​ຈ້າງ​ງານ​ທີ່​ໄດ້ຜົນ​ກວ່າ​ເກົ່າ, ສົ່ງ​ເສີມ​ການ​ມີ​ວຽກ​ເຮັດ​ງານ​ທຳ​ໂດຍ​ຜ່ານ​ການ​ດຳ​ເນີນ​ທຸລະ​ກິດ​ຫຼາຍ​ຂຶ້ນ, ປັບປຸງ​ລະບົບ​ການ​ບໍລິການ​ຊອກ​ວຽກ​ເຮັດ​ງານ​ທຳ, ຈັດການ​ອົບຮົມ​ວິຊາ​ຊີບ​ເພື່ອ​ປ້ອນ​ແຮງ​ງານ​ທີ່​ມີ​ປະສິດທິພາບ​ໃຫ້​ແກ່​ຕະຫຼາດ​ແລະ​ສ້າງ​ຕັ້ງ​ລະບົບ​ເຕືອນ​ໄພ​ລ່ວງໜ້າ​ສຳລັບ​ການ​ບໍ່​ມີ​ວຽກ​ເຮັດ​​ເພື່ອ​ໃຫ້​ສາມາດ​ຮັກສາ​ສືບ​ຕໍ່​ມີ​ວຽກ​ເຮັດ​ງານ​ທຳ​ທີ່​ຍືນ​ຍົງ. ນີ້​ກໍ່​ຄື6ມາດ​ຕະການ​ທີ່​ກະຊວງ​ແຮງ​ງານ​ແລະ​ສະ​ຫວັດ​ດີກາ​ນສັງຄົມ​ຈີນ​ເພື່ອ​ແກ້​ໄຂ​ການ​ມີ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ​ທີ່​ທ່ານ​ລັດຖະ​ບານ​ຕີ​ເພິ່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ພວມ​ດຳ​ເນີນ​ຢູ່​ນີ້.

ມາ​ຮອດ​ນີ້​ເວລາ​ຂອງ​ລາຍການ​ພິ​ເສດ​ໝົດ​ອີກ​ແລ້ວ, ມື້​ອື່ນ​ສັງຂານ​ ຈູມ​ຄຳ​ພັນຈະ​ນຳ​ເອົາ​ຫົວ​ຂໍ້​ອື່ນ​ມາ​ລົມ​ສູ່​ຟັງ​ອີກ. ຂໍ​ຄວາມ​ສຸກ​ໂຊກ​ດີ​ຈົ່ງ​ມີ​ແດ່​ມິດ​ລາຍການ​ຂອງ​CRIທຸກ​ທ່ານ. ສະບາຍດີ.