ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-12 12:18:56    
ທ່ານ​ໂລ​​ເກີ​ກ່າວ​ວ່າ ບໍ່​ຄວນ​ເອົາ​ການ​ເຄື່ອນ​ໄຫວ​ການ​ເມືອງ​ໄປ​ສະໜາມກິລາ​ໂອ​ລິ​ມປິກ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ໜັງສືພິມ《​ເລ ຟີ​ກາ​ໂຣ》ຂອງ​ຝະຣັ່ງສະບັບ​ວັນ​ທີ 11 ມີນາ​ນີ້ລາຍ​ງານ​ວ່າ,ຫວ່າງ​ກ່ອນ​ນີ້,ຢູ່​ນະຄອນ​ໂລ​ຊານແຫ່ງ​ສວິສ,​ໃນ​ເວລາທີ່ທ່ານ​ໂລ​ເກີ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໃຫ້​ສຳພາດຕໍ່​ໜັງສືພິມ​ດັ່ງກ່າວ,ທ່ານ​ກ່າວ​ວ່າ,ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ງານ​ໃຫຍ່​ໂຕ​ມະ​ໂຫລານ​ຂອງ​ມວນ​ມະນຸດ,ບໍ່​ຄວນ​ເອົາ​ເລື່ອງການ​ເມືອງ​ໄປ​ສະໜາມກິລາ​ໂອ​ລິ​ມປິກ.

ທ່ານ​ໂລ​ເກີ​ກ່າວ​ວ່າ,​ໃນ​ໄລ​ຍະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ນັກ​ຂ່າວ 2 ໝື່ນ 5 ພັນກວ່າ​ຄົນ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ​ຈະ​ເອົາ​ຂ່າວ​ຢ່າງ​ເສລີ​ຢູ່​ຈີນ.ຫຼັກ​ໝັ້ນ​ຂອງ​ຄະນະ​ກຳມະ​ການ​ໂອ​ລິ​ມປິກ​ສາກົນ​ຈະ​ແຈ້ງ​ຫຼາຍ,ນັກ​ກິລາ​ສາມາດ​ສະ​ແດງ​ຄວາມ​ເຫັນ​ຂອງ​ຕົນ​ຢ່າງ​ເສລີ,​ແຕ່​ບໍ່​ຄວນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ການ​ເມືອງຢູ່​ໃນ​ສະໜາມກິລາ​ໂອ​ລິ​ມປິກ.ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ວັນ​ບຸນ​ຂອງ​ຄົນ​ທັງຫຼາຍ,ບັນ​ຍາ​ກາດ​ຂອງ​ງານ​ບໍ່​ຄວນ​ຖືກ​ຄົນ​ສ່ວນ​ໜ້ອຍ​ທຳ​ລາຍ.ທ່ານ​ໂລ​ເກີ​ຫວັງ​ໃຫ້​ໝົດ​ທຸກ​ຄົນ​ເຄົາ​ລົບ​ກຽດ​ສັກ​ສີ​​ແລະ​ການ​ໄຂ​ປະຕູ​ຂອງ​ງານ​ກິລາ​ໂອ​ລິ​ມປິກ.