ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-12 15:07:34    
ການ​ສົນ​ທະ​ນາ​ລະ​ຫວ່າງ​ນັກ​ວິ​ຊາ​ການ​ກ່ຽວ​ກັບ​ປ້ອງ​ກັນ​ຄວາມ​ຫມັ້ນ​ຄົງ​ລະ​ດັບ​ສູງ​ຈີນ​ກັບ​ອາ​ຊຽນ​ຄັ້ງ​ປະ​ຖົມ​ມະ​ເລີກ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວ cri:ວັນ​ທີ 12 ມີນາ​ນີ້ ຢູ່​ປັກ​ກິ່ງ​ໄດ້​ຈັດການ​ສົນທະນາ​ລະຫວ່າງນັກວິຊາການ​ດ້ານ​ປ້ອງ​ກັນ​ຄວາມ​ຫມັ້ນຄົງ​ລະດັບສູງ​ຈີນ​ກັບ​ອາ​ຊຽນ​ຄັ້ງປະຖົມມະ​ເລີກ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.

ກິດຈະກຳ​ເທື່ອ​ນີ້​ແມ່ນ​ຈັດ​ຂຶ້ນ​ເພື່ອ​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່​ມຂອງ​ທ່ານ​ເວີນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນທີ່​ສະ​ເຫ​ນີ​ໃນ​ກອງ​ປະຊຸມ​ຜູ່​ນຳ​ອາຊີ​ຕາ​ເວັນ​ອອກ​ໃນ​ເດືອນ​ພະຈິກ​ປີ 2007.

ການ​ສົນທະນາ​ຈະ​ຈັດ​ເປັນ​ເວລາ​ສາມ​ມື້​ໂດຍ​ສະ​ຖາ​ບັນ​ການ​ທະຫານ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​.ຜູ່​ຊ່ຽວຊານຄົ້ນຄວ້າ​ວຽກ​ງານ​ປ້ອງ​ກັນ​ຄວາມ​ຫມັ້ນຄົງ​ແລະ​ທູດ​ທະຫານ​ຂອງ 10 ປະ​ເທດ​ອາ​ຊຽນປະຈຳ​ຈີນລວມ 20 ກວ່າ​ຄົນ​ຈະ​ແລກປ່ຽນ​ຄວາມ​ເຫັນ​ກັບ​ຜູ່​ຊ່ຽວຊານ​ດ້ານການ​ປ້ອງ​ກັນ​ຄວາມ​ຫມັ້ນຄົງ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ວ່າ ​ກອງທັບ​ທີ່​ທັນ​ສະ​ໄຫມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ພາກ​ພື້ນ.

ທ່ານ​ພົນ​ຕີ ຊຽນລີ​ຮວາ ຫົວຫນ້າ​ຫ້ອງການ​ວຽກ​ງານ​ຕໍ່​ຕ່າງປະ​ເທດ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ຂົງ​ເຂດຮ່ວມ​ມືສອງ​ຝ່າຍ​ແລະ​ຫລາຍ​ຝ່າຍລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນພວມ​ເປີດ​ກວ້າງ​ອອກຢ່າງບໍ່​ຢຸດ​ຢັ້ງ, ການ​ແລກປ່ຽນ​ດ້ານ​ການປ້ອງ​ກັນ​ຄວາມ​ຫມັ້ນຄົງ​ລະຫວ່າງ​ກອງທັບປົດ​ປ່ອຍປະ​ຊາ​ຊົນ​ກັບ​ຝ່າຍ​ທະຫານ​ຂອງ 10 ປະ​ເທດ​ອາ​ຊຽນ​ໄດ້​​​ໄດ້ເປັນລະບົບແລ້ວ.