ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-12 16:28:19    
ຈີນ​ເລີ່​ມປະຕິບັດ​ການ​ປະຕິ​ຮູບ​ອົງການລັດ​ຮອບ​ໃໝ່

cri

ວັນ​ທີ 11 ມີ​ນາ​ນີ້, ​ໃນ​ກອງ​ປະ​ຊຸມ​​ເທື່ອ​ທີ 1 ຂອງສະພາ​ຜູ້​ແທນປະຊາຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 11 ​ທີ່​ພວມ​ດຳ​ເນີນ​ຢູ່, ລັດຖະບານ​ຈີນ​ໄດ້​ສະ​ເໜີ​ແຜນການ​ປະຕິ​ຮູບ​ອົງການ​ລັດ​ໃຫ້​ສະພາ​ຜູ້​ແທນປະຊາ​ຊົນ​, ກຽມ​ປະຕິບັດ​ການ​ປະຕິ​ຮູບ​ຄັ້ງ​ທີ 6 ຕໍ່​ອົງການ​ລັດຖະບານທີ່​ເຄີຍ​ເຮັດ​ມາ​ແຕ່​ປີ 1982. ນັກ​ວິ​ເຄາະ​ກ່າວ​ວ່າ, ການ​ປະຕິ​ຮູບ​ເທື່ອ​ນີ້​ຈະ​ເຮັດ​ໃຫ້​ການ​ປະຕິ​ຮູບ​​ໂຄງ​ປະກອບຄຸ້ມ​ຄອງ​ການ​ບໍລິຫານ​ຂອງ​ຈີນ​ທີ່​ຖືເອົາການ"ສ້າງ​ລັດຖະບານ​ແບບ​ບໍລິການ"​ເປັນ​ເປົ້າ​ໝາຍ​ນັ້ນ​ກ້າວ​ໄປ​​ໜ້າ. ຕໍ່​ໄປ​​ເຊີນຟັງ​ລາຍ​ງານ​ລະອຽດ:

ວັນ​ທີ 11 ມີນາ​ນີ້, ທ່ານ​ຫຮວາ​ຈ້ຽນໝິນ ​ທີ່​ປຶກສາ​​ແຫ່ງ​ລັດ​ທັງ​ເປັນ​ເລຂາທິການ​ຄະນະ​ລັດຖະບານ​ໄດ້​ອະທິບາຍ​ແຜນການ​ປະຕິ​ຮູບ​ຄະນະ​ລັດຖະບານ. ທ່ານ​ກ່າວ​ວ່າ:

"ໜ້າ​ທີ່​ຕົ້ນຕໍ​ຂອງ​ການ​ປະຕິ​ຮູບ​ອົງການ​ລັດ​ເທື່ອ​ນີ້​ແມ່ນ, ​ໂດຍ​ປິ່ນ​ອ້ອມການ​ປ່ຽນ​ແປງ​ພາລະ​ບົດບາດ​ຂອງ​ລັດຖະບານ​ແລະ​ປັບ​ການ​ພົວພັນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ພາກສ່ວນ​ຕ່າງ​ໆໃຫ້​ຄ່ອງ​ຕົວ, ຄົ້ນຄວ້າປະຕິບັດ​​ໂຄງ​ປະກອບພາກສ່ວນ​ໃຫຍ່​ມີທີ່ໜ້າ​ທີ່​ຮັບຜິດຊອບ​ເອກະ​ພາບ​ກັນ​ຢ່າງ​ບັງ​ເກີດ​ຜົນ."
​ໃນ​ຫຼາຍ​ປີ​ມາ​ນີ້, ລັດຖະບານ​ຈີນ​ໄດ້​ຄົ້ນຄວ້າ​ຫາ​ພາລະ​ບົດບາດ​ທີ່ເໝາະ​ສົມ​ຂອງ​ຕົນໃນ​ການ​ປົກ​ຄອງ​ປະ​ເທ​ດຢ່າງ​ບໍ່​ຢຸດ​ຢັ້ງ. ​ແນວ​ຄິດ​ການ​ປະຕິ​ຮູບ​ກົງຈັກ​ເທື່ອ​ນີ້​ແມ່ນ, ຫັນ​ເປັນ​ລັດຖະບານ​ແບບ​ບໍລິການ​ຢ່າງຮອບດ້ານ. ຍ້າຍ​ວຽກ​ງານ​ທີ່​ລັດຖະບານ​ບໍ່​ຄວນ​ຄຸ້ມ​ຄອງ​ນັ້ນ​ອອກ​ໄປ, ​ແລະ​ຄຸ້ມ​ຄອງ​ວຽກ​ງານ​ທີ່​ລັດຖະບານ​ຄວນ​ເຮັດ​ນັ້ນ​ໃຫ້​ດີ, ​ເສີຍ​ຂະຫຍາຍ​ບົດບາດ​ພື້ນຖານ​ຂອງ​ຕະຫຼາດ​ໃນ​ການຈັດ​ວາງ​ຊັບພະຍາກອນ​​​ໃຫ້ດີກ​ວ່າ​ເກົ່າ​ຈາກ​ດ້ານ​ລະບອບ. ສະ​ນັ້ນ, ຄະນະ​ລັດຖະບານ​ຈະ​ຕັ້ງ 5 ກະຊວງໃໝ່​ຄື: ກະຊວງ​ອຸດສາຫະກຳ​ແລະ​ຂໍ້​ມູນ​ຂ່າວສານ, ກະຊວງ​ຄົມມະນາຄົມຂົນ​ສົ່ງ, ກະຊວງ​ຊັບພະຍາກອນ​ມະນຸດ​ແລະ​ປະກັນ​ສັງຄົມ, ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ກະຊວງ​ເຮືອນ​ຢູ່​ແລະ​ການ​ກໍ່ສ້າງ​ຕົວ​ເມືອງ​ແລະ​ຊົນນະ​ບົດ.

ຄະນະ​ລັດຖະບານ​ຍັງ​ຈະ​ຕັ້ງ​ອົງການ​​ປະສານ​ງານ​ຂັ້ນ​ສູງຄືຄະນະ​ກຳມະການ​ພະລັງງານ​ແຫ່ງ​ລັດ, ​ກົມ​ພະ​ລັງ​ງານ​ແຫ່ງ​ຊາດ. ກົມ​ອາຫານ​ແລະ​ຢາ​ທີ່​ຈະ​ຂຶ້ນ​ກັບກະຊວງ​ສາທາລະນະ​ສຸກ, ຕົກລົງ​ໃຫ້​ກະຊວງ​ສາທາລະນະ​ສຸກຮັບ​ໜ້າ​ທີ່ປະສານ​ງານ​ໂດຍ​ລວມຕໍ່ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລະ​​ສືບ​ສວນ​ລົງ​ໂທດ​ອຸປະຕິ​ເຫດ​ໃຫຍ່​ດ້ານ​ຄວາມ​ປອດ​ໄພ​ຂອງ​ອາຫານ. ພາຍຫຼັງ​ການ​ປະຕິຮູບ, ຄະນະ​ລັດຖະບານ​ຈີນ​ຈະ​ປະກອບ​ດ້ວຍ 27 ພາກສ່ວນ.

ທ່ານ​ວ່າງ​ຢູ້ຄາຍ ສາດສະດາຈານ​ຂອງ​ສະ​ຖາ​ບັນ​ບໍລິຫານ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ການ​ປະຕິ​ຮູບ​ອົງການ​ລັດ​ຮອບ​ນີ້​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ​ຈຳນວນ​ໜຶ່ງ​ດ້ານ​ການ​ສ້າງ​ຕົນ​ເອງ​ຂອງ​ລັດຖະບານ. ທ່ານ​ກ່າວ​ວ່າ:

"ການ​ປະຕິ​ຮູບ​ແບບ​ນີ້​ໄດ້​ຫຼຸດ​ຈຸດຊ້ຳ​ຊ້ອນ​ກັນດ້ານ​ພາລະ​ບົດບາດ​ລະຫວ່າງ​ພາກສ່ວນ​ຕ່າງໆ. ​​ເຮັດ​ແບບ​ນີ້​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ການ​ຍົກ​ສູງ​ປະສິດທິພາບ​ຂອງ​ລັດຖະບານ​ແລະ​ຫຼຸດ​ຕົ້ນ​ທຶນ​ຂອງ​ການ​ດຳ​ເນີນ​ວຽກ​ງານ​ຂອງ​ລັດຖະບານ."

ກ່ຽວ​ກັບ​ການ​ຕັ້ງ​ຄະນະ​ກຳມະການ​ພະລັງງານ​ແຫ່ງ​ລັດ​ແລະ​ກົມ​ພະ​ລັງ​ງານ​ແຫ່ງ​ຊາດ, ທ່ານ​ວ່າງ​ຢູ້ຄາຍ​ກ່າວ​ວ່າ, ປະຈຸ​ບັນ​ຈີນ​ແມ່ນ​ປະ​ເທດ​ຜະລິດ​ແລະ​ບໍລິ​ໂພກພະ​ລັງ​ງານ​ໃຫຍ່​ອັນ​ດັບ 2 ​ໃນ​ໂລກ, ນ້ຳມັນ​ດິບ​​ເກືອບ 50% ຊື້​ຈາກ​ຕ່າງປະ​ເທດ. ຈາກ​ສະພາບ​ດັ່ງກ່າວ​ຈຶ່ງ​ເຮັດ​ໃຫ້​ຈີນຖື​ເອົາ​ຄວາມ​ປອດ​ໄພດ້ານ​ພະລັງງານ​ເປັນ​ຍຸດ​ທະ​ສາດ​ຂອງ​ຊາດ.

ນອກ​ນີ້, ກົມ​ໃຫຍ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ປ່ຽນ​ເປັນ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ, ສະ​ແດງ​ໃຫ້​ເຫັນ​ວ່າ​ລັດຖະບານ​ຈີນ​ຈະ​ເພີ່ມ​ຄວາມ​ແຮງ​​ໃນການ​ປັບປຸງ​ສິ່ງ​ແວດ​ລ້ອມ​ແລະ​ອະນຸລັກ​ທຳ​ມະ​ຊາດ. ຕັ້ງ​ກະຊວງ​ເຮືອນ​ຢູ່​ແລະ​ການ​ກໍ່ສ້າງ​ຕົວ​ເມືອງ​ແລະ​ຊົນນະບົດ​ກໍ​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່ຂອງ​ລັດຖະບານ​ຈີນ​​ໃນ​ການ​ແກ້​ໄຂ​ບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

​ໃນ​ການ​​ເອົາ​ຂ່າວນັກ​ຂ່າວ​ໄດ້​ພົບ​ວ່າ, ​ແຜນການ​ປະຕິ​ຮູບ​ອົງການ​ລັດ​ສະບັບ​ນີ້, ​ໄດ້​ຮັບ​ການ​ສະໜັບສະໜູນ​ສູງ​ສົມຄວນ​ຈາກ​ຜູ້​ແທນ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ. ທ່ານ​ຫຼິວຈື່ ຜູ້​ແທນ​ທີ່​ມາ​ຈາກ​ແຂວງ​ກ່ານຊູ້​ກ່າວ​ວ່າ:

 "​ໃນ​ການ​ປະຕິ​ຮູບ​ກົງຈັກ, ຈຸດ​ໜັກ​ໄດ້​ສ່ອງ​ແສງ​ການ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ​ພ້ອມ​ດ້ວຍ​ການ​ປັບປຸງ​ແລະ​ຈັດ​ງາ​ງພາລະ​ບົດບາດ​ການ​ບໍລິຫານ​ຂອງ​ລັດ​ຄືນ​ໃໝ່, ຂ້າພະ​ເຈົ້າ​ເຫັນ​ວ່າ​ໃນ​ການຈັດ​ວາງ​ແລະ​ປັບປຸງ​ກະຊວງ​ຕ່າງໆ​ລ້ວນ​ແຕ່​ດີ​ຫຼາຍ."

ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນຈະ​ລົງ​ຄະ​ແນນ​ສຽງ​ຕໍ່​ແຜນການ​ປະຕິ​ຮູບ​ອົງການ​ລັດ​ໃນ​ວັນ​ທີ 15 ມີນາ​ນີ້. ຖ້າ​ແຜນການ​ດັ່ງກ່າວ​ຖືກຮັບຮອງ, ການ​ປະຕິ​ຮູບ​ອົງການ​ລັດ​ຮອບ​ໃໝ່​ກໍ່ຈະ​ເລີ່​ມປະຕິບັດ​ຢ່າງ​ເປັນ​ທາງ​ການ.