ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-12 17:15:01    
ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈັດ​ກອງ​ປະ​ຊຸມ​ຂ່າວ​​ຊີ້​ແຈງ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ຂອງ​ຈີນ

cri
ເວລາ10​ໂມງເຊົ້າ​ວັນ​ທີ12​ມີນາ​ນີ້, ທ່ານ​ຢາງ​​ເຈຍ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ຢູ່​ຫ້ອງສີຄຳ​ຊັ້ນ​ສາມ​ຂອງ​ຫໍ​ສະພາ​ປະຊາຊົນ​ປັກ​ກິ່ງ, ທ່ານ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າ​ວກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ, ການ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ໃຫຍ່​ຕ່າງໆ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ບັນຫາ​ອື່ນໆ​ທີ່​ກ່ຽວ​ຂ້ອງ. ​ໃນ​ກອງ​ປະຊຸມ​ຂ່າວ​​ເປັນ​ເວລາ​ເກືອບ​ສອງ​ຊົ່ວ​ໂມງ, ທ່ານ​ຢາງ​ເຈຍ​ສື​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ລວມ13ຄົນ. ຄົນ​ທັງຫຼາຍ​​ໄດ້ເອົາ​ໃຈ​ໃສ່​ວ່າ, ​ໃນ​ບັນຫາ​ເຫຼົ່າ​ນີ້, ການ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ໃຫຍ່​ໃນ​ໂລກ​ແມ່ນ​ບັນຫາ​ທີ່​ຄົນ​ເອົາ​ໃຈ​ໃສ່​ນຳ​ຫຼາຍ​ກວ່າ​ໝູ່. ຕໍ່​ເລື່ອງ​ນີ້, ທ່ານ​ຢາງ​ເຈຍ​ສື​ໄດ້​ອະທິບາຍ​ຢ່າງ​ລະອຽດ. ທ່ານ​ກ່າວວ່າ:

ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໄດ້​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ແລະ​ສືບ​ຕໍ່​ຂະຫຍາຍ​ໄປ​ໜ້າ​​ໂດຍລວມ, ພວກ​ຂ້າພະ​ເຈົ້າ​ຫວັງ​ໃຫ້​ສອງ​ຝ່າຍ​ລ້ວນ​ແຕ່​ສາມາດ​ຢືນ​ຢູ່​ຈຸດ​ແລະ​ເບິ່ງ​ໄປ​ທາງ​ໄກ, ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາ​ຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ການ​ພົວພັນ ຈີນຣັດ​ເຊຍ​​ໃນ​ປະຈຸ​ບັນແມ່ນ​ດີງາມ. ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ຖື​ເອົາ​ສົນທິສັນຍາ​​ມິດຕະພາບ​ແລະ​ຮ່ວມ​ມື​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​​ເປັນ​ທິດ​ຊີ້​ນຳ, ​ເພື່ອ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ​ນັບ​ແຕ່​ຈີນ​ກັບ​ອົງປະກອບ​ຮ່ວມ​ເສດຖະກິດ​ເອີ​ລົບ​ສ້າງສາ​ຍສຳພັນ​ທາງ​ການ​ໃນ​ປີ1975​ເປັນ​ຕົ້ນ​ມາ, ການ​ພົວພັນ​ຈີນ​​ເອີ​ລົບ​ໄດ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ​​ຕະຫຼອດມາ, ພວກ​ເຮົາຮູ້ສຶກ​ດີ​ໃຈ​ນຳ​ເລື່ອງ​ນີ້, ​ແລະ​ມີ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ຕໍ່​ອະນາຄົດ​ແຫ່ງ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

ປະ​ເທ​ດ​ໃຫຍ່​ແມ່ນ​ຂໍ​ກະ​ແຈ, ປະ​ເທດ​ອ້ອມ​ຂ້າງ​ແມ່ນ​ສຳຄັນ​ກວ່າ​ໝູ່, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ12​ມີນາ, ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ອ້ອມ​ຂ້າງກໍ​ໄດ້​ກາ​ຍ​ເປັນ​ຈຸດ​ສຸມ​ທີ່​ນັກ​ຂ່າວ​ທັງຫຼາຍສົນ​ໃຈ. ທ່ານ​ຢາງ​ເຈ​ຍສື​ໄດ້​ຢືນຢັນ​ການ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ອ້ອມ​ຂ້າງ​ເຊັ່ນ​ສາທາລະນະ​ລັດ​ເກົາຫຼີ, ສປປ​ເກົາຫຼີ, ຍີ່ປຸ່ນ​ແລະ​ປະ​ເທດ​ອື່ນໆ​ຢ່າງ​ເຕັມ​ປ່ຽມ.

ໃນ30ປີ​ມາ​ນີ້, ການ​ທູດ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ມີ​ຄວາມ​ຄືບ​ໜ້າ​ອັນ​ສຳຄັນ​​ແມ່ນມີ​ການ​ພົວພັນ​​ໂດຍ​ກົງ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່ຕິດ​ແທດ​ຕົວ​ຈິງ​ຂອງ​ລັດຖະບານ​ຈີນ. ຄັນ​ຊັ້ນ​ແນວ​ຄິດ​ການ​ຕ່າງປະ​ເທດ​ຂອງ​ຈີນ​ໃນ​ໄລຍະ​ໃໝ່​ມີ​​ເນື້ອ​ໃນຫຍັງ​ແດ່? ມາ​ຟັງ​ຊີ້​ແຈງ​ຂອງ​ທ່ານ​ຢາງ​ເຈ​ຊື. ທ່ານ​ກ່າວ​ວ່າ, ອັນ​ທຳ​ອິດ​ແມ່ນ ພັດທະນາ​ໂດຍ​ສັນຕິ. ອັນ​ທີສອງ​ແມ່ນ​ຕິດ​ຕໍ່ແລກ​ປ່ຽນກັນ.​ເຮັດ​ແນວ​ນີ້​ຈຶ່ງສາ​ມາດເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ແລະ​​ເພີ່ມຄວາມ​ຮັບ​ຮູ້ທີ່​ເປັນ​ເອກະ​ສັນ​ກັນ. ອັນ​ທີສາມ​ແມ່ນ ​ໃຫ້ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ. ນີ້​ບໍ່​ພຽງ​ແຕ່​ໝາຍ​ເຖິງຂົງ​ເຂດ​ເສດຖະກິດ​ການ​ຄ້າ​ເທົ່ານັ້ນ, ຢູ່​​ໃນ​ຂົງ​ເຂດ​ອື່ນໆ ​ເຊັ່ນ​ການ​ເມືອງ ຄວາມ​ປອດ​ໄພ ວັດ​ທະ​ນະທຳ​ແລະ​ການ​ສຶກສາ​ກໍ່​ຄວນ​ເຮັດ​ຄື​ກັນ. ​ແລະ​ອັນ​ທີສີ່ ​ແມ່ນ​ຕ້ອງ​ຮ່ວມ​ມື​ຢ່າງ​ກົມກຽວ​ກັນ.

ປີ2008ຈີນ​ຈະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ. ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ​ແມ່ນ​ບັນຫາ​ທີ່​ນັກ​ຂ່າວ​ສົນ​ໃຈ​. ​ໂດຍ​ແນ​ໃສ່​ນັກ​ຂ່າວ​ບາງ​ຄົນ​ຍົກ​ຄຳ​ຖາມ​ກ່ຽວ​ກັບ​"ງານ​ກິລາ​ໂອ​ລິ​ມປິກ​ພົວພົນ​ກັບ​ການ​ເມືອງ" "ການ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິລາ​ໂອ​ລິ​ມປິກ"​ແລະ​ບັນຫາ​ອື່ນໆ, ທ່ານ​ຢາງ​ເຈ​ຊື​ໄດ້​ລົບ​ລ້າງ​ຄວາມ​ສົງ​ໄສ​ຂອງ​ນັກ​ຂ່າວ​ເຫຼົ່າ​ນີ້​ດ້ວຍ​ຄວາມ​ເວົ້າ​ຕະຫຼົກ. ທ່ານ​ເວົ້າ​ວ່າ, ລັດທິ​ຮັກ​ຊາດ​ກັບ​ການຫັນ​ງານ​ກິລາ​ໂອ​ລິ​ມປິກ​​ໃຫ້​ເປັນ​ບັນຫາ​ການ​ເມືອງ​​ແມ່ນ​ມະ​ໂນ​ພາບ​ສອງ​ຢ່າງ​ທີ່​ຕ່າງ​ກັນ​ໝົດ. ຂ້າພະ​ເຈົ້າ​ຄິດ​ວ່າ​ທະ​ແນມ​ແຕ່​ແມ່ນ​ຜູ້​ທີ່​ມີ​ຄວາມ​ຍຸດຕິ​ທຳ​ແລະ​ເບິ່ງ​ບັນຫາ​ທາງ​ພາ​ວະ​ວິ​ໄສ​ກໍຈະ​ຮູ້​ໄດ້​ວ່າ, ປະຊາ​ຊົນ​ຈີນ​​ໄດ້​ສະໜັບສະ​ໜູນງານ​ກິລາ​ໂອ​ລິ​ມປິກ​ອັນ​ມະ​ໂຫລານ​ຢ່າງ​ແຂງ​ແຮງ​ແລະ​ຈິງ​ໃຈ.

ເມື່ອ​ສະ​ຫຼຸບ​ອະດີດ​ແລະ​ມຸ່ງ​ໜ້າ​ສູ່​ອະນາຄົດ, ທ່ານ​ຢາງ​ເຈ​ຊື​ເຫັນ​ວ່າ, ​ໂອກາດ​ຫຼາຍ​ກວ່າການ​ທ້າ​ທາຍ, ນີ້​ແມ່ນ​ທ່າ​ອ່ຽງລວມ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງຈີນ​ໃນ5ປີ​ຕໍ່ໜ້າ​ນີ້. ທ່ານ​ກ່າວ​ວ່າ, ພວກ​ເຮົາ​ຕ້ອງ​ຫັນການ​ທ້າ​ທາຍ​ໃຫ້​ເປັນ​ໂອກາດ, ຫັນ​ໂອກາດ​ໃຫ້​ເປັນຄວາມ​ຈິງ, ຮັບ​ໃຊ້​ພາລະກິດ​ສ້າງສາ​ສັງຄົມທີ່​ອິ່ມ​ໜໍາ​ສຳລານ​ຢ່າງຮອບ​ດ້ານ​ໃຫ້​ດີກ​ວ່າ​ເກົ່າ, ຮ່ວມ​ກັນ​ກັບ​ປະ​ຊາຊົນ​ທົ່ວ​ໂລກ​ສ້າງ​ອະ​ນາ​ຄົດ​ທີ່​ດີງາມ​ກວ່າ​ເກົ່າ. ພວກ​ເຮົາ​ມີ​ຄວາມ​​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ອະນາຄົດ​ຂອງ​ຈີນ​ແລະ​ຂອງໂລກ.