ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-13 10:25:00    
ຈີນກ່າວ​ວ່າ​ຄັດຄ້ານ​ປະ​ເທດ​ໃດກໍ່ຕາມ​ທີ່ໃຊ້​ບັນຫາ​ສິດທິ​ມະ​ນຸດ​ມາແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ

cri

ຕາມ​ຂ່າວCRI​: ວັນ​ທີ 12 ມີນາ​ນີ້​ໃນ​ເວລາ​ຕອນ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​​ເຜີຍ​ແຜ່ບົດ​ລາຍ​ງານ​ສິດທິ​ມະນຸດ​ທີ່​ກ່ຽວ​ຂ້ອງເຖິງ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້, ທ່ານ​ຊິນກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າ​ຍຈີນ​ຍິນ​ດີ​ດຳ​ເນີນ​ການ​ສົນທະນາ​​ແລະ​ການ​ແລກປ່ຽນ​ກັບປະ​ເທດ​ຕ່າງໆ​ໃນ​ໂລ​ກກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ບົນ​ພື້ນຖານ​ສະ​ເໝີ​ພາບ​ແລະ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ​ແຕ່​​ຄັດຄ້ານ​ປະ​ເທດ​ໃດກໍ່ຕາມ​ທີ່​ໃຊ້​ບັນຫາ​ສິດ​ທິມະນຸດ​ມາ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທ​ດອື່ນ​ຢ່າງ​ເດັດດ່ຽວ.

ທ່ານ​ຊິນ​ກ່າງ​ຊີ້​ອອກ​ວ່າ, ລັດຖະບານ​ຈີນ​ໄດ້​ພະຍາຍາ​ມຢ່າງ​ບໍ່​ລົດ​ລະ​ເພື່ອ​ເປີດ​ກວ້າງ​ປະຊາທິປະ​ໄຕ ​ເສີມ​ສ້າງ​ລະບອບ​ກົດໝາຍ​ແລະຊຸກຍູ້​ສິດທິ​ມະນຸດ, ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່ ໄດ້​ຮັບ​ໃຜໆ​ກໍ​ເຫັນ​ຢ່າງ​ປະຈັກ​ຕາ​ໃນ​ປະຊາ​ຄົມ​ໂລກ. ທ່າ​ນຊີ້​ອອກ​ວ່າ, ກະ​ຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​​ເຜີຍ​ແຜ່"ບົດ​ລາຍ​ງານສິດທິ​ມະນຸດ​ຕ່າງປະ​ເທດ​ປີ 2007", ​ເນື້ອ​ໃນ​ກ່ຽວ​ພັນ​ເຖິງ​ຈີນ​ນັ້ນ​​​ໄດ້​ສືບ​ຕໍ່ບິດ​ເບືອນ​ຄວາມ​ຈິງ, ​ໄດ້​ໂຈມ​ຕີ​ສະພາບ​ການ​ສິດ​ທິມະນຸດ​ຂອງ​ຈີນ​ຢ່າງ​ບໍ່​ມີ​ເຫດຜົນ, ການ​ກະທຳ​ດັ່ງກ່າວ​ແມ່ນ​ຜິດພາດ​ຫຼາຍ, ກົນ​ອຸ​ປາຍ​ນີ້​ຈະ​ບໍ່​ບັນລຸ​ຜົນ​ໃດໆ​ເລີຍ. ຈີນ​ເຕືອນ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ຢ່າ​ຖື​ຕົນ​ເອງ​ເປັນ"ຜູ້​ປົກປ້ອງ​ສິດ​ທິມະນຸດ"ອີກ, ຄວນ​ເອົາ​ໃຈ​ໃສ່​ສະພາບ​ສິດ​ທິມະນຸດ​ຂອງ​ຕົນ​ຫຼາຍ​ກວ່າ​ເກົ່າ. ຝ່າຍ​ຈີນ​ຍັງ​ໄດ້ທວງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ຢຸດຕິ​ການ​ເຜີຍ​ແຜ່"ບົດ​ລາຍ​ງານ​ສິດທິ​ມະນຸດຂອງ​ຕ່າງປະ​ເທດ", ຢຸດ​ການ​ກະທຳ​​ທີ່​ໃຊ້​ນະ​ໂຍບາຍ​ສອງ​ໜ້າ​ໃນ​ບັນຫາ​ສິດທິ​ມະນຸດ​ແລະ​​ແຊກ​ແຊງ​ວຽກ​ງານພາຍ​ໃນ​ຂອງ​ປ​ະ​ເທດ​ອື່ນ.