ຮາມັສສະເໜີເງື່ອນໄຂຢຸດຍິງ
cri
Author: cai
ຕາມຂ່າວCRI:ວັນທີ 12 ມີນານີ້,ທ່ານອິສມາອິນ ຮານີເຢ ຜູ້ນຳອົງການຮາມັສໄດ້ສະເໜີເງື່ອນໄຂກ່ຽວກັບການຢຸດຍິງກັບອິສຣາແອນຢ່າງເປີດເຜີຍ.
ວັນທີ 12 ມີນານີ້,ທ່ານຮານີເຢໄດ້ກ່າວຄຳປາໄສຢູ່ເຂດກາຊາ,ຮຽກຮ້ອງໃຫ້ອິສຣາແອນໃຫ້ຄຳໝັ້ນສັນຍາຢຸດຕິການຮຸກຮານເຂດກາຊາແລະການລອບສັງຫານຊາວປາເລັສຕີນ,ສິ້ນສຸດການປິດລ້ອມຕໍ່ເຂດກາຊາ.ທ່ານຍັງກ່າວວ່າ,ຂອບເຂດຢຸດຍິງບໍ່ພຽງແຕ່ຕ້ອງລວມທັງເຂດກາຊາເທົ່ານັ້ນ,ຍັງຄວນລວມທັງຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ.
ຕໍ່ທ່າທີດັ່ງກ່າວຂອງທ່ານຮານີເຢ,ໃນມື້ດຽວກັນ,ທ່ານອາເຢ ເມເຄນ ໂຄສົກກະຊວງການຕ່າງປະເທດອິສຣາແອນກ່າວວ່າ,ອິສຣາແອນບໍ່ຮູ້ສະພາບລະອຽດກ່ຽວກັບທ່ານຮານີເຢສະເໜີເງື່ອນໄຂຢຸດຍິງ,ອິສຣາແອນບໍ່ໄດ້ຕິດຕໍ່ກັບອົງການຮາມັສ.
|
|