ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-13 15:25:36    
ໂຄງ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສຳ​ຄັນ​ລະ​ດັບ​ຊາດ​ຂອງ​ຈີນ​ຈະ​ປະ​ຕິ​ບັດ​ຮອບ​ດ້ານ​ພາຍ​ໃນ​ປີ​ນີ້

cri
ຕາມ​ຂ່າວ cri:ວັນ​ທີ 13 ມີນາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ວ້ານກ່າງ ລັດຖະມົນຕີ​ວ່າການ​ກະຊວງ​ວິ​ທະ​ຍາ​ສາດ​ເຕັກນິກ​ຈີນ​ກ່າວ​ວ່າ, ​ໂຄງການ​ວິທະຍາສາດ​ເຕັກນິກ​ສຳຄັນລາຍ​ສະ​ເພາະ​ທີ່​ກຳນົດ​ໃນ​ໂຄງ​ຮ່າງ​ພັດທະນາ​ວິທະຍາສາດ​ເຕັກນິກ​​ໄລຍະ​ກາງ​ແລະໄລຍະ​ຍາວນານ​ຂອງ​ຈີນ​ຈະ​ເລີ່​ມ​ປະຕິບັດ​ຢ່າງຮອບດ້ານ​ພາຍ​ໃນ​ປີ​ນີ້.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຈີນ​ແລະ​ຕ່າງປະ​ເທດ,ທ່ານ​ວ້ານກ່າງ​ກ່າວ​ວ່າ, ປັດຈຸບັນ, ​ໂຄງການ​ວິທະຍາສາດ​​ເຕັກນິກສຳຄັນ​ຕ່າງໆ​ເຊັ່ນ ການຄົນນຄວ້າ​ຜະລິດເຮືອບິນ​ຂະຫນາດ​ໃຫຍ່ ການ​ພັດທະນາ​ໄຟຟ້າ​ນິວ​ເຄຼຍ ການຄົ້ນຄວ້າ​ຜະລິດ​ຢາ​ໃຫມ່ທີ່​ສຳຄັນ ການ​ຂຸດ​ຄົ້ນບໍ່​ນ້ຳມັນ​ອາຍ​ແກັສທຳ​ມະ​ຊາດແລະຖ່ານ​ຫິນຂອງ​ຈີນ​​ໄດ້​ເລີ່​ມດຳ​ເນີນ​​ເປັນ​ທາງ​ການ​ຢ່າງ​ສະດວກ​ແລ້ວ.

ທ່ານ​ຍັງ​ກ່າວ​ວ່າ,​ໃນຫລາຍ​ປີ​ມໍ່ໆ​ມາ​ນີ້ ສະພາບ​ແວດ​ລ້ອມການ​ປະດິດ​ສ້າງ​ຂອງ​ຈີນ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຫລວງຫລາຍ.ປີ​ກາຍ​ນີ້ ຈີນ​ໄດ້​ດັດ​ແກ້​ກົດຫມາຍ​ວ່າ​ດ້ວຍ​ຄວາມ​ກ້າວຫນ້າ​ຂອງ​ວິທະຍາສາດ​ເຕັກນິກ,ກົດຫມາຍ​ທີ່​ໄດ້​ຮັບ​ການ​ດັດ​ແກ້​ສະບັບ​ນີ້​​ໄດ້​ວາງລະບຽບ​ການ​ແລະ​​ນະ​ໂຍບາຍ​ພິ​ເສດຕ່າງໆ,​ເພີ່ມ​ທະວີການ​ສົ່ງ​ເສີມການ​ປະດິດ​ສ້າງ​ໂດຍ​ຕົນ​ເອງ.​ໃນ​ຫລາຍ​ມື້​ມາ​ນີ້, ກະຊວງ​ວິທະຍາສາດ​ເຕັກນິກ​ແລະກະຊວງ​ການ​ເງິນ​ໄດ້ອອກປະກາດ​ ​ຕົກລົງ​ໃຫ້ການ​ສະຫນັບສະຫນູນ​ຢ່າງ​ຫມັ້ນທ່ຽງ​ຍາວ​ນານ​ຕໍ່​ຫ້ອງ​ທົດ​ລອງ​ສຳຄັນ​ລະດັບ​ຊາດ.