ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-13 16:42:33    
ຄະນະ​ກຳມະ​ການ​ສັນ​ຕິ​ພາບ​ວົງ​ການ​ສາ​ສະ​ໜາ​ຈີນ​ກາຍ​ເປັນອົງການ​ສຳຄັນຂອງ​ການ​ໄປ​ມາ​ຫາ​ສູ່​ກັນ​ກັບຕາງປະ​ເທດ​ຂອງ​ສະພາ​ປຶກສາ​ການ​ເມືອງ

cri

ປະຈຸ​ບັນ, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ພວມ​ດຳ​ເນີນ​ຢູ່​ປັກ​ກິ່ງ. ​ໃນ​ຜູ້​ແທນ​ສະພາ​ຜູ້​ແທນ​ປະຊາຊົນ​ແລະ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ຫຼາຍ​ພັນ​ຄົນ, ມີ​ກຸ່ມ​ຄົນ​ໜຶ່ງດຶງ​ດູດ​ສາຍຕາ​ຂອງ​ຄົນ​ທັງຫຼາຍ, ​ພວກ​ເພິ່ນກໍ​ຄື​ຜູ້​ແທນ​ທີ່​ມາຈາກ​ສາສະໜາ​ພຸດ ສາ​ຫະໜາ​ເຕົາ ສາສະໜາ​ອິດສະ​ລາມ ສາສະໜາ​​ໂລ​ມັງ​ກະໂຕ​ລິກ​ແລະ​ສາສະໜາ​ຄຼິດສະ​ຕຽນ. ຄະນະ​ກຳມະການ​ສັນຕິພາບ​ວົງ​ການ​ສາສະໜາ​ຈີນ​ທີ່​ປະກອບ​ດ້ວຍຜູ້​ຕາງໜ້າ​ສາສະໜາ​ເຫຼົ່າ​ນີ້​ໄດ້​ກາຍ​ເປັນ​ອົງການ​ສຳຄັນ​ຂອງ​ການ​ໄປມາຫາສູ່​ກັນ​ກັບ​ຕ່າງປະ​ເທດຂອງ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ.

ຄະນະ​ກຳມະການ​ສັນຕິພາບ​ວົງ​ການ​ສາສະໜາ​ຈີນ​ແມ່ນ​ທ່ານ​ຈ້າວ​ຜູ້​ຊູ່ ຜູ້ນຳ​ສາສະໜາ​ພຸດ​ຈີນ​ລິ​ເລີ່​ມ​ແລະ​ຊຸກຍູ້​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1994. ຈຸດປະສົງ​ແມ່ນ​ເພີ່ມ​ທະວີ​ອົງການ​ສາສະໜາ​ຕ່າງໆ​ຂອງ​ຈີນ​ແລະ​ສາສະ​ນິກກະ​ຊົນ​ຮັກສາ​ແລະ​ເຂົ້າ​ຮ່ວມ​ພາລະກິດສັນຕິພາບ​ຂອງ​ໂລກ, ພັດທະນາ​ການ​ໄປມາຫາສູ່​ກັນດ້ວຍ​ໄມ​ຕີ​ຈິດ​ກັບ​ອົງການ​ສັນຕິພາບ​ສາສະໜາ​​ແລະພາກສ່ວນ​ທີ່​ກ່ຽວຂ້ອງ​ຕ່າງໆ​ຂອງ​ໂລກ, ພ້ອມ​ກັນ​ຊຸກຍູ້​ແລະ​ຮັກສາ​ສັນຕິພາບ​ຂອງ​ໂລກ.

ຈີນ​ມີ​ສາສະ​ນິກກະ​ຊົນທີ່​ເຊື່ອ​ຖື 5 ສາສະໜາ​ໃຫຍ່​ຫຼາຍ​ກວ່າ 100 ລ້ານ​ຄົນ. ​ໃນ​​ແຕ່ລະ​ປີ, ຄະນະ​ກຳມະການ​ສັນຕິພາບ​ວົງ​ການ​ສາສະໜາ​ຈີນ​ລ້ວນ​ແຕ່​ຈະ​ຈັດ​ຕັ້ງ​ການ​ສວດ​ມົນ​ເພື່ອສັນຕິພາບ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປົກ​ປ້ອງ​ສັນຕິພາບ​ສາກົນ, ສະ​ແດງ​ສຽງ​ໃນ​ໃຈ​ຂອງ​ວົງ​ການ​ສາສະໜາ​ຈີນ​ທີ່​ຄັດຄ້ານ​ສົງ​ຄາມ​ແລະ​ຮັກຫອມ​ສັນຕິພາບ. ພ້ອມ​ກັນ​ນັ້ນ, ຄະນະ​ກຳມະການ​ສັນຕິພາບ​ວົງ​ການ​ສາສະໜາ​ຈີນ​ຍັງ​ພະຍາຍາມ​ຂຸດ​ຄົ້ນ​ແລະ​ເສີມ​ຂະຫຍາຍ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​​ໃນ​ວັດທະນະທຳ​ສາສະໜາ, ຕັ້ງໜ້າ​ເສີມ​ຂະຫຍາຍບົດບາດ​ສຳຄັນ​ຂອງ​ສາສະໜາ​ໃນ​ດ້ານ​ການ​ຊຸກຍູ້​ສັງຄົມ​ກົມກຽວ​ກັນ.

​ໃນ 5 ປີ​ທີ່​ຜ່ານ​ມາ, ຄະນະ​ກຳມະການ​ສັນຕິພາບ​ວົງ​ການ​ສາສະໜາ​ຈີນ​ໄດ້​ຈັດ​ງານ​​ສົນທະນາ​ລະ​ລຶກສົງຄາມປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ່ປຸ່ນ​ແລະສົງຄາມ​ໂລກ​ຕໍ່ຕ້ານຟັດ​ຊິດ​​​ໄດ້​ຮັບໄຊຊະນະ​ຄົບຮອບ 60 ປີ, ​ເຜີຍ​ແຜ່"​ສານ​ສັນຕິພາບ​ຂອງ​ວົງ​ການ​ສາສະໜາ​ຈີນ", ຍັງ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ, ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ວົງ​ການ​ສາສະໜາ​ຈີນ.

​ໃນ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ທຸກ​ປີ, ກຳມະການ​ປຶກສາ​ການ​ເມືອງ​ຂອງ​ວົງ​ການ​ສາສະໜາ​ລ້ວນ​ແຕ່​​ຕ້ອງປຶກສາ​ຫາລື​ແລະ​​ແລກປ່ຽນ​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ສັນຕິພາບ​ຂອງ​ໂລກ. ຕໍ່​ເລື່ອງ​ນີ້, ທ່ານ​ເຈີ້ງວ້າງຖົ່ງ ​ເລຂາທິການ​​ຂອງ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງເທື່ອ​ນີ້​ຊີ້ິອອກ​ວ່າ:"ວົງ​ການ​ສາສະໜາ​ແມ່ນ​ສ່ວນ​ປະກອບ​ສຳຄັນ​ຂອງ​ອົງການ​ສະພາ​ປຶກສາ​ການ​ເມືອງປະຊາ​ຊົນ​ຈີນ, ຜູ້​ແທນ​ທີ່​ມາ​ຈາກ 5 ສາສະໜາ​ໃຫຍ່​ຢູ່​ຮ່ວມ​ກັນ​ຢ່າງປອງ​ດອງ​ແລະຮ່ວມ​ມື​ແລກປ່ຽນ​ກັນຢູ່​ໃນ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ, ​ປະກອບ​ສ່ວນພິ​ເສດ​ເຂົ້າ​ໃນຄວາມ​ສາມັກຄີ​ຂອງ​ປະຊາ​ຊາດ, ​ເສດຖະກິດ​ພັດທະນາ, ສັງຄົມ​ກົມ​ກຽວ​ກັນ​ແລະ​ປະ​ເທດ​ຊາດ​​​ໂຮມ​ເປັນ​ເອກະ​ພາບ​ກັນ. ນີ້​ແມ່ນ​ທ່າ​ແຮງ​ໃຫຍ່ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ, ກໍ​ແມ່ນ​ຈຸດ​ພິ​ເສດ​ໃຫຍ່​ຂອງ​ຄວາມ​ສີວິ​ໄລ​ທາງການ​ເມືອງ​ຈີນ."