ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-14 12:00:09    
ທ່ານ​ຮີ​ວ​ເວົ້າ​ວ່າ ອາ​ເມ​ລິ​ກາ​ຈະ​ບໍ່​​ໃຊ້​ຫຼັກ​ໝັ້ນ​ທີ່​ຄ່ອງ​​ແຄ້ວ​ໃນ​ບັນຫາ​ຮຽກຮ້ອງ​ໃຫ້​ສ.ປ.ປ.​​ເກົາຫຼີ​​ເປີດ​ເຜີຍ​ການ​​ເຄື່ອນ​ໄຫວ​ນີວ​ເຄຼຍຢ່າງ​ຄົບ​ຖ້ວນ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 13 ມີນາ​ນີ້,ຫົວໜ້າ​ຄະນະ​ຜູ້​ແທນ​ຂອງ​ອາ​ເມ​ລິ​ກາ​ແລະ​ສ.ປ.ປ.​ເກົາຫຼີທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​​​ເກົາຫຼີ​ໄດ້​ເຈລະ​ຈາ​ກັນຢູ່​ເຊີ​ແນວ,ຫາລື​ວິທີ​ແກ້​ໄຂສະ​ພາບ​​ແຂງ​ກະດ້າງ​​ໃນບັນຫາ​ນີວ​ເຄຼຍ​ແຫຼມ​​ເກົາຫຼີ.ກ່ອນ​ການ​ເຈລະຈາ,ທ່ານ​ຄຼິສ​ໂຕ​ເຟີ ຮີ​ວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຫົວໜ້າ​ຄະນະ​ຜູ້​ແທນອາ​ເມ​ລິ​ກາທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ 6 ຝ່າຍ​ກ່າວ​ຢ້ຳວ່າ,ອາ​ເມ​ລິ​ກາ​ຈະ​ບໍ່​ໃຊ້​ຫຼັກ​ໝັ້ນ​ທີ່​ຄ່ອງ​ແຄ້ວ​ໃນ​ບັນ​ຫາ​ຮຽກ​ຮ້ອງ​ໃຫ້​ສ.ປ.ປ.​ເກົາ​ຫຼີ​​ເປີ​ດ​​ເຜີຍ​ການ​ເຄື່ອນ​​ໄຫວ​ນີວ​ເຄຼຍ​ຢ່າງ​ຄົບ​ຖ້ວນ.

ມື້​ດຽວ​ກັນ,​ທ່ານ​ຮີ​ວ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ,ປະຈຸ​ບັນ,ໄດ້​ກາຍ​ວັນ​ກຳນົດ​ສຸດ​ທ້າຍທີ່​ໃຫ້ສ.ປ.ປ.​ເກົາ​ຫຼີ​ເປີດ​ເຜີຍ​ການລາ​ຍ​ງານ​ແຜນ​ການ​ນີວ​ເຄຼຍຢ່າງ​ຄົບ​ຖ້ວນ​ນັ້ນ 10 ອາ​ທິດແລ້ວ,ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຕ້ອງ​​ໃຊ້​ການ​​ເຄື່ອນ​ໄຫວ,ຊຸກຍູ້​ຂະ​ບວນການ​ແກ້​ໄຂ​ບັນຫາ​ນີວ​ເຄຼຍແຫຼມ​ເກົາຫຼີ,ສ່ວນ​ປະຈຸ​ບັນ​ພໍດີ​ແມ່ນ​ໂອກາດ​ທີ່​​ເໝາະ​ສົມ.

ສ.ປ.​ປ.​ເກົາຫຼີ​ກັບ​ອາ​ເມ​ລິ​ກາ​ມີ​ຄວາມ​ຂັດ​ແຍ່ງກັນ​ໃນ​ບັນຫາ​ສ.ປ.ປ.​ເກົາຫຼີລາຍ​ງານ​ແຜນການ​ນີວ​ເຄຼຍ,ອາ​ເມ​ລິ​ກາ​​ເຫັນ​ວ່າ,ສ.ປ.ປ.​ເກົາຫຼີ​ບໍ່​​ໄດ້​ລາຍ​ງານ​ແຜນກາ​ນນີວ​ເຄຼຍ​ຂອງ​ຕົນ​ຢ່າງ​ຄົບຖ້ວນ​ແລະ​ຖືກຕ້ອງ,ສ່ວນ​ສ.ປ.ປ.​ກົາຫຼີ​ກໍ່​ຕິຕຽນ​ວ່າອາ​ເມ​ລິ​ກາ​ຫຼີກ​ລຽງ​ພັນທະຂອງ​ຕົນ,ລະ​ເມີດ​ຫຼັກການ"ຕ່າງ​ຝ່າຍ​ຕ່າງ​ປະຕິບັດ​ໜ້າ​ທີ່​ຂອງ​ໃຜລາວ".