ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-14 15:44:13    
ຈີນ​ໄດ້​ບັນ​ລຸ​ບາດ​ກ້າວ​ສຳ​ຄັນ​ໃນ​ດ້ານ​ໃຫ້​ມີ​ຄວາມ​ຍຸດ​ຕິ​ທຳ​ທາງ​ດ້ານ​ການ​ສຶກ​ສາ

cri
ຕາມ​ຂ່າວ cri:ວັນ​ທີ 14 ມີນາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ໂຈ່​ວຈີ້ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ​ຈີນ​ກ່າວ​ວ່າ,​ໃນ​ຫລາຍ​ປີ​ມາ​ນີ້, ຈີນ​ໄດ້​ອອກ​ແຮງ​ຊຸກ​ຍູ້​ໃຫ້​ມີ​ຄວາມ​ຍຸດຕິ​ທຳ​ທາງ​ດ້ານ​ການ​ສຶກສາ,​​ແລະໄດ້​ບັນລຸບາດກ້າວ​ສຳຄັນ​ໃນ​ດ້ານ​ນີ້.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ,ທ່ານ​ໂຈ່​ວຈີ້​ກ່າວ​ວ່າ, ຈີນ​ໄດ້ຖື​ການ​ຊຸກ​ຍູ້​ໃຫ້​ມີ​ຄວາມ​ຍຸດຕິ​ທຳ​ທາງ​ດ້ານ​ການ​ສຶກສາ​ເປັນ​ນະ​ໂຍບາຍ​ການ​ສຶກສາ​ພື້ນຖານ​ຂອງ​ລັດ,ຍຶດຫມັ້ນ​ພັດທະນການ​ສຶກສາກ່ອນຫມູ່, ຍຶດຫມັ້ນໃຊ້ນະ​ໂຍບາຍ​ໃຫ້​ຂໍ້​ພິ​ເສດ​ແກ່​ປະຊາຊົນ​ເພື່ອຮັບປະກັນ​ຄວາມ​ຍຸດຕິ​ທຳ​ທາງ​ການ​ສຶກສາ. ​ເຊັ່ນ:ຈີນ​ໄດ້​ປະຕິບັດ​ນະ​ໂຍບາຍ​ຫລຸດ​ແລະ​ຍົກ​ເວັ້ນຄ່າ​ຮຽນ​ໃນ​ໄລຍະ​ການ​ສຶກສາ​ພາກ​ບັງຄັບ,ສ້າງ​ແລະ​ບູລະນະນະ​ໂຍບາຍ​ຊ່ວຍ​ເຫລືອ​ນັກຮຽນທີ່​ຄອບຄົວທຸກ​ຍາກ,​ເດັດດ່ຽວ​ປັບປຸງ​ການ​ເກັບ​ຄ່າ​ການສຶກສາ​ບໍ່​ຖືກຕ້ອງ,ສ້າງ​ແລະ​ບູລະນະ​ລະບຽບ​ການ​ບໍລິການ​ດ້ານ​ປະກອບ​ອາຊີບ​ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ຈາກ​ໂຮງຮຽນ​ຊັ້ນສູງ.

ທ່ານ​ໂຈ່​ວຈີ້​ກ່າວ​ວ່າ, ຈີນ​ແມ່ນ​ປະ​ເທດ​​ໃຫຍ່​ທີ່ພວມ​ພັດທະນາ​​ທີ່​ມີ​ປະຊາກອນ 1 ຕື້ 300 ລ້ານ​ຄົນ,ການ​ບັນລຸ​ຄວາມ​ຍຸດຕິ​ທຳ​ທາງ​ດ້ານ​ການ​ສຶກສາ​ແມ່ນ​ຂະ​ບວນການ​ທີ່​ຕ້ອງສູ້​ຊົນ​ເປັນ​ເວລາ​ຍາວ​ນານ.ທ່ານ​ກ່າວ​ວ່າ,ຈີນ​ຈະ​ຊຸກ​ຍູ້​ຄວາມ​ຍຸດຕິ​ທຳ​ດ້ານ​ການ​ສຶກສາ​ຕື່ມ​ອີກ,ພະຍາຍາມ​ສ້າງ​ການ​ສຶກສາ​ທີ່​ປະຊາຊົນ​ພໍ​ໃຈ​.