ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-14 15:49:55    
ລາຍການ​ພິ​ເສດ​ສອງ​ກອງ​ປະຊຸມ​ສະພາ​ຈີນ(ວັນ​ພະຫັດ, ທີ່ 13 ມີນາ 2008)

cri

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ:

ພົບ​ກັນ​ອີກ​ແລ້ວ​ກັບ​ສັງຂານ​ ຈູມ​ຄຳ​ພັນ​ໃນ​ລາຍການ​ພິ​ເສດ​ເພື່ອ​ສ່ອງ​ແສງ​ການ​ເຄື່ອນ​ໄຫວ​ຂອງ​ສອງ​ກອງ​ປະຊຸມ​ສະພາ​ຂອງ​ຈີນ​ທີ່​ພວມ​ດຳ​ເນີນ​ຢູ່. ຕອນ​ບ່າຍ​ວັນນີ້​ກອງ​ປະຊຸມ​ສະພາ​ຜູ້​ແທນປະຊາຊົນ​ແຫ່ງ​ຊາດ​ກໍ່​ໄດ້​ເລີ່​ມຂັ້ນ​ຕອນ​ການ​ຄົ້ນຄວ້າ​ພິຈາລະນາ​ກ່ຽວ​ກັບ​ການ​ປ່ຽນ​​ແປງ​ການ​ນຳ​ຂອງ​ລັດ, ມື້​ນີ້​ກໍ່​ຍັງ​ສືບ​ຕໍ່​ຢູ່. ສ່ວນ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ, ມື້​ອື່ນ​ກໍ່​ເປັນ​ມື້​ສຸດ​ທ້າຍ​ແລ້ວ.

ມີ​ມິດ​ລາຍການ​ສາວ​ຂອງCRIບາງ​ທ່ານ​ສົ່ງ​ຂໍ້​ຄວາມ​ສັ້ນ​ໄປ​ຫາ​ພວກ​ເຮົາ​ບອກ​ວ່າ, ຢາກ​ໃຫ້​ສັງຂາ​ນ​ເວົ້າ​ສູ່​ຟັງ​ວ່າຄວາມ​ຄື​ກັນ​ແລະ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ສະພາ​ຈີນ​ກັບ​ສະພາ​ລາວ, ອັນ​ນີ້​ກໍ່​ບໍ່​ຂັດຂ້ອງ​ຈັດ​ຕາມ​ຄຳ​ຂໍ​ຂອງ​ທ່ານ​ຜູ້​ຟັງ​ເລີຍ. ທຳ​ອິດ​ຈະ​ເວົ້າ​ເຖິງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຂອງ​ຈີນ​ກ່ອນ, ສະພາ​ນີ້​ຖ້າ​ທຽບ​ກັບ​ລາວ​ແລ້ວ, ກໍ​ຢາກ​ຄ້າຍຄື​ກັບ​ກອງ​ປະຊຸມ​ແນວ​ລາວ​ສ້າງ​ຊາດ, ທຳ​ໜ້າ​ທີ່​ເປັນ​ອົງການ​ແນວ​ໂຮມ​ເອກະ​ພາບ​ຮັກ​ຊາດ​ຂອງ​ປະຊາຊົນ​ຈີນ, ຖື​ວ່າ​ເປັນ​ອົງການ​ໃຫ້​ຄຳ​ປຶກສາ​ດ້ານ​ການ​ເມືອງ​ສູງ​ສຸດ​ຂອງ​ປະ​ເທດ. ບັນດາ​ກຳມະການ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລ້ວນ​ແຕ່​ແມ່ນ​ຕົວ​ແທນ​ຈາກ​ພາກສ່ວນ​ຕ່າງໆ​ຂອງ​ສັງຄົມ​ຈີນ.

ບໍ່​ວ່າ​ຈະ​ເປັນ​ປະຊາຊົນ​ເຜົ່າ​ຕ່າງໆ, ສາດສະໜາ​ຕ່າງໆ, ຊັ້ນ​ຄົນ​ຕ່າງໆ, ອັນ​ໜຶ່ງ​ທີ່​ຕ່າງ​ຈາກ​ລາວ​ແມ່ນ​ໃນ​ລະບົບ​ການ​ເມືອງ​ຂອງ​ຈີນ​ນອກຈາກ​ພັກ​ຄອມ​ມູນິດ​ທີ່​ເປັນ​ພັກ​ນຳພາ​ແລະ​ພັກ​ຄອງ​ອຳນາດ​ແລ້ວ, ຍັງ​ມີ 8 ພັກ​ຝ່າຍ​ປະຊາທິປະ​ໄຕ​ອີກ. ລາຍ​ຊື່​ລະອຽດ​ມີ​ຄື: ຄະນະ​ກຳມະການ​ປະຕິວັດ​ພັກ​ກົກ​ມິນ​ຕັ້ງ​ຈີນ, ອົງການ​ສຳພັນ​ປະຊາທິປະ​ໄຕ​ຈີນ, ສະມາຄົມ​ປະຊາທິປະ​ໄຕ​ສ້າງ​ຊາດ​ຈີນ, ສະມາຄົມ​ສົ່ງ​ເສີມ​ປະຊາທິປະ​ໄຕ​ຈີນ, ພັກ​ປະຊາທິປະ​ໄຕ​ຊາວນາ-ກຳມະກອນ​ຈີນ, ພັກ​ຈື້ກົງ​ຈີນ, ສະມາຄົມ​ວິຊາ​ການ​ຈິ​ວຊານ​ແລະ​ອົງການ​ສຳພັນ​​ໄຕ້​ຫວັນ​ປົກຄອງ​ຕົນ​ເອງ​ໂດຍ​ປະຊາທິປະ​ໄຕ. ທັງ 8 ພັກ​ນີ້​ບໍ່​ແມ່ນ​ພັກ​ຝ່າຍ​ຄ້ານ, ບໍ່​ມີ​ຄວາມ​ຂັດ​ແຂ່ງ​ກັນ​, ​ແຕ່​ເຮັດວຽກ​ແລະ​ຄົງ​ຕົວ​ຢູ່​ຮ່ວມ​ກັນ​ພັກ​ຄອມ​ມູນິດ​ຈີນ​ແບບ​ຮ່ວມ​ມື​ກັນ. ສະ​ໜັບສະ​ໜູນ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ​ຄອມ​ມູນິດ​ຈີນ.ສະພາ​ນີ້​ຈະ​ຈັດ​ກອງ​ປະຊຸມ​ປີ​ລະ​ເທື່ອ​ກ່ອນ​ໜ້າ​ສະພາ​ຜູ້​ແທນ​ປະຊາຊົນ​ປະມານ 2 – 3 ວັນ.

ບັດ​ນີ້​ມາ​ເວົ້າ​ເຖິງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ມີ​ຫຍັງ​ຄື​ກັນ​ແລະ​ມີ​ຫຍັງ​ຕ່າ​ງກັນ​ກັບ​ສະພາ​ແຫ່ງ​ຊາດ​ລາວ. ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຖື​ວ່າ​ເປັນ​ອົງການ​ນິຕິບັນຍັດ​ສູງ​ສຸດ​ຂອງ​ປະ​ເທດ, ບົດບາດ​ສິດ​ໜ້າ​ທີ່​ຄວາມ​ຮັບຜິດຊອບ​ກໍ່​ຄາຍໆ​ກັບ​ສະພາ​ແຫ່ງ​ຊາດ​ລາວ​ຄື​ຄົ້ນຄວ້າ​ພິຈາລະນາ​ຮັບຮອງ​ບົດ​ລາຍ​ງານ​ການ​ປະຕິບັດ​ວຽກ​ງານ​ຂອງ​ລັດຖະບານ, ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ, ​ແຜນ​ງົບປະມານ, ຮັບຮອງ​ກົດໝາຍ​ໃໝ່, ປັບປຸງ​ກົດ​ໝາຍ​ເກົ່າ, ​ເລືອກ​ຕັ້ງ​ປະທານ​ແລະ​ຮອງ​ປະທານ​ປະ​ເທດ, ​ແຕ່ງ​ຕັ້ງ​ຄະນະ​ລັດຖະບານ​ລວມທັງ​ນາຍົກລັດຖະມົນຕີ. ​ແມ່ນ​ອົງການ​ຕົວ​ແທນ​ແຫ່ງ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ​ເປັນ​ອົງການ​ອຳນາດ​ລັດ​ທີ່​ມີ​ສິດ​ຕົກລົງ​ບັນຫາ​ພື້ນຖານ​ຂອງ​ຊາດ, ທັງ​ເປັນ​ອົງການ​ນິຕິ​ບັນຍັດ​ແລະ​ອົງການ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ບໍລິຫານ​ແລະ​ອົງການຕຸລາການ. ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ່​ລ້ວນ​ແຕ່​ຖືກ​ເລືອກ​ຕັ້ງ​ຈາກ​ຂັ້ນ​ຮາກ​ຖານ​ທ້ອງ​ຖິ່ນ​ທີ່​ເປັນ​ປາກ​ເປັນ​ສຽງ​​ແທນ​ປະຊາຊົນ, ​ເພື່ອ​ໃຫ້​ຄຳ​ແນະນຳ​ຄຳ​ສະ​ເໜີ​ຕ່າງໆ​ຕໍ່​ຄະນະ​ລັດຖະບານ. ອັນ​ທີ່​ຄື​ກັນ​ກໍ່​ແມ່ນ​ອາຍຸ​ຂອງ​ສະພາ​ຜູ້​ແທນ​ແຕ່​ລະ​ຊຸດ​ເປັນ 5 ປີ, ​ແຕ່​ວ່າການ​ປະຊຸມ​ສະ​ໄໝ​ສາມັນ​ນັ້ນ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ປະຊຸມ​ປີ​ລະ​ເທື່ອ​ໃນ​ເດືອນ​ມີນາ, ​ແຕ່​ສຳລັບ​ສະພາ​ແຫ່ງ​ຊາດ​ລາວ​ປະ​ຊຸມ​ປີ​ລະ 2 ​ເທື່ອ. ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເທື່ອ​ນີ້​ເປັນ​ເທື່ອ​ທີ 1 ຂອງ​ຊຸດ​ທີ 11, ຈະ​ດຳ​ເນີນ​ໄປ​ຈົດ​ຮອດ​ວັນ​ທີ 18 ​ເດືອນ​ນີ້​ຈຶ່ງ​ຈະ​ອັດ​ກອງ​ປະຊຸມ, ອີກ​ບໍ່​ດົນ​ທ່ານ​ກໍ່​ຈະ​ເຫັນ​ໃບ​ໜ້າ​ຂອງ​ຄະນະ​ລັດຖະບານ​ຊຸດ​ໃໝ່​ຂອງ​ຈີນ.

​ເອົາລະ​ສຳລັບ​ມື້​ນີ້​ພໍ​ເທົ່າ​ນີ້​ກ່ອນ, ຖ້າ​ທ່ານ​ຜູ້​ຟັງ​ມີ​ຄຳ​ຖາມ​ຫຍັງອີກ​ກ່ຽວ​ກັບ 2 ສະພາ​ຂອງ​ຈີນ, ກໍ່​ສົ່ງ​ຂໍ້ຄວາມ​ສັ້ນ​ໄປ​ຫາ​ພວກ​ເຮົາ​ໄດ້​ທີ່​ໝາຍ​ເລກ 2430000​ແລ້ວ​ສັງຂານ ຈູມ​ຄຳ​ພັນ​ຈະ​ນຳ​ມາ​ຕອບ​ອອກ​ອາກາດ​ສູ່​ຟັງ. ສຳລັບ​ມື້​ນີ້​ຂໍ​ລາ​ໄປ​ກ່ອນ, ພົບ​ກັນ​ໃໝ່​ມື້​ອື່ນ​ເວລາ​ເກົ່າ. ສະບາຍດີ.