ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-14 16:51:56    
ລັດ​ຖະ​ບານ​ຈີນ​ສຸດ​ທິ​ເອົາ​ໃຈ​ໃສ່​ນຳ​ບັນ​ຫາ​ການ​ສຶກ​ສາ​ຂອງ​ລູກ​ເຕົ້າ ຊາວ​ກະ​ສິ​ກອນ​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ

cri
ຕາມ​ຂ່າວ cri:ວັນ​ທີ 14 ມີນາ​ນີ້ ຢູ່​ປັກ​ກິ່ງ, ທ່ານ​ໂຈ່​ວຈີ້ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​ສຸດທິ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ການ​ສຶກສາ​ຂອງ​ລູກ​ຫລານ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ,​​ແລະໄດ້​ໃຊ້​ຫລາຍ​ມາດ​ຕະການ​ຊຸກ​ຍູ້​ວຽກ​ງານ​ດັ່ງກ່າວ.

ທ່ານ​ໂຈ່​ວຈີ້​ກ່າວ​ວ່າ, ປັດຈຸບັນ,​ໃນ​ຫມູ່​ລູກ​ຫລານ​ຂອງ​ຊາວ​ກະສິກອນ​ຜູ່​ທີ່ເຮັດວຽກ​ຢູ່​ໃນ​ຕົວ​ເມືອງ,ມີ 1/3 ​​ໄດ້​ໄປຢູ່​ໃນຕົວ​ເມືອງ​ກັບ​ພໍ່​ແມ່,ມີ2/3ຍັງຢູ່​ຊົນນະບົດ.​ເລີ່​ມ​ແຕ່​ລະດູ​ໃບ​ໄມ້​ຫລົ່ນ​ປີ​ນີ້​​ເປັນຕົ້ນ​ໄປ, ຈີນ​ຈະ​ປະຕິບັດ​ນະ​ໂຍບາຍ​ຍົກ​ເວັ້ນຄ່າ​ສຶກສາ​ພາກ​ບັງຄັບ​ໃນ​ຕົວ​ເມືອງ​ຕໍ່​ລູກ​ຫລານ​ຊາວ​ກະສິກອນ​ຜູ່​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ,ພ້ອມ​ກັນນັ້ນ, ຈະ​ສືບ​ຕໍ່​ສ້າງ​ໂຮງຮຽນ​ໃນ​ຊົນນະບົດ​ໃຫ້​ດີ,​ແກ້​ໄຂ​ບັນຫາ​ການ​ຮ່ຳຮຽນ​ຂອງ​ເດັກນ້ອຍ​ທີ່​ຍັງ​ຢູ່​ຊົນນະບົດ.