ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-14 17:12:50    
ລາຍການ​ພິ​ເສດ​ສອງ​ກອງ​ປະຊຸມ​ສະພາ​ຈີນ (ວັນສຸກ​, ວັນ​ທີ14ມີນາ2008)

cri

ສະບາຍດີ​ທ່ານ​ຜູ້​ຟັງ​ທຸກ​ທ່ານ
ພໍ​ເຖີງ​ເວລາ​ນີ້​ພົບ​ກັບ​ສັງຂານ​ຈູມ​ຄຳ​ພັນ ຊ່ຽວຊານ​ຕ່າງປະ​ເທດ​ຂອງ​ພະ​ແນ​ກ ພາສາ​ລາວຂອງCRI ​ໃນ​ລາຍການ​ພິ​ເສດ​ທີ່​ມື​ຊື່ວ່າ"ສອງ​ກອງ​ປະຊຸມ​ສະພາ​ຈີນ​ຜ່ານ​ສາຍຕາ​ຂອງ​ຊ່ຽວຊານ​ລາວ". ມື້​ນີ້​ແມ່ນ​ມື້​ສຸດ​ທ້າຍ​ຂອງ​ສັບປະດາ​ແລ້ວ, ​ແລະ​ກໍ່​ແມ່ນ​ມື້​ອັດ​ກອງ​ປະຊຸມ​ເທື່ອ​ທີ1ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ຊຸດ​ທີ11ທີ່​ເປັນ​ອົງການ​ທີ່​ເຮັດ​ວຽກ​ແນວ​ໂຮມ​ຂອງ​ຊາດ​ແລະ​ອົງການ​ໃຫ້​ຄຳ​ປຶກສາ​ການ​ເມືອງ​ສູງ​ສຸດ​ຂອງ​ປະ​ເທດ. ມື້ວານ​ນີ້​ກໍ່​ມີ​ການ​ປ່ອນ​ປັດ​ເລືອກ​ຕັ້ງ​ຄະນະ​ປະທານ​ຂອງ​ສະພາ​ປຶກສາ​ການ​ເມືອງ​ຊຸດ​ທີ11, ຜົນ​ປະກົດ​ວ່າ​ທ່ານ​ເຈຍ​ຊິ້ງລິນ​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ປະທານ​ຂອງ​ສະພາ​ຄືນ​ໃໝ່​ແລະ​ມີ​ຮອງ​ປະທານ25ທ່ານ​ໃນ​ນັ້ນ​ເປັນ​ຜູ້ຍິງ3ທ່ານ,​ເຜົ່າ​ຕິ​ເບ​ດ2ທ່ານ ​ເຜົ່າ​ອຸຍ​ເວີ ​ເຜົ່າ​ຮຸຍ​ແລະ​ເຜົ່າ​ຈ້ວງ ​ເຜົ່າ​ລະ1ທ່ານ, ​ເຫຼືອ​ນັ້ນ​ແມ່ນ​ເຜົ່າຣ້ານທີ່​ເປັນ​ພົນລະ​ເມືອ​ງສ່ວນ​ໃຫຍ່​ຂອງ​ຈີນ, ນອກ​ນັ້ນ​ກໍ່​ຍັງ​ໄດ້​ເລືອກ​ກຳມະການ​ອີກ298ທ່ານ​ມາ​ເປັນ​ກຳມະ​ກາ​ນປະຈຳ​ຂອງ​ສະພາ​ທີ່​ປຶກສາ​ການ​ເມືອງ. ກໍ​ຂໍ​ສະຫຼຸບ​ຫຍໍ້ໆ​ສູ່​ຟັງ​ແນວ​ນີ້, ​ເພາະ​ລາຍ​ລະອຽດ​ຖ້າ​ທ່ານ​ຕິດຕາມ​ຂ່າວ​ຈາກCRIກໍ່​ຄົງ​ຈະ​ຮູ້​ແນ່ນອນ.

ສ່ວນ​ກອງ​ປະຊຸມ​ເທື່ອ​ທີ1ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ11ກໍ​ພວມ​ດຳ​ເນີນ​ຢູ່, ມື້​ນີ້​ກໍ່​ຍັງ​ສືບ​ຕໍ່​ຄົ້ນຄວ້າ​ພິຈາລະນາ​ແຜນ​ສະ​ເໜີ​ປັບປຸງ​ໂຄງ​ສ້າງ​ຂອງ​ລັດຖະບານ​ຈາກ​ສະພາ​ແຫ່ງ​ລັດ​ຢູ່. ຊຶ່ງ​ແຜນ​ນີ້​ຫຼາຍ​ຝ່າຍ​ກໍ່​ເຊື່ອ​ວ່າ​ຈະ​ຊ່ອຍຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ດີ, ​ເພາະວ່າ​ໃນ​ແຜນ​ນີ້​ຄະນະ​ກຳມະການ​ປະຕິ​ຮູບ​ແລະ​ພັດທະນາ​ແຫ່ງ​ຊາດ​ຈະ​ລົງ​ເລິກ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ລະດັບ​ມະຫາ​ພາກ​ແລະ​ຈະ​ພະຍາຍາມ​ບໍ່​ກ່ຽວຂ້ອງ​ກັບ​ການ​ຄຸ້ມ​ຄອງ​ເສດຖະກິດ​ຈຸນ​ລະ​ພາກ, ພ້ອມ​ທັງ​ຫຼຸດຜ່ອນ​ການ​ກວດກາ​ຕິດຕາມ​ແລະ​ອະ​ນຸມັດ​ໂຄງການ​ພິ​ເສດ. ຢູ່​ໃນ​ກອງ​ປະຊຸມ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໃນ​ເດືອນ​ແລ້ວ​ນີ້​ກໍ່​ໄດ້​ຮັບຮອງ​ເອົາ​ແຜນການ​ປະຕິ​ຮູບ​ລະບົບ​ການ​ປົກຄອງ​ທີ່​ເປັນຫຼັກການ, ​ເປົ້າ​ໝາຍ​ແລະ​ເຄື່ອງມື​ຕິດຕາມ​ກວດກາ​ການ​ປະຕິ​ຮູບ​ການ​ບໍລິຫານ​ແລະ​ປົກຄອງ​ຂອງ​ລັດຖະບານ​ຈີນ, ​ແຜນການ​ປະຕິ​ຮູບ​ເທື່ອ​ນີ້​ມັນ​ຈະ​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ປັບປຸງ​ອຳນາດ​ຂອງ​ການ​ກວດກາ​​ແລະ​ກົນ​ໄກ​ການ​ຕິດຕາມ​ການ​ສໍ້​ລາດ​ບັງ​ຫຼວງ, ​ເພາະວ່າ​ຍ້ອນ​ກົນ​ໄກ​ການ​ຕິດຕາມ​ກວດ​ສອບ​ອຳນາດ​ການ​ປົກຄອງ​ທີ່​ຍັງ​ບໍ່​ສົມບູນ​ກໍ່​ເປັນ​ຊ່ອງ​ຫວ່າງ​ໃຫ້​ເກີດ​ການ​ໃຊ້​ຖານະ​ຕຳ​ແໜ່​ງ​ໄປ​ໃນ​ທາງ​ທີ່​ຜິດ​ແລະ​ສວຍ​ໂອກາດ​ກອບ​ໂກຍ​ຜົນ​ປະ​ໂຫຍ​ດ​ໃຫ້​ຕົນ​ເອງ ຄອບຄົວ​ແລະ​ພວກ​ພ້ອງ. ຕົວຢ່າງ​ໃນ5ປີຜ່ານມາ​ກໍ່​ແມ່​ນກໍລະນີ​ຂອງ​ທ່ານ​ເຈິ້ງ​ສຽວ​ອູ ອະດີດ​ຫົວໜ້າ​ກົມ​ອາຫານ​ແລະ​ຢາ​ທີ່​ຖືກ​ປະຫານ​ຊີວິດ​ໃນ​ຄະດີ​ຮັບ​ສິນ​ບົນ6ລ້ານ4​ແສນ9ໝື່ນ​ຢວນ​ແລະ​ກໍລະນີ​ຂອງ​ທ່ານ​ເສິນ​ຫຼຽງອູ ອະດີດ​ເລຂາ​ຄະນະ​ພັກ​ນະຄອນ​ຊຽງ​ໄຮ້​ທີ່​ຖືກ​ໄລ່​ອອກ​ຈາກ​ພັກ​ແລະ​ຕຳ​ແໜ່​ງລັດ​ທັງ​ໝົດ​ແລະ​ດຽວນີ້​ພວມ​ຖືກ​ກັກ​ຂັງ​ເພື່ອ​ລໍຖ້າ​ການ​ຕັດສິນ​ຄະດີ​ຢູ່.

ຢູ່​ໃນ​ບົດ​ລາຍ​ງານ​ຂອງ​ທ່ານ​ເຈຍ​ຈຸນ​ຫວາງ,ອະທິ​ໄອ​ຍະ​ການ​ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ທີ່​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ເທື່ອ​ນີ້​ກໍ່​ບອກ​ວ່າ,ມີ​​ເຈົ້າ​ໜ້າ​ທີ່​ລະດັບ​ແຂວງ​ແລະ​ກະຊວງ 35 ຄົນ,ລະດັບ​ກຳ​ແພງນະຄອນ 930 ຄົນ​ແລະ​ໃນ​ລະດັບ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ເກືອບ 14000 ຄົນ​ຖືກ​ສອບ​ສວນ​ຍ້ອນ​ຄະດີ​ຍັກ​ຍອກ​ຊັບ​ສິນ,ຮັບ​ສິນ​ບົນ​ແລະ​ອື່ນໆ,​ໃນ​​ໄລຍະ 5 ປີຜ່ານມາ,ຄາດ​ວ່າ​ແຜນການ​ປະຕິ​ຮູບ​ໂຄງ​ສ້າງ​ຂອງ​ລັດຖະບານ​ທີ່​ພວມ​ຄົ້ນ​ຄວ້າ​ພິຈາລະນາ​ຢູ່​ຈະ​ນຳ​ໄປ​ສູ່​ການ​ສ້າງ​ຕັ້ງ​ກົນ​ໄກ​ການ​ປົກຄອງ​ທີ່​ກົມ​ກຽວ​ແລະ​ໃຫ້​ອຳນາດ​ໃນ​ການ​ຕິດຕາມ​ກວດກາ​ເພີ່ມ​ຂຶ້ນ​ແກ່​ການ​ຕັດສິນ​ບັນຫາ,ການ​ໃຊ້​ມາດ​ຕະການ​ແລະ​ການກວດ​ສອບ​ທີ່​ຈະ​ປູ​ທາງ​ໄປ​ສູ່​ການ​ກຳຈັດ"ພະຍາດ​ສໍ້​ລາດ​ບັງ​ຫຼວງ".

ເຈົ້າ​ໜ້າ​ທີ່​ທີ່​ກ້ຽວ​ຂ້ອງ​ທີ່​ເຂົ້າ​ຮ່ວມ​ພິຈາລະນາ​ແຜນການ​ກໍ່​ມີ​ຄຳ​ເຫັນ​ວ່າ,ມອບ​ອຳນາດ​ຄືນ​ໃຫ້​ສະ​ຖາ​ບັນ​ສະ​ເພາະ​ຈະ​ແມ່ນ​ວິທີ​ທີ່​ເປັນ​ຂໍ​ກະ​ແຈ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຈົ້າ​ໜ້າ​ທີ່​ລັດ​ສວຍ​ໃຊ້​ຖານະ​ຕຳ​ແໜ່​ງ​ເພື່ອ​ກອບ​ໂກຍ​ສ້າງ​ຮັ່ງ​ຄູນ​ມີ​ໃຫ້​ແກ່​ຕົນ​ເອງ.ທ່ານ​ຫຼິວຊີ​ຢົງ ຜູ້​ແທນ​ສະພາ​ກໍ່​ເວົ້າວ່າ:"ຮາກ​ເຫງົ້າ​ຂອງ​ການ​ສໍ້​ລາດ​ບັງ​ຫຼວງ​ກໍ່​ແມ່ນ​ການ​ຄ້າຂາຍ​ລະຫວ່າງ​ອຳນາດ​ກັບ​ເງິນ​ຄຳ,ມັນ​ແມ່ນ​ຕະຫຼາດ​ໜຶ່ງ."ທ່ານ​ເວີນ​ເຈຍ​ປາວ ນາຍົກຈີນ​ກໍ່​ກ່າວ​ໃນ​ກອງ​ປະຊຸມ​ວ່າ:"ພວມ​ເຮົາ​ຈຳ​ເປັນ​ຕ້ອງ​ຕໍ່ສູ້​ກັບ​ບັນຫາ​​ໃຊ້​ອຳນາດ​ໄປ​ໃນ​ທາງ​ທີ່​ຜິດ​ແລະ​ການ​ກວດ​ສອບ​ການ​ໃຊ້​ອຳນາດ​ທີ່​ຍັງ​ບໍ່​ທັນ​ເຂັ້ມ​​ງວດ​ເພື່ອ​ສ້າງ​ລັດຖະບານ​ທີ່​ປອດ​​ໃສ​ຂາວ​ສະອາດ."

ເອົາລະ​ທ່ານ​ຜູ້​ຟັງ​ທີ່​​ເຄົາລົບ,ມື້​ນີ້​ເວລາ​ຂອງ​ລາຍການ​ພິ​ເສດ​ສອງ​ສະພາ​ຈີນ​ໃນ​ສາຍຕາ​ຂອງ​ຊ່ຽວຊານ​ລາວ​ກໍ່​ໝົດ​ເວລາ​ແລ້ວ;ມື້​ອື່ນ​ແລະ​ມື້ຮືສັງຂານ ຈູມ​ຄຳ​ພັນ​ຈະ​ບໍ່​ໄດ້​ມາ​ພົບ​ກັບ​ທ່ານ;ວັນ​ຈັນ​ໜ້າ ​ເວລາ​ດຽວ​ກັນ​ນີ້​ຈຶ່ງ​ພົບ​ກັນ​ອີກ.ສະບາຍດີ.