ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-14 17:14:57    
ງານ​ກິລາ​ໂອ​ລິ​ມປິ​ກສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່ປະຊາຊົນ

cri


ນາງ​ຈ່ຽງມິງອາຍຸ 24 ປີ​​ເຮັດ​ວຽກ​ຢູ່​ບໍ່​ລິ​ສັດ​ແຫ່ງ​ໜຶ່ງ​ຂອງ​ປັກ​ກິ່ງ. ຄຽງ​ຄູ່​ກັບ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ນັບ​ມື້​ນັບ​ຫຍັບ​ມໍ່​ເຂົ້າ​ມາ, ​ນາງ​ຮູ້ສຶກ​ວ່າ​ຂະ​ບວນການ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຈິງ​ແລ້ວ​ກໍແມ່ນ​ຂະ​ບວນການ​ທີ່​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ. ນາງ​ເວົ້າ​ວ່າ:
"ຄົມ​ມະ​ນາ​ຄົມ​ສະດວກ​ກວ່າ​ເກົ່າ​. ຂ້ອຍ​ຮູ້ສຶກ​ວ່າ​ລົດ​ເມຫຼາຍ​ກວ່າ​ເກົ່າ, ​ເວລາ​ຫ່າງ​ກັນລະຫວ່າງ​ລົດ​ນັ້ນ​ກໍ​ສັ້ນ​ຂຶ້ນກວ່າ​ເກົ່າ. ປະຈຸ​ບັນ​ຂ້ອຍ​​ເຂົ້າ​ການ​ກໍ​ສາມາດ​ປະຢັດ​ເກືອບ​ໜຶ່ງ​ຊົ່ວ​ໂມງ​ທຽບ​ກັບ​ເມື່ອ​ກ່ອນ. ລາ​ຄາ​ປີ້​ກໍ​ຖືກ​ກວ່າ​ເກົ່າ, ພຽງ​ແຕ່ 4 ​ເໝົາ​ຕໍ່​ເທື່ອ​ເທົ່າ​ນັ້ນ."

ຈາກ​ການ​ປັບປຸງ​ມົນ​ລະ​ພິດ​ທາງອາກາດ​ຮອດການ​ພັດທະນາ​ຄົມມະນາຄົມ​ສາທາລະນະ​ກ່ອນ, ຈາກການ​ຊຸກຍູ້​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຮອດການດຳ​ເນີນ​ການ​ເຄື່ອນ​ໄຫວ​ຫັດກາຍຂອງທົ່ວ​ປວງ​ຊົນ, ປະ​ເທດ​ຈີນ​ທີ່​ຈະ​ຮັບ​ຕ້ອນ​​ງານ​ກິລາ​ໂອ​ລິ​ມປິກ​ນັ້ນ, ຍຶດໝັ້ນ​ຖື​ຄົນ​ເປັນ​ກົກ, ​ເຮັດ​ໃຫ້​ສັງຄົມ​ແລະ​ປະ​ຊາ​ຊົນ​ໄດ້​ຊົມ​ໃຊ້​ໝາກ​ຜົນ​ຂອງ​ງານ​ກິລາ​ໂອ​ລິມປິກ.

ທັດສະນະ​ຄະຕີ​ຂອງ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ"ງານ​​ໂອ​ລິ​ມປິກ​ສີ​ຂຽວ, ​ໂອ​ລິ​ມປິກ​ວັດທະນະທຳ​ແລະ​ໂອ​ລິມປິກວິທະຍາສາດ". ສາມ​ດ້ານ​ດັ່ງກ່າວ​ລ້ວນ​ແຕ່​ກ່ຽວ​ພັນ​ເຖິງ​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງ​ສະໜິດສະ​ແໜ້ນ. ​ຕົວຢ່າງ​ຄືໂອ​ລິ​ມປິກ​ສີຂຽວ", ​ເພື່ອ​ປັບປຸງ​ຄຸນ​ນະພາ​ບສິ່ງ​ແວດ​ລ້ອມ​ຂອງ​ປັກ​ກິ່ງ, ນະຄອນຫຼວງ​ປັກ​ກິ່ງ​ໄດ້​ຢຸດຕິ​ຫຼື​ຍົກຍ້າຍ​ວິ​ສາ​ຫະກິດ​ເຊື່ອມ​ພິດ 140 ກວ່າ​​ແຫ່ງ​ດ້ວຍ​​ມາດ​ຕະການ​ປັບປຸງ​ໂຄງ​ປະກອບ ​ຍົກຍ້າຍຫຼື​ປິດວິ​ສາ​ຫະກິດ​ເປັນ​ຕົ້ນ. ປະຈຸ​ບັນ​ຢູ່​​ໃຈກາງເມືອງ, ບໍ່​ມີ​ວິດ​ສາ​ຫະກິດ​ເຊື່ອມ​ພິດ​ໜັກ​ແລ້ວ. ພ້ອມ​ກັນ​ນັ້ນ, ​ໃນ​ຫຼາຍ​ປີ​ມາ​ນີ້, ນະຄອນ​ຫຼວງປັກ​ກິ່ງ​ໄດ້ຄັດ​ ​ລົດ​ເມ​ເກົ່າໜຶ່ງ​ໝື່ນ​ກວ່າ​ຄັນ​ແລະ​ລົດ​ຕັກ​ຊີ​ເກົ່າ 5 ໝື່ນ​ກວ່າ​ຄັນຖິ້ມ. ດ້ວຍ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ, ຄຸນ​ນະພາ​ບອາກາດ​ຂອງ​ປັກ​ກິ່ງ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ​ເປັນ​ເວລາ 9 ປີມາ​ແລ້ວ.

​ເພື່ອ​ຜ່ອນຄາຍ​ບັນຫາ​ຄົມມະນາຄົມ​​ແອ​ອັດ, ນະຄອນປັກ​ກິ່ງ​ໄດ້​ປະຕິບັດ​ຍຸດ​ທະ​ສາດພັດທະນາ​ຄົມ​ມະ​ນາ​ຄົມ​ສາທາລະນະກ່ອນ, ​ແລະ​ປະຕິບັດນະ​ໂຍບາຍລາຄາ​ຕ່ຳ​ຂອງລົດ​​ເມ​ແລະ​ລົດ​ໄຟ​ໃຕ້​ດິນ. ປະຈຸ​ບັນ,  ລົດ​ລາງ 4 ສາຍ​ທີ່​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ລ້ວນ​ແຕ່​ໄດ້​ດຳ​ເນີນ​ຢ່າງ​ສະດວກ, ​ໃນ​ນັ້ນລົດ​ໄຟ​ໃຕ້​ດິນ​ສາຍ 5 ​ໄດ້​ແລ່ນ​ລົດ​ແລ້ວ, ອັດຕາ​ໝູນ​ເດີນຂອງ​ຄົມມະນາຄົມ​ສາທາລະນະ​ມີ 34,5%. ທ່ານ​ຫຼິວຈິ້ງ​ມິນ ຮອງ​ເ​ຈົ້າຄອງນະຄອນ​ປັກ​ກິ່ງ​ກ່າວ​ວ່າ:

"​ເລີ່​ມ​ແຕ່​ລົດ​ໄຟ​ໃຕ້​ດິນ​ສາຍ 5 ​ແລ່ນ​ລົດ​ໃນ​ປີ​ກາຍມາ​ນີ້,​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ 5 ​ແສນ​ຄົນຕໍ່​ມື້, ​ອັນໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ທີ່​ສຸດ​ຕໍ່​ການ​ຜ່ອນຄາຍບັນຫາ​ຄົມ​ມະ​ນາ​ຄົມ​​​ເໜືອ​ໃຕ້​ຂອງ​ປັກ​ກິ່ງ. ​ໃນ​ຕໍ່ໜ້າຍັງ​ຈະ​ມີ​ລົດ​ໄຟ​ໃຕ້​ດິນ​ອີກ 3 ສາຍ​​ເປີດ​ການ​ບໍລິການ​ກ່ອນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ຕໍ່ສະຖານະ​ພາບ​ລວມຂອງຄົມມະນາຄົມ​​ປັກ​ກິ່ງ, ຂ້າພະ​ເຈົ້າເຫັນ​ວ່າ​ມີ​ບົດບາດ​​ສຳຄັນຫຼາຍ."

​ເພື່ອ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​ດີ, ນະຄອນຫຼວງ​ປັກ​ກິ່ງ​ໄດ້​​ໃຊ້​ງົບປະມານສ້າງ​ສະໜາມກິລາ​ 37 ​ແຫ່ງ. ສະໜາມກິລາ​ແລະ​ພື້ນຖານ​ໂຄງ​ລ່າງ​ເຫຼົ່າ​ນີ້​ຍັງ​ສາມາດ​ບໍລິການ​ຊາວ​ເມືອງ​ປັກ​ກິ່ງ​ພາຍ​ຫຼັງງານ​ກິລາ​ໂອ​ລິ​ມປິກ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂອງ​ປັກ​ກິ່ງ. ສະໜາມກິລາ​ແຫ່ງ​ຊາດ"ຮັງ​ນົກ"ຈະ​ສ້າງ​ສຳ​ເລັດ​ໃນ​ເດືອນ​ເມສາ​ປີ​ນີ້​ຍ້ອນ​ພິທີ​ໄຂ​ອັດແລະ​ການ​ກໍ່ສ້າງ​ຕ່າງໆ. ຕາມ​ຂ່າວ​ແຈ້ງວ່າ, ​ໃນ​ເວລາອົງການ​ປົກຄອງ​ປັກ​ກິ່ງ​ເຊັນ​ສັນຍາ​ທີ່​ມອບ​ໝາຍ​ໃຫ້​ສະ​ເພາະ​ກັບ​ເຈົ້າ​ຂອງ​ສະໜາມກິລາ​ຮັງ​ນົກ​ນັ້ນ​ກໍ່​ໄດ້​ຕື່ມ​ເນື້ອ​ໃນ​ທີ່​ວ່າ, ຕ້ອງ​ສະໜອງ​ລາຄາ​ປີ້​ທີ່​ຊາວ​ເມືອງ​ສາມາດ​ຮັບ​​ເອົາໄດ້, ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ສາມາດ​ເຂົ້າຊົມ​ໄດ້. ນອກ​ນີ້, ທ່ານ​ຢູ​ເຕີ​ປິ່ນ ຮອງ​ຫົວໜ້າ​ພະ​ແນ​ກບ້ານ​​ໂອ​ລິ​ມປິກ​ຂອງ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ພາຍຫຼັງ​ງານ​ກິລາ​ໂອ​ລິ​ມປິກ​ສິ້ນ​ສຸດ​ລົງ, "ບ້ານ​ໂອ​ລິ​ມປິກ"ທີ່​ມີ​ຂະໜາດ​ໃຫຍ່​ໂຕ​ມະ​ໂຫລານ​ຈະ​ກາຍ​ເປັນ"ບ້ານ​ສະໜຸກ​ສະໜາ​ນ"ຂອງ​ຊາວ​ປັກ​ກິ່ງ.

ທ່ານ​ເວົ້າວ່າ:
"ຫຼັງການ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຈະ​ປັບປຸງບ້ານ​ໂອ​ລິ​ມປິກ​, ພາກ​ເໜືອ​ໃຫ້​​ເຮັດ​​ເປັນ​ສວນ​ສາທາລະນະ​ປ່າ​ໄມ້​ຕາມ​ແຜນການ, ​ໃນ​ນັ້ນ, ສະໜາມ​ຊັກ​ທຸງ​​ໃນ​ຖານະ​ທີ່ເປັນ​ບ່ອນ​ມໍລະດົກ​ວັດທະນະທຳ​​ໂອ​ລິ​ມປິກ​ອັນສຳຄັນ​ຈະ​ຮັກສາ​ໄວ້​ຈົນ​ເທົ່າ​ໃດໆ, ​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ຊົມ. ບ່ອນພັກ​ຢູ່​ພາກ​ໃຕ້​ຈະ​ຖື​ເປັນ​ເຂດ​ເຮືອນ​ຢູ່​ລະດັບ​ສູງ, ຜ່ານ​ການ​ດັດ​ແປງ​​ແລ້ວ​ຈະ​​ມອບໃຫ້​ຊາວ​ເມືອງ​​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ 2009.

ທ່ານ​ລິວ​ຈິ້ງ​ມິນ ຮອງ​ເຈົ້າຄອງ​ນະຄອນຫຼວງປັກ​ກິ່ງ​ກ່າວ​ວ່າ:

"ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ສະໜາມ​ກິລາ​ທັງ​ໝົດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍບົດບາດ​ຂອງ​ມັນຫຼັງງານ​ແຂ່ງຂັນ, ​ແລະ​ຈະ​ກາຍ​ເປັນ​ບ່ອນ​ພັກຜ່ອນ​ແລະ​ຫັດກາຍ​ທີ່​ດີ​ສຳລັບ​ຊາວ​ເມືອງທັງຫຼາຍ."

ນອກຈາກ​ປັກ​ກິ່ງ​ແລ້ວ, ຍັງ​ມີ 6 ຕົວ​ເມືອງ​ຊ່ອຍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄື​ຮົງ​ກົງ ຊຽງ​ໄຮ້ ທຽນ​ສິນ ​ເສີນ​ຢາງ ຊີ​ງຕາວ ​ແລະ​ສິນ​ຮວງ​ຕາວ​. ​ຊາວ​ເມືອງ​ໄດ້​ມີ​ຄວາມ​ກະຕືລືລົ້ນຕໍ່​ການຈັດ​ງານ​ກິລາ​ໂອ​ລິ​ມປິກ, ​ໄດ້​ສະ​ເໜີ​ຄຳ​ຂວັນ​ທີ່ວ່າ" ທຸກໆ​ຄົນ​ແມ່ນ​ເຈົ້າພາບ, ທຸກ​ໆຄົນ​ແມ່ນ​ອາສາ​ສະໝັກ", ​ໄດ້​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢ່າງ​ຕັ້ງໜ້າ. ຕົວຢ່າງ​ຄື​ການ​ຮຽນ​ພາສາ​ອັງກິດ, ​ຊາວ​ເມືອງ​ປັກ​ກິ່ງ​ໄດ້​ຮຽນ​ພາສາ​ອັງກິດ​ໃນ​ທຸກ​ສະຖານ​ຢ່າງ​ເປັນ​ເຈົ້າການ. ຊູ​ເຟີ​ໂກ່ ຜູ້​ຂັບ​ລົດ​ເຕັກ​ຊີ​ປັກ​ກິ່ງ​ທີ່​ອາຍຸ 45 ປີ​ເວົ້າວ່າ:

"ບໍລິສັດ​ລົດ​ເຕັກ​ຊີ​ໄດ້​ອົບຮົມ​ພວກ​ເຮົາ​​ຕະຫຼອດ, ​ໃນ​ເວລາ​ຂັບ​ລົດ, ຕົນ​ເອງ​ກໍ່​ຝຶກເວົ້າ​ເລື້ອຍໆ. ນີ້​ກໍ່​ໄດ້​​​ເຮັດ​ໃຫ້​ຕົນ​ເອງ​ເພີ່ມ​ຄວາມ​ຮູ້ ຄື​ຄວາມ​ຮູ້​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກ ​ແລະ​ຄວາມ​ຮູ້​ດ້ານ​ພາສາ​ອັງກິດ​ຂອງ​ງານ​ໂອ​ລິ​ມປິກ. ​ໂດຍ​ສະ​ເພາະ​ແມ່ນ​ພາສາ​ອັງກິດ, ຂ້ອຍ​ແອບ​ເວົ້າ​ເລື້ອຍໆ, ສົມມຸດ​ວ່າ"Welcome to Beijing, ຖາມ​ສະບາຍດີHello."

ທ່ານ​ລິວ​ຢາງ ຫົວໜ້າ​ຫ້ອງການ​ຄະນະ​ຈັດ​ຕັ້ງຊາວ​ເມືອງຮຽນ​ພາສາ​ຕ່າງປະ​ເທດ​ຂອງ​​ປັກ​ກິ່ງ​ເວົ້າວ່າ, ກ່ອນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008, ປະຊາຊົນ​ທີ່​ສາມາດ​ເວົ້າພາສາ​ຕ່າງປະ​ເທດ​ໃນ​ນະຄອນ​ປັກ​ກິ່ງ​ຈະ​ບັນລຸ​ເຖິງ 5 ລ້ານ​ຄົນ, ກວມ​ປະຊາກອນ​ປະຈຳປະມານ 35%.

ນອກ​ນີ້, ການຈັດ​ງານ​ກິລາ​ໂອ​ລິ​ມປິກ, ກໍ່​ໄດ້​​ເຮັດ​ໃຫ້​ຄົນ​ຈີນ​ມີ​ສະຕິ​ດ້ານ​ສຸຂະພາບ​ດີ​ຂຶ້ນ, ​​ໃນ​ປະຊາຊົນ​ໄດ້​ມີ​ກະ​ແສ​ຫັດກາຍ​. ທ່ານ​ເຊ້ຍທ່າວ ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ ຮອງ​ອະທິການ​ບໍດີ​ຂອງ​ມະຫາວິທະຍາ​ໄລ​ກະສິກຳ​ແຂວງ​ອ່ານ​ຮຸ່ຍ​ກ່າວ​ວ່າ, ​ເມື່ອ​ເບິ່ງ​ຈາກ​ການສຳຫຼວດ​ແລ້ວ​ເຫັນ​ວ່າ, ​ໃນຫຼາຍປີ​ມາ​ນີ້, ຄົນ​ທັງຫຼາຍ​ໄດ້​ເອົາ​ໃຈ​ໃສ່​ນຳ​ກິລາຫຼາຍຂຶ້ນ, ຈຳນວນ​ຜູ້​ເຂົ້າຮ່ວມ​ກໍ່ຫຼາຍຂຶ້ນ. ທ່ານ​ເວົ້າວ່າ:

"ຄຽງ​ຄູ່​ກັບ​ການ​ເຜີຍ​​ແຜ່​ໂຄສະນາ​ຂອງ​ງານ​ກິລາ​ໂອ​ລິ​ມປິກ, ດ້ານ​ໜຶ່ງ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ເອົາ​ໃຈ​​ໃສ່​ນຳ​ການ​ຫັດກາຍ​ບໍລິຫານຫຼາຍຂຶ້ນ, ອີກ​ດ້ານ​ໜຶ່ງ, ຜ່ານ​ການຈັດຕັ້ງຂອງ​ເຂດ​ຊຸມ​ຊົນ​ຈຳນວນ​ໜຶ່ງ, ​ເຮັດ​ໃຫ້​ຄົນ​ທັງຫຼາຍຮູ້​ວ່າການ​ຫັດ​ກາຍ​ແມ່ນ​ມີ​ຜົນ​ດີ​ຕໍ່​ຕົນ​ເອງ, ​ສະນັ້ນຈຶ່ງ​ເຂົ້າຮ່ວມການ​ຫັດກາຍ​ບໍລິຫານ​ຢ່າງ​ຕື່ນ​ຕົວ."

ເວົ້າລວມ​ແລ້ວ, ບໍ່​ວ່າ​ໃນ​ດ້ານ​ວັດ​ຖຸຫຼືດ້ານ​ຈິດ​ໃຈ, ງານ​ກິລາ​ໂອ​ລິ​ມປິກ​ລ້ວນ​ແຕ່ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ຄົນ​ຈີນ, ທົ່ວ​ປະ​ເທດ​ຈີນ​ພວມ​ຊົມໃຊ້ໝາກຜົນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ.