|
 |
(GMT+08:00)
2008-03-14 21:08:57
|
 |
ການສົ່ງຕໍ່ທວນໄຟງານກິລາໂອລິມປິກປັກກິ່ງພາຍໃນແດນເກຼັກໄດ້ເປີດເຜີຍ
cri
Author: shuo
ຕາມຂ່າວCRI:ວັນທີ13ມີນານີ້,ທ່ານມີໂນສ ຄີເລຍໂຄ ປະທານຄະນະກຳມະການໂອລິມປິກເກຼັກຈັດກອງປະຊຸມຂ່າວ,ປະກາດວ່າທ່ານອາເລັກຊັນໂດຼສ ນີໂຄໄລດິສ ນັກກິລາເທຄວນໂດຂອງເກຼັກ ຜູ້ໄດ້ຫຼຽນເງິນໃນການແຂ່ງຂັນເທຄວນໂດລຸ້ນ80ກິໂລຂອງງານກິລາໂອລິມປິກອາແຕນຈະເປັນຜູ້ສົ່ງຕໍ່ທວນໄຟງານກິລາໂອລິມປິກປັກກິ່ງໃນແດນເກຼັກຜູ້ທຳອິດ,ແລະນາງພີກີ ເດເວສ໌ ນັກກິລາເຕັ້ນໄກຂອງເກຼັກ ຜູ້ໄດ້ຫຼຽນເງິນໃນງານກິລາໂອລິມປິກອາແຕນຈະເປັນຜູ້ສົ່ງຕໍ່ທວນໄຟງານກິລາໂອລິມປິກປັກກິ່ງໃນແດນເກຼັກຜູ້ສຸດທ້າຍ.
ຕາມແຜນການ,ເມື່ອໄດ້ເກັບເອົາທວນໄຟຈາກໂອລິມເປຍບູຮານໃນ12ໂມງຕອນທ່ຽງວັນທີ24ມີນາເວລາເກຼັກແລ້ວ,ຂະບວນລົດທີ່ປະກອບດ້ວຍລົດຍົນ14ຄັນຈະປ້ອງກັນຜູ້ສົ່ງຕໍ່ທວນໄຟ605ຄົນສົ່ງຕໍ່ທວນໄຟໃນແດນເກຼັກ,ຈະແລ່ນຜ່ານ1528ກິໂລແມັດ,ໃຊ້ເວລາ7ມື້.ໃນ3ໂມງຕອນບ່າຍວັນທີ30ມີນາ,ທວນໄຟຈະສົ່ງໄປຮອດສະໜາມກິລາທີ່ຈັດງານກິລາໂອລິມປິກທັນສະໄໝຄັ້ງທຳອິດເມື່ອ1896ທີ່ຕັ້ງຢູ່ໃຈກາງເມືອງອາແຕນ.ຄະນະກຳມະການໂອລິມປິກອາແຕນຈະຈັດພິທີສະເຫຼີມສະຫຼອງຢູ່ຫັ້ນແລ້ວສົ່ງຕໍ່ທວນໄຟໃຫ້ແກ່ຄະນະກຳມະການຈັດງານກິລາໂອລິມປິກປັກກິ່ງ.
|
|
|