ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-15 18:56:45    
ກອງ​ປະ​ຊຸມ​ເທື່ອ​ທີ​ໜຶ່ງ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 11 ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວ CRI: ​ວັນ​ທີ 14 ​ແລະ 15 ມີນາ​ນີ້, ກອງ​ປະຊຸມ​ເທື່ອ​ທີ​ໜຶ່ງ​ຂອງ​ຄະນະ​ກຳມະການ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນ​ຊຸດ​ທີ 11 ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ.

ໃນ​ກອງ​ປະຊຸມ, ທ່ານ​ເຈຍ​ຊິ້ງລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຄະນະ​ກຳມະການ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຊຸດ​ໃໝ່​ທີ່​ຫາ​ກໍ່​​ໄດ້ຮັບ​ເລືອກ​ຕັ້ງ​ຕ້ອງ​ຕັ້ງໜ້າ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ, ດຳ​ເນີນ​ວຽກ​ງານ​ຢ່າງຕິດ​ແທດ​ຕົວ​ຈິງ. ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ພິຈາ​ລະນາ​ຜ່ານ​ການ​ຕົກລົງ​ຂອງ​ຄະນະ​ກຳມະການ​ປະຈຳສະພາ​ປຶກສາ​ການ​ເມືອງ​ຊາດຈີນ​ຊຸດ​ທີ 11 ກ່ຽວ​ກັບ​ການສ້າງຕັ້ງ 9 ຄະນະ​ກຳມາ​ທິການ, ​ເຊັ່ນ: ຍັດຕິ, ​ເສດຖະກິດ​ແລະ​ວຽກ​ງານ​ການ​ຕ່າງປະ​ເທດ​ເປັນ​ຕົ້ນ, ​ພ້ອມ​ດ້ວຍ​ລາຍ​ຊື່​​ ປະທານ​ແລະ​ຮອງ​ປະທານ​ຄະນະ​ກຳມາທິການແລະ​ລາຍ​ຊື່​ແຕ່ງ​ຕັ້ງ​ຮອງ​ເລຂາທິກ​ານ​ໃຫຍ່​ຂອງ​ຄະນະ​ກຳ​ມະ​ການ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຊຸດ​ທີ 11.