ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-15 20:55:47    
ທ່ານ​ຊິນ​ກ່າງ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ ລັດ​ຖະ​ບານ​ຈີນ​ມີ​ທ່າ​ທີ​ສຸ​ຂຸມ​ຮອບ​ຄອບ​ໃນ​ດ້ານ​ສົ່ງ​ອອກ​ອາ​ວຸດ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ14​ມີນາ​ນີ້,ຢູ່​ທີ່​ປັກ​ກິ່ງ,​ທ່ານ​ຊິນ​ກ່າງ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ລັດ​ຖະ​ບານ​ຈີນ​ໄດ້​ໃຊ້​ທ່າ​ທີ​ສຸ​ຂຸມ​ຮອບ​ຄອບ​ທີ່​ສຸດ​ໂດຍ​ຕະ​ຫຼອດ​ໃນ​ດ້ານ​ສົ່ງ​ອອກ​ອາ​ວຸດ,​ປະ​ຕິ​ບັດ​ຕາມ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເຂັ້ມ​ງວດ​ໂດຍ​ຕະ​ຫຼອດ,​ບໍ່​ເຄີຍ​ສົ່ງ​ອອກ​ອາ​ວຸດ​ໃຫ້​ປະ​ເທດ​ຫຼື​ເຂດ​ແຄ້ວນ​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ຫ້າມ​ຂົນ​ສົ່ງ​.

ມີ​ນັກ​ຂ່າ​ວຖາມ​ວ່າ,ຕາມ​ຂ່າວ​ແຈ້ງວ່າ,ອົງການ​ສິດທິ​ມະນຸດ​ເປັນອັນ​ດັບ​ໜຶ່ງ​ທີ່​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຢູ່​ນິວຢອກ​ຂອງ​ອາ​ເມ​ລິ​ກາ​​ໄດ້​ປະກາດ​ບົດ​ລາຍ​ງານ​ກ່າວ​ວ່າ,​ແຕ່​ປີ2004​ຫາ​ປິ2006,ຈີນ​ແມ່ນ​ປະ​ເທດທີ່​ສະໜອງ​ອາວຸດ​ເບົາຫຼາຍກວ່າ​ໝູ່​ໃຫ້​ແກ່​ຊູ​ດັງ.​ຝ່າຍ​ຈີນ​ມີ​ຄຳ​ວິຈານ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ອາວຸດ​​ແຜນ​ທຳ​ມະ​ດາທີ່​ຈີນ​ສົ່ງ​ອອກ​ໃຫ້​ຊູ​ດັງ​ແມ່ນ​​ໜ້ອຍ​ທີ່​ສຸດ,ພຽງ​ແຕ່​ກິນ​ສ່ວນ​ໜ້ອຍ​ທີ່​ສຸດ​ໃນ​ການ​ນຳ​ເຂົ້າ​ອາວຸດ​ຍຸດ​ໂທ​ປະກອນຂອງ​ຊູ​ດັງ.ບົດ​ລາຍ​ງານ​ຂອງອົງການ​ຈັດຕັ້ງທີ່​ກ່ຽວຂ້ອງແມ່ນ​​ບໍ່​ມີຫຼັກອ້າງ​ອີງ​ແລະ​ມີ​ເຈດຕະນາ​​ເລິກ​ລັບ.