ຈີນສົ່ງເສີມໃຫ້ວິສາຫະກິດວັດທະນະທຳລະດົມທຶນແລະຈົດທະບຽນຢູ່ຕະຫຼາດຫຼັກຊັບ
cri
ຕາມຂ່າວສານຈີນ: ວັນທີ 16 ມີນານີ້, ກະຊວງວັດທະນະທຳຂອງຈີນແຈ້ງຂ່າວວ່າ, ປີນີ້, ກະຊວງວັດທະນະທຳຈະບູລະນະນະໂຍບາຍອຸດສາຫະກຳວັດທະນະທຳໃຫ້ສົມບູນຂຶ້ນຕື່ມອີກ, ຂະແໜງການທີ່ກ່ຽວຂ້ອງຈະກຳນົດນະໂຍບາຍລົງທຶນແລະລະດົມທຶນທີ່ກ່ຽວຂ້ອງເພື່ອຄ້ຳຊູໃຫ້ອຸດສາຫະກຳວັດທະນະ ທຳພັດທະນາຢ່າງວ່ອງໄວ.
ຂ່າວແຈ້ງວ່າ, ປະຈຸບັນ, ບັນຫາຄໍຂວດໃຫຍ່ອັນໜຶ່ງທີ່ການພັດທະນາຂອງອຸດສາຫະກຳວັດທະນະທຳຂອງຈີນປະເຊີນໜ້ານັ້ນກໍ່ແມ່ນບັນຫາລະດົມທຶນຂອງວິສາຫະກິດ, ແຕ່ວ່າ, ປີນີ້, ສະພາບການດັ່ງກ່າວມີຫວັງຈະປ່ຽນແປງຢ່າງຫຼວງຫຼາຍ. ປີນີ້, ກະຊວງວັດທະນະທຳຈະປະສານງານລະຫວ່າງຂະແໜງການທີ່ກ່ຽວຂ້ອງວາງ "ສາລະບານຊີ້ນຳການລົງທຶນອຸດສາຫະກຳວັດທະນະທຳ", ສົ່ງເສີມວິສາຫະກິດວັດທະນະທຳທີ່ມີເງື່ອນໄຂລະດົມທຶນແລະຈົດທະບຽນຢູ່ຕະຫຼາດຫຼັກຊັບ, ເປີດກວ້າງຊ່ອງທາງລະດົມທຶນຂອງວິສາຫະກິດວັດທະນະທຳ.
|
|