|
|
(GMT+08:00)
2008-03-16 18:04:34
|
|
ທ່ານເວີ່ນເຈ່ຍປາວໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງສາທາລະນະລັດປະຊາຊົນຈີນ
cri
ຕາມຂ່າວ CRI: ໂດຍອີງຕາມຜົນການປ່ອນບັດລົງຄະແນນສຽງຂອງກອງປະຊຸມຄົບຄະນະເທື່ອທີ 6 ຂອງກອງປະຊຸມເທື່ອທຳອິດຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 11, ທ່ານເວີ່ນເຈ່ຍປາວໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງສາທາລະນະລັດປະຊາຊົນຈີນ. ວັນທີ 16 ມີນານີ້, ກອງປະຊຸມເທື່ອທີໜຶ່ງຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 11 ໄດ້ຈັດກອງປະຊຸມຄົບຄະນະເທື່ອທີ 6, ຕົກລົງຜູ້ສະໝັກຮັບເລືອກຕັ້ງເປັນນາຍົກລັດຖະມົນຕີລັດຖະບານ, ຮອງປະທານແລະກຳມະການຂອງຄະນະກຳມະການການທະຫານສູນກາງ, ເລືອກຕັ້ງປະທານສານປະຊາຊົນສູງສຸດ, ປະທານອະທິໄອຍະການປະຊາຊົນ.
ຕາມຜົນການປ່ອນບັດລົງຄະແນນສຽງຂອງກອງປະຊຸມຄົບຄະນະ, ທ່ານໂກ່ໂປຊົງແລະທ່ານຊູຊາຍໂຮ້ວໄດ້ຮັບເລືອກຕັ້ງເປັນຮອງປະທານຄະນະກຳມະການການທະຫານສູນກາງສາທາລະນະລັດປະຊາຊົນຈີນ. ທ່ານວາງເຊີ້ງຈຸ້ນໄດ້ຮັບເລືອກຕັ້ງເປັນປະທານສານປະຊາຊົນສູງສຸດ, ທ່ານຊາວຈ້ຽນມິງໄດ້ຮັບເລືອກຕັ້ງເປັນປະທານອະທິໄອຍະການປະຊາຊົນ.
|
|
|