ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-16 18:05:38    
ກອງ​ປະ​ຊຸມ​ເທື່ອ​ທີ​ໜຶ່ງ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 11 ​ຈັດ​ກອງ​ປະຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 6

cri


ຕາມ​ຂ່າວ CRI: ​ໂດຍ​ອີງ​ຕາມ​ຜົນ​ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ 6 ຂອງ​ກອງ​ປະຊຸມ​ເທື່ອ​ທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 11, ທ່ານ​ເວີ່ນ​ເຈ່ຍ​ປາວ​​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ນາຍົກ​ລັດຖະ​ມົນຕີ​ແຫ່ງ​ສາທາ​ລະນະ​ລັດ​ປະຊາຊົນ​ຈີນ. ວັນ​ທີ 16 ມີນາ​ນີ້, ກອງ​ປະຊຸມ​ເທື່ອ​ທີ​ໜຶ່ງ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 11 ​ໄດ້ຈັດກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ 6, ຕົກລົງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ນາຍົກ​ລັດຖະ​ມົນຕີ​ລັດຖະບານ, ຮອງ​ປະທານ​​ແລະ​ກຳມະການ​ຂອງ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ, ​ເລືອກ​ຕັ້ງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ, ປະທານ​ອະທິ​ໄອ​ຍະ​ການ​ປະຊາຊົນ.

ຕາມ​ຜົນ​ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ, ທ່ານ​ໂກ່​ໂປ​ຊົງ​ແລະ​ທ່ານ​ຊູ​ຊາຍ​ໂຮ້ວ​ໄດ້ຮັບ​ເລືອກ​ຕັ້ງ​ເປັນຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ສາທາ​ລະນະ​ລັດ​ປະຊາຊົນ​ຈີນ. ທ່ານ​ວາງ​ເຊີ້ງ​ຈຸ້ນ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສານ​ປະຊາຊົນ​ສູງ​ສຸດ, ທ່ານ​ຊາວ​ຈ້ຽນມິ​ງ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ອະທິ​ໄອ​ຍະ​ການ​ປະຊາຊົນ​.
1 2 3