ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-17 10:47:43    
ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຄັດ​ຄ້ານ​ການ​ຂວ້ຳ​ບາດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ເຢຍລະ​ມັນ​ເຊັ່ນ "ໜັງສືພິມ FAZ", ທ່ານ​ໂທ​ມັສ ບາ​ຮ ຮອງ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ, ປະທານ​ສະຫະພັນ​ກິລາ​ໂອ​ລິ​ມປິກ​ເຢຍລະ​ມັນ​ກ່າວ​ຢ່າງ​ຄັກ​ແນ່​ວ່າ, ຄັດຄ້ານ​ການ​ຂວ້ຳ​ບາດງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ໜັງສືພິມ "ໜັງສືພິມ FAZ" ສະບັບ​ວັນ​ທີ 16 ມີນາ​ນີ້​ລາຍ​ງານ​ວ່າ, ກ່ຽວ​ກັບ​ມີ​ຄົນ​ສະ​ເໜີ​ໃຫ້ຂວ້ຳ​ບາດງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ທ່ານ​ບາ​ຮກ່າ​ວວ່າ: "ນີ້​ແມ່ນ​ເສັ້ນທາງ​ທີ່​ຜິດ​ພາດ, ​ວົງ​ການ​ການ​ເມືອງ​ໄດ້ຮັບ​ບົດຮຽນ​ດ້ານ​ລົບ​​ໃນ​ເມື່ອ​ກ່ອນ​ແລ້ວ, ບໍ່​ວ່າການ​ທົດ​ລອງ​ໃດ​ກໍ​ຕາມ​ທີ່​ຫວັງ​ຢາກຂວ້ຳ​ບາດງານ​ກິລາ​ໂອ​ລິ​ມປິກ​ກໍ່​ຈະ​ປະ​ລາ​ໄຊ​ຢ່າງ​ແນ່ນອນ. ຂ້າພ​ະ​ເຈົ້າ​ເຫັນ​ວ່າ​ຂ່າວສານນີ້​ໃຜ​ກໍ່ຮູ້​ແລ້ວ, ນັ້ນ​ກໍ່​ຄື, ບົດບາດ​ຂອງ​ກິລາ​ແມ່ນ​ຂົວຕໍ່, ​ແຕ່ບໍ່​ແມ່ນກຳ​ແພງ​ປິດ​ລ້ອມ."