ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-17 15:04:36    
ຊາວ​ອີຣັກ​ສ່ວນ​ຫຼາຍ​ຢາກ​ໃຫ້​ກອງ​ທະ​ຫານ​ຕ່າງປະ​ເທດ​ຖອນ​ອອກ​ຈາກ​ອີຣັກ

cri Author: cai
ຕາມ​ຂ່າ​ວສານ​ຊີ​ນຮວາ:ຜົນ​ການສຳ​ຫຼວດ​ຂອງ​ອົງການ​ສຳ​ຫຼວດຄວາມ​ເຫັນແຫ່ງ​ໜຶ່ງ​ຂອງ​ອັງກິດທີ່​ປະກາດ​ກ່ອນ​ສົງຄາມ​ອີຣັກ​ເກີດ​ຂຶ້ນ​ຄົບຮອບ 5 ປີ​ສະ​ແດງ​ໃຫ້​ເຫັນ​ວ່າ,ປະຊາ​ຊົນ​ອີຣັກມີ 70%​ ​ເຫັນ​ວ່າ,ກອງ​ທະຫານ​ຫຼາຍ​ປະ​ເທດ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ຄວນ​ຖອນ​ອອກ​ຈາກ​ອີຣັກ.

ຕາມ​ຂ່າວ​ແຈ້ງວ່າ,​ນັບ​ແຕ່​ວັນ​ທີ 24 ກຸມພາ​ຫາ​ວັນ​ທີ 5 ມີນາ​ປີ​ນີ້,ອົງການ​ສຳ​ຫຼວດຄວາມ​ເຫັນ​ຂອງອັງກິດ​ຄື ORB ​ໄດ້​​ເອົາຄວາມ​ເຫັນ​ຂອງ​ຊາວ​ອີຣັກ​ປະມານ 4000 ຄົນ.​ໃນ​ຈຳນວນນີ້,ມີ​ບໍ່​ຮອດ 1 ສ່ວນ 4 ​ທີ່ເຫັນ​ວ່າ,ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຍາວ​ນານ​ຂອງ​ອີຣັກ.

ການ​ສຳ​ຫຼວດສະ​​ແດງ​​ໃຫ້​ເຫັນ​ວ່າ,ສົງ​ຄາມ​ອີຣັກ​ໄດ້​ສ້າງ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງ​ຖິ່ນ.ຜູ້​ຮັບ​ການສຳພາດ​ບໍ່​ໜ້ອຍ​ເຄີຍ​ປະສົບ​ສະພາບ​ທີ່​ຂາດ​ນ້ຳ ຂາດ​ໄຟ​ແລະ​ຂາດ​ອາຫານ,ຍັງ​ມີ​ຫຼາຍ​ຄົນ​ໄດ້​ເສຍຍາດຕິ​ພີ່ນ້ອງ​ໄປ​ຍ້ອນ​ສົງຄາມ.