ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-17 15:36:45    
FED ຂອງ​ອາ​ເມ​ລິ​ກາ​ປະ​ກາດ​ຫຼຸດ​ອັດ​ຕາ​ດອກ​ເບ້ຍ

cri
ຕາມ​ຂ່າວ CRI: ວັນ​ທີ 16 ມີນາ​ນີ້, ສະຫະພັນ​ຄັງ​ສຳ​ຮອງ​ເງິນຕາ​ຂອງ​ອາ​ເມ​ລິ​ກາຫຼື FED ​ໄດ້​ປະກາດ​ຫຼຸດ​ອັດຕາ​ດອກ​ເບ້ຍ​ປ່ອງຢ້ຽມ, ​ເພື່ອ​ໃຫ້​ຕະຫຼາດ​ໝູນວຽນ​ໄວ​ກວ່າ​ເກົ່າ​ແລະ​ຮັກສາ​ຄວາມໝັ້ນ​ທ່ຽງ​ຂອງ​ຕະຫຼາດ​ການ​ເງິນ.

ຕອນ​ຄ່ຳວັນ​ທີ 16 ມີນາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, FED ປະກາດ​ຫຼຸດ​ອັດຕາ​ດອກ​ເບ້ຍ​ປ່ອງຢ້ຽມ​ເຊິ່ງ​ອັດຕາ​ດອກ​ເບ້ຍ​ທີ່ FED ​ກູ້​ເງິນຈາກ​ທະນາຄານ​ການ​ຄ້າຈາກ 3,5% ລົງ​ຮອດ 3,25%. ພ້ອມ​ກັນ​ນັ້ນ, FED ຍັງ​ປະ​ກາດ​ຈະ​ສະໜອງ​ການ​ສະໜັບ​ສະໜູນ​ດ້ານ​ເງິນ​ທຶນຕໍ່​ທະນາຄານ​ລົງທຶນ​ທີ່​ປ່ອຍ​ເງິນ​ກູ້​ໄລຍະ​ສັ້ນ.

ມື້​ດຽວ​ກັນ, ທ່ານ​ເຮ​ນຣີ ​ໂພ​ຊັນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາສະ​ແດງ​ວ່າ​ສະໜັບ​ສະໜູນ​ການ​ກະທຳ​ຂອງ​ສະຫະພັນ​ຄັງ​ສຳຮອງ​ເງິນຕາ​ຂອງ​ອາ​ເມ​ລິ​ກາ, ​ເພາະ​ເຫັນ​ວ່າ, ມາດ​ຕະການ​ເຫຼົ່ານີ້​ສາມາດຫຼີກ​ເວັ້ນບໍ່​ໃຫ້​ບໍລິສັດ​ການ​ເງິນ​ອື່ນໆ​ຈົນ​ກະທັ້ງລະບົບ​ການ​ເງິນ​ອາ​ເມ​ລິ​ກາ​ປະສົບຜົນ​ເສຍ​ຫາຍໃຫຍ່​ກວ່າ​ເກົ່າ.