ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-17 15:55:14    
ຊາວ​ຈີນ​ຕ່າງ​ດ້າວ​ຢູ່​ຕ່າງປະ​ເທດ​ຄັດຄ້ານ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຊຸກ​ຍູ້​ໃຫ້​ຈັດ "ການ​ປ່ອນ​ບັດ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ"

cri
ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ນີ້, ສະມາຄົມ​ຊາວ​ຈີນ​ຕ່າງ​ດ້າວ​ຢູ່​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ໄດ້​ຄັດຄ້ານເຈົ້າ​ໜ້າ​ທີ່​ໄຕ້​ຫວັນທີ່​ຊຸກ​ຍູ້​ໃຫ້​ຈັດ "ການ​ປ່ອນ​ບັດ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ" ດ້ວຍ​ຮູບການ​ຕ່າງໆ.

ວັນ​ທີ 16 ມີນາ​ນີ້, ສະມາ​ຄົມຊຸກ​ຍູ້​ສັນຕິພາບ​ແລະ​ເອກະ​ພາບ​ຈີນ​ຣັດ​ເຊຍ​ໄດ້​ອອກ​ຖະ​ແຫຼງການ​ຢູ່​ມົສ​ກູ, ​ເດັດດ່ຽວ​ຄັດຄ້ານ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຈັດ "ການ​ປ່ອນ​ບັດ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ". ຖະ​ແຫຼງກາ​ນກ່າວ​ວ່າ, ອັນ​ທີ່​ວ່າ "ການ​ປ່ອນ​ບັດ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ" ​ແມ່ນ​ບາດກ້າວ​ອັນ​ຕະລາຍ​ທີ່​ຢາກ​ປ່ຽນ​​ແປງ​ສະພາບ​ການ​ທີ່​ແຜ່ນດິນ​ໃຫຍ່​ກັບໄຕ້​ຫວັນ​ຂຶ້ນ​ກັບປະ​ເທດ​ຈີນ​ດຽວ​ໃນ​ປະຈຸ​ບັນ, ​ແລະ​ກ້າວ​ໄປ​ສູ່ອັນ​ທີ່​ວ່າ "​ໄຕ້​ຫວັນ​ມີ​ຄວາມ​ເປັນ​ເອກະລາດ​ທາງ​ກົດໝາຍ".

ຫວ່າງ​ມໍ່ໆ​ນີ້, ສະມາຄົມ​ການ​ຄ້າ​ຈີນ​​ແລະ​ສະມາຄົມ​ໃຫຍ່​ຂອງ​ຊາວ​ຈີນ​ຕ່າງ​ດ້າວ​ຢູ່​ປອກຕຸຍ​ການ​ຕ່າງ​ໄດ້​ຈັດງານ​ສົນທະນາ, ຄັດຄ້ານ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຊຸກ​ຍູ້​ໃຫ້​ຈັດ "ການ​ປ່ອນ​ບັດ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ".

ວັນ​ທີ 15 ມີນາ​ນີ້, ຜູ້​ແທນ​ຊາວ​ຈີນ​ຕ່າງ​ດ້າວ​ຢູ່ເອຢິບ​ໄດ້ຈັດ​ງານ​ສົນທະ​ນາ, ກ່າວ​ປະນາມ​ແລະ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນທີ່​ຊຸກ​ຍູ້​ໃຫ້​ຈັດ "ການ​ປ່ອນ​ບັດ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ".

ຕອນ​ຄ່ຳ​ວັນ​ທີ 14 ມີນາ​ນີ້, ສະມາຄົມ​ຊາວ​ຈີນ​ຕ່າງ​ດ້າວ​​ຕ່າງໆຂອງ​ມາ​ເລ​ເຊຍ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ກົວ​ລະ​ລຳ​ເປີ, ​ເປັນ​ເອກະສັນ​ກັນ​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຍົກ​​ເລີກ "ການ​ປ່ອນ​ບັດ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ".

ນອກ​ນີ້, ວັນ​ທີ 15 ມີນາ​ນີ້, ງານ​ສຳມະ​ນາສາ​ກົນ "ພັກ​ການ​ເມືອ​ງກັບ​ສັງຄົມ​ໃໝ່" ​ເທື່ອ​ທີ 12 ທີ່​ຈັດ​ໂດຍ​ພັກ​​ແຮງ​ງານ​ແມັກ​ຊິກ​ໄດ້​ຜ່ານ​ມະຕິ​ສະບັບ​ໜຶ່ງ​ຄັດຄ້ານ​ໄຕ້​ຫວັນ​ຈັດ "ການ​ປ່ອນ​ບັດ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ". ມະຕິ​ຊີ້​ອອກ​ວ່າ, ສະຫະ​ປະຊາ​ຊາດ​ແມ່ນ​ອົງການ​ສາກົນ​ທີ່​ປະກອບ​ດ້ວຍ​ປະ​ເທດ​ທີ່​ມີ​ອະທິປະ​ໄຕ, ສ່ວນ​ໄຕ້​ຫວັນ​ເປັນ​ພາກສ່ວນ​ໜຶ່ງ​ທີ່​ແຍກ​ອອກ​ຈາກ​ດິນ​ແດນ​ຈີນ​ບໍ່​ໄດ້, ສະ​ນັ້ນ, ຈຶ່ງບໍ່​ມີ​ຄຸນ​ວຸດ​ທິ​ເຂົ້າ​ຮ່ວມ​ເປັນ​ສະມາຊິກ.