ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-17 16:40:12    
ລາຍການ​ພິ​ເສດ​ສອງ​ກອງ​ປະຊຸມ​ສະພາ​ຈີນ​(ວັນ​ຈັນ, ທີ 17 ມີນາ 2008)

cri
ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ກໍ່​ອັດ​ໄປ​ແລ້ວ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້. ສຳລັບ​ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ກໍ່​ສືບ​ຕໍ່​ດຳ​ເນີນ​ຢູ່, ມື້​ອື່ນ​ກໍ່​ແມ່ນ​ມື້​ສຸດ​ທ້າຍ​ແລ້ວ. ມິດ​ລາຍການ​ທີ່​ຕິດຕາມ​ຂ່າວ​ຈາກ CRI ​ເປັນ​ປະຈຳ​ກໍ່​ຄົງ​ຈະ​ຮູ້​ແລ້ວ​ວ່າ, ​ໃນ​ຕອນ​ເຊົ້າ​ມື້​ວັນ​ເສົາ​ຜ່ານ​ມາ​ນີ້, ທ່ານ​ຫູ​ຈີນ​ທາວ, ​ໄດ້​ຮັບ​ການ​ເລືອ​ກຕັ້ງ​ຄືນ​ໃໝ່​ໃຫ້​ເປັນ​ປະທານ​ຄະນະ​ກຳມະການ​ທະຫານ​ສູນ​ກາງ​ອີກ​ຕຳ​ແໜ່ງໜຶ່ງ. ທ່ານ​ຫູ​ຈີນ​ທາ​ວປີ​ນີ້​ອາຍຸ 66 ປີ. ​ໃນ​ມື້​ດຽວ​ກັນ​, ທ່ານ​ອູ​ປ່າງກົວ ກໍ່​ໄດ້​ຮັບ​ເລືອກ​ຕັ້ງ​ຄືນ​ໃໝ່​ໃຫ້​ເປັນ​ປະທານ​ຄະນະ​ກຳມະການ​ປະຈຳ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 11, ທ່ານ​ອູ​ປ່າງກົວ​ປີ​ນີ້​ອາຍຸ 67 ປີ. ຫຼ້າສຸດ​ໃນ​ຕອນ​ເຊົ້າ​ວານ​ນີ້​ດ ທ່ານ​ເວີ່ນ​ເຈ່ຍ​ປາວ​ກໍ່​ໄດ້​ຖືກ​ແຕ່ງ​ຕັ້ງ​​ໃຫ້​ເປັນ​ນາຍົກ​ລັດຖະ​ມົນຕີ​ຈີນ​ຄືນ​ໃໝ່, ປີ​ນີ້, ​ເພິ່ນ​ກໍ່​ອາຍຸ 66 ປີ​ທໍ່​ກັບ​ທ່ານ​ຫູ​ຈີນ​ທາວ. ທັງ​ສອງ​ທ່ານ​ນີ້​ຂຶ້ນ​ດຳລົງ​ຕຳ​ແໜ່​ງປະທານ​ປະ​ເທດ​ແລະ​ນາຍົກ​ລັດຖະ​ມົນຕີ​ຂອງຈີນ​ພ້ອມ​ກັນ ຄື​ແຕ່​ເດືອນ​ມີນາ​ປີ 2003. ສ່ວນ​ທ່ານ​ສີ​ຈິນຝິງທີ່​ມີ​ອາຍຸ 55 ປີ​ກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ເປັນ​ຮອງ​ປະທານ​ປະ​ເທດ​ຈີນ. ສ່ວນ​ຕຳ​ແໜ່​ງຕ່າງໆ​ໃນ​ຄະນະ​ລັດ​ຖະບານ​ຈີນ​ຊຸດ​ໃໝ່​ບໍ່​ວ່າ​ຈະ​ເປັນ​ຮອງ​ນາຍົກ, ທີ່​ປຶກສາ​ແຫ່ງ​ລັດ, ບັນດາ​ລັດຖະມົນຕີ​ວ່າການ, ປະທານ​ຄະນະ​ກຳ​ມະ​ການ, ຜູ້​ວ່າການ​ທະນາຄານ​ປະຊາຊົນ​ຈີນ​ແລະ​ຕຳ​ແໜ່​ງສຳຄັນ​ອື່ນໆ, ກອງ​ປະຊຸມ​ສະພາ​ຜູ້​ແທນ​ກໍ່​ໄດ້​ຮັບຮອງ​ເອົາ​ແລ້ວ​ໃນ​ຕອນ​ບ່າຍ​ມື້​ນີ້.

ໃນ​ມື້​ອື່ນ​ເຊົ້າ​ກໍ່​ຈະ​ມີ​ກອງ​ປະຊຸມ​ຂ່າວ​ທີ່​ສຳຄັນຫຼາຍ, ​ເພາະວ່າ​ທ່ານ​ເວີ່ນ​ເຈ່ຍ​ປາວ​ດ ນາຍົກ​ລັດຖະ​ມົນຕີ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຄືນ​ໃໝ່​ຈະ​ຖະ​ແຫຼງຂ່າວ, ສື່​ມວນຊົນ​ໃຫຍ່​ທາງ​ການ​ຂອງ​ຈີນ​ບໍ່​ວ່າ​ຈະ​ເປັນ​ວິທະຍຸ​ແຫ່ງ​ຊາດ (CNR), ​ໂທລະພາບ​ສູນ​ກາງ (CCTV), ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ (CRI) ກໍ່​ຈະ​ທຳ​ການຖ່າຍ​ທອດ​ສົດ​ໄປ​ທົ່ວ​ປະ​ເທດ​ຈີນ​ແລະ​ທົ່ວ​ໂລກ. ​ເວັບ​​ໄຟ​ທາງ​ການ​ທີ່​ສຳຄັນ​ບໍ່​ວ່າ​ຈະ​ເປັນ​ເວັບ www.xinhuanet.com ທີ່​ເປັນ​ຂອງ​ສຳນັກ​ຂ່າວ​ຊິນ​ຮວາ​ແລະ​ເວັບ www.people.com.cn ທີ່​ເປັນ​ຂອງ​ໜັງສື​ພິມ​ປະຊາຊົນ​ກໍ່​ຈະ​ຖ່າຍທອດ​ກອງ​ປະຊຸມ​ຂ່າວ​ໃນ​ມື້​ອື່ນ​ເຊົ້າ​ຄື​ກັນ. ທ່ານ​ຜູ້​ຟັງ​ລາວ​ທີ່​ຮູ້​ພາສາ​ຈີນ ພາສາ​ອັງກິດ​ກໍ່​ສາມາດ​ຕິດຕາມ​ການຖ່າຍ​ທອດ​ສົດ​ໄດ້​ຢ່າງ​ວ່ອງ​ໄວ​ທັນ​ໃນ. ຫຼືຖ້າ​ບໍ່​ໄດ້​ພາສາ​ຕ່າງປະ​ເທດ​ກໍ່​ຕິດຕາມ​ຂ່າວ​ການ​ຖະ​ແຫຼງນະ​ໂຍບາຍ​ຂອງ​ລັດຖະບານ​ໃໝ່​ຜ່ານ CRI ພາກ​ພາສາ​ລາວ​ພວກ​ເຮົາ​ນີ້, ພວກ​ເຮົາ​ຈະລາ​ຍງານ​ຂ່າວ​ໃໝ່ໆ​ໃຫ້​ທ່ານ​ຊາບ​ໃນ​ແຕ່ລະ​ໄລຍະ​ຮັບຮອງ​ບໍ່​ຕົກ​ຂ່າວ​ທີ່​ສຳຄັນ​ນີ້​ແນ່ນອນ.

ທີ່​ສຳຄັນ​ອີກ​ອັນ​ໜຶ່ງ​ຂອງ​ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້​ກໍ່​ແມ່ນ​ການ​ຮັບຮອງ​ເອົາ​ແຜນການ​ຊັບຊ້ອນ​ໂຄງ​ສ້າງ​ຂອງ​ລັດຖະບານ​ຄືນ​ໃໝ່, ຄື​ຊັບຊ້ອນ​ເຕົ້າ​ໂຮມ​ເອົາ​ພາກສ່ວນ​ທີ່​ມີໜ້າ​ທີ່​ຄ້າຍໆ​ກັນ ​ເຊັ່ນ​ວ່າ ຄະນະ​ກຳມະການ​ສຳຫຼວດ​ແລະ​ພັດທະນາ​ແຫ່ງ​ຊາດ, ຄະນະ​ກຳມະການ​ວິທະ​ຍາສາດ​ເຕັກ​ໂນ​ໂລ​ຊີ​ແລະ​ອຸດສາ​ຫະກຳ​ປ້ອງ​ກັນຊາ​ດ, ກະຊວງ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ​ແລະ​ຫ້ອງການ​ຂ່າ​ວສານ​ຂອງ​ສະພາ​ແຫ່ງ​ລັດ. ກະຊວງ​ທີ​ສອງ​ທີ່​ສ້າງ​ໃໝ່​ແມ່ນ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ທີ່​ຈະ​ເຂົ້າ​ມາ​ແທນ​ທີ່​ກະຊວງ​ໂທລະ​ຄົມມະນາຄົມ​ແລະ​ກົມ​ໃຫຍ່​ການບິນ​ພົນລະ​ເຮືອນ. ກະຊວງ​ທີ 3 ​ແມ່ນ​ກະຊວງ​ຊັບ​ພະຍາກອນ​ມະນຸດ​ແລະ​ປະກັນ​ສັງຄົມ​ທີ່​ຈະ​ໂຮມ​ເອົາ​ກະຊວງ​ພະລາກອນ​ແລະ​ກະຊວງ​ແຮງ​ງານ​ແລະ​ປະກັນ​ສັງຄົມ​ເຂົ້າກັນ. ກະຊວງ​ທີ 4 ​ແມ່ນ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທີ່​ເປັນ​ການ​ຍົກ​ລະດັບ​ກົມ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ຂຶ້ນ​ເປັນ​ກະຊວງ​ແລະ​ກະຊວງ​ທີ 5 ​ແມ່ນ​ກະຊວງ​ເຮືອນ​ຢູ່​ແລະ​ກໍ່ສ້າງ​ຕົວ​ເມືອງ​ແລະ​ຊົນນະບົດ​ທີ່​ຈະ​​ເຂົ້າ​ມາ​ເຮັດ​ໜ້າ​ທີ່​ແທນ​ກະຊວງ​ກໍ່ສ້າງ. ນອກ​ນັ້ນ ກໍ່​ຈະ​ສ້າງ​ຕັ້ງ​ຄະນະ​ກຳມະການ​ພະລັງງານ​ແຫ່ງ​ລັດ, ​ແລະ​ຈະ​ໃຫ້​ກົມ​ອາຫານ​ແລະ​ຢາ​ແຫ່ງ​ຊາດ​ໄປຂຶ້ນ​ກັບ​ກະຊວງ​ສາທາລະນະ​ສຸກ. ຈາກ​ການ​ປັບປຸງ​ຊັບຊ້ອນ​ເທື່ອ​ນີ້​ຈະ​ເຮັດ​ໃຫ້​ຈາກ 28 ກະຊວງ​ແລະ​ຄະນະ​ກຳມະການ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ໃຫ້​ເຫຼືອ 27 ​ເທົ່າ​ນັ້ນ. ນີ້​ຖື​ວ່າ​ເປັນ​ເທື່ອ​ທີ 6 ​ແລ້ວ​ທີ່​ຈີນ​ປັບປຸງ​ຊັບຊ້ອນ​ໂຄງ​ສ້າງ​ຂອງ​ລັດຖະບານ​ໃນ​ຮອບ 30 ປີ​ມາ​ນີ້, ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາ​ຍການ​ສ້າງ​ວັດທະ​ນະທຳ​ການ​ເມືອງ​ສັງຄົມ​ນິຍົມ​ສີສັນ​ຂອງ​ຈີນ​ໃຫ້​ໄວ​ກວ່າ​ເກົ່າ​, ​ແລະ​ປັບປຸງ​ການ​ພົວພັນ​ລະຫວ່າງ​ລັດຖະບານ, ປະຊາຊົນ, ສັງຄົມ​ແລະ​ຕະຫຼາດຄືນ​ໃໝ່.