ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-17 17:00:21    
ເງື່ອນ​ໄຂ​ພັກ​​ເຊົາ​ຂອງ 9 ​ແສນ 5 ລ້ານ​ຄອບຄົວ​ທີ່​ມີ​ລາຍ​ໄດ້​ຕ່ຳຂອງ​ຈີນ​ດີ​ຂຶ້ນ

cri

​ຕາມ​ຂ່າວCRI: ວັນ​ທີ 17 ມີນາ​ຢູ່​ທີ່​ປັກ​ກິ່ງ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ, ທ່ານ​ສີ​ຈີ້ ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ເຮືອນ​ຢູ່​ແລະ​ກໍ່ສ້າງ​ຕົວ​ເມືອງ​ແລະ​ຊົນນະບົດ​ຈີນ​ກ່າວ​ວ່າ, ​ໂດຍ​ຜ່ານ​ລະບົບການເຊົ່າ​ເຮືອນ​ດ້ວຍ​ລາຄາ​ຖືກ, ​ເງື່ອນ​ໄຂ​ພັກ​​ເຊົາ​ຂອງ 9 ​ແສນ 5 ລ້ານ​ຄອບຄົວ​ທີ່​ມີ​ລາຍ​ໄດ້​ຕ່ຳຂອງ​ຈີນ​ໄດ້​ປັບປຸງ​ດີ​ຂຶ້ນ​. ປີ​ນີ້​ງົບປະມານ​ສູນ​ກາງທີ່​ໃຊ້​ໃນ​ການ​ກໍ່ສ້າງ​ລະບົບການ​ເຊົ່າ​ເຮືອນ​ດ້ວຍ​ລາຄາ​ຖືກ​ຈະ​ມີ 6 ຕື້ 800 ລ້ານ​ຢວນ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກາຍ​ນີ້ 1 ຕື້ 700 ລ້ານ​ຢວນ. ພ້ອມ​ກັນ​ນັ້ນ​ລັດຖະບານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້ທ້ອງ​ຖິ່ນຕ່າງໆ​ເພີ່ມ​ງົບ​ປະມານ​ດ້ານ​ການ​ກໍ່ສ້າງ​ລະບົບການ​ເຊົ່າ​ເຮືອນ​ດ້ວຍ​ລາຄາ​ຖືກ.

ລະບົບການ​ເຊົ່າ​ເຮືອນດ້ວຍ​ລາຄາ​ຖືກ​ແມ່ນ​ລະບົບ​ທີ່ລັດຖະບານ​ສະໜອງ​ເຮືອນ​ຢູ່ທີ່​ລາຄາ​ເຊົ່າ​ຖືກ​ຫຼື​ໃຫ້​ເງົນອຸຸດໜູນ​ໃຫ້ຄອບຄົວ​ທຸກ​ຍາກ​ແລະ​ມີ​ຄວາມ​ຫຍຸ້ງຍາກ​ດ້ານ​ເຮືອນ​ຢູ່.