ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-18 18:02:03    
ຄວາມ​ເປັນ​ລະ​ບຽບ​ຂອງ​ສົງ​ຄົມ​ນະ​ຄອນ​ລາ​ຊາ——ເທດ​ສະ​ບານ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ໄດ້​ຄືນ​ສູ່​ຄວາມ​ສະ​ຫງົບ

cri

CRIລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ນີ້, ນະຄອນ​ລາຊາ ​ເທດ​ສະບາ​ນ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຂອງ​ຈີນ​ໄດ້​ເກີດ​ເຫດການ​ຈາລະ​ຈົນ​ຢ່າງ​ຮ້າຍ​ແຮງ​ຄື​​ເກີດ​ການທຸບ​ຕີ ທັບ​ມ້າງ​ແລະ​ຈູດ​ໄຟ​ເຜົາ, ຄວາມ​ເປັນ​ລະບຽບ​ຂອງ​ສັງຄົມ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ຖືກ​ທຳລາຍ​ຢ່າງ​ຮ້າຍ​ແຮງ.ວັນ​ທີ17​ມີນາ​ນີ້,​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ຊຽງ​ປ່າ​ພິງ​ໂຊ ປະທານ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ​ກ່າວ​ວ່າ,​ເຫດ​ການ​ຈາ​ລະ​ຈົນ​​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ຮ້າຍ​ແຮງ​ເທື່ອ​ນີ້​ແມ່ນ​ກຸ່ມ​ດາ​ໄລລາ​ມະ​ຈັດ​ຕັ້ງ ວາງ​ແຜນ​ຢ່າງ​ລະ​ອຽດ,ຍຸ​ຍົງ​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ຕິ​ເບ​ດ​ອອກ​ຈາກ​ຈີນ​ໃຫ້​ເປັນ​ເອ​ກະ​ລາດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ສົມ​ຮູ້​ຮ່ວມ​ຄິດ​ກັນ​ກໍ່​ຂຶ້ນ.


ວັນ​ທີ17​ມີນາ​ນີ້,ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ,​ທ່ານ​ຊຽງ​ປ່າ​ພິງ​ໂຊ ປະທານ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ໄດ້​ແຈ້ງ​ສະພາບ​ກ່ຽວ​ກັບ​ເຫດ​ການ​ຈາ​ລະ​ຈົນ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ນັກ​ຂ່າວ​ພາຍ​ໃນຈີນ​ແລະ​ຕ່າງປະ​ເທດ.​ເວ​ລາ​11​ໂມງ​ວັນ​ທີ​14​ມີ​ນາ​ນີ້,​ຢູ່​ວັດ​ສ້ຽວ​ຈ່າວ ທີ່​ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ນະ​ຄອນ​ລາ​ຊາ,​ພະ​ສົງ​ຈຳ​ນວນ​ໜຶ່ງ​ໄດ້​ໃຊ້​ກ້ອນ​ຫີນ​ໂຈມ​ຕີ​ຕຳຫຼວດ​ທີ່​ພວມ​ປະຕິບັດ​ໜ້າ​ທີ່​ປົກ​ກະ​ຕິ.​ຫຼັງ​ຈາກ​ນັ້ນ,​ຜູ່​ໃຊ້​ຄວາມ​ຮຸນ​ແຮງ​ຈຳ​ນວນ​ໜຶ່ງ​ເລີ່​ມ​ເຕົ້າ​ໂຮມ​ກັນ​ຢູ່​ທ້ອງ​ຖະ​ໜົນ,​ຮ້ອງ​ຄຳ​ຂວັນ​ທີ່​ແບ່ງ​ແຍກ​ປະ​ເທດ,ສະພາບ​ຄວາມ​ຮຸນ​ແຮງ​ແຜ່​ລາມ​ຢ່າງ​ວ່ອງ​ໄວ.ກຸ່ມ​ຄົນ​ບໍ່​ດີ​ໄດ້​ທຸບ​ຕີ,ທັບ​ມ້າງ,​ປຸ້ນ​ຈີ້​ຮ້ານ​ຄ້າ​ຢູ່​ຕາມ​ຖະ​ໜົມ​ສຳ​ຄັນ​ຂອງ​ເທດ​ສະບາ​ນ​ເມືອງ​,ທຳລາຍໂຮງຮຽນ​ປະຖົມ​ແລະ​ມັດ​ທະ​ຍົມ,​ໂຮງ​ໝໍ,​ທະ​ນາ​ຄານ,​ສິ່ງ​ກໍ່​ສ້າງ​ໄຟ​ຟ້າ,​ສື່​ສານ,​ໜ່ວຍ​ງານ​ຖະ​ແຫຼ​ງ​ຂ່າວ​ຂອງ​ນະ​ຄອນ​ລາ​ຊາ.​ໂຈມ​ຕີ​ຮ້ານ​ທຸລະ​ກິດ​ໂທລະ​ຄົມແລະ​ອົງການ​ປົກຄອງ,​ຈູດ​ເຜົາ​ລົດ​ຍົນ​ຕາມ​ທ້ອງ​ຖະ​ໜົນ,​ໄລ່​ທຸບ​ຕີ​ປະຊາຊົນ​ທີ່​ສັນຈອນ​ຜ່ານ​ໄປມາ.

ໃນ​ເຫດການ​ສ້າງ​ຄວາມ​ວຸ້ນວາຍ​ເທື່ອ​ນີ້, ກຸ່ມ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ເຜົາ​ເຮືອນ​ຢູ່​, ຮ້ານ​ຄ້າ 210 ກວ່າ​ຫ້ອງ, ທຸບ​ແລະ​ເຜົາ​ລົດ 50 ກວ່າ​ຄັນ, ​ເຜົາ​ແລະ​ຂ້າ​ປະຊາຊົນ​ຕາຍ 13 ຄົນ. ທ່ານ​ຊ້ຽງປ່າ​ພິງ​ໂຊ້​ກ່າວ​ວ່າ, ​ໃນ​ເຫດການ​ສ້າງ​ຄວາມ​ຮຸນ​ແຮງ​ດັ່ງກ່າວ, ກຸ່ມ​ທີ່​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ໃຊ້​ວິ​ທີ​ທີ່​ທາ​ລຸນ​ຫຼາຍ,​ຄື ປະຊາຊົນ​ຜູ້​ໜຶ່ງ​ຖືກ​ຫົດ​ນ້ຳມັນ​ເຊື້ອ​ໄຟ​ແລ້ວ​ເຜົາ​ໃຫ້​ຕາຍ​ທັງ​ເປັນ, ຍັງ​ມີ​ຕຳຫຼວດ​ຜູ້​ໜຶ່ງກໍ່​ຖືກ​ກຸ່ມ​ທີ່​ໃຊ້​ຄວາມ​ຮຸນ​ແຮງ​ຕີ​ຈົນ​ສະຫຼົບ​ແລ້ວ​ຍັງ​ຖືກ​ໃຊ້​ມີດ​ປາດ​ເອົາ​ຊິ້ນ​ກົ້ນ​ຂອງ​ລາວ​ໃຫຍ່​ຊ່ຳ​ກຳ​ປັ້ນ.​ທ່ານ​ເວົ້າ​ວ່າ,​ໃນ​ທົ່ວ​ໂລກ,​ບໍ່​ມີ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ທີ່​ປົກ​ຄອງ​ດ້ວຍ​ກົດ​ໝາຍ​ສາ​ມາດ​ອົດ​ກັ້ນ​ນຳ​ການ​ກະທຳ​ທີ່​ໂຫດຮ້າຍ​ທາລຸນ​ແບບນີ້​ໄດ້.

ທ່ານ​ຊ້ຽງປ່າ​ພິງ​ໂຊ້​ກ່າ​ວວ່າ, ພາຍ​ຫຼັງ​ເຫດການ, ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບດ​ໄດ້​ໃຊ້​ມາດ​ຕະ​ການ​ທີ່​ເໝາະ​ສົມ​ໃນ​ທັນ​ທີ, ​ໄດ້ປາບ​ປາມ​ການ​ກໍ່​ຄວາມ​ຮຸນ​ແຮງ​ວຸ້ນ​ວາຍ​ຕາມ​ກົດ​ໝາຍ.

"​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈັດ​ວາງ​ກຳລັງ​ເຈົ້າ​ໜ້າ​ທີ່ໃນ​ທັນທີ, ດັບ​ມອດ​ໄຟ,​ກອບ​ກູ້​ແລະ​ປິ່ນ​ປົວ​ຜູ້​ຖືກ​ບາດ​ເຈັບ, ​ແລະ​ໄດ້​ເພີ່ມ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຕໍ່​ໂຮງ​ຮຽນ,​ໂຮງ​ໝໍ,​ທະ​ນາ​ຄານ​ແລະ​ອົງ​ການ​ປົກ​ຄອງ,​ຈັດ​ການ​ກັບ​ພວກ​ທີ່​ກໍ່​ຄວາມ​ຮຸນ​ແຮງ​ນັ້ນ​ຕາມ​ກົດ​ໝາຍ.​ໃຊ້​ມາດ​ຕະ​ການ​ເຫຼົ່າ​ນີ້,​ກໍ່​ແມ່ນ​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ສັງ​ຄົມ,​ຮັກ​ສາ​ລະ​ບຽບ​ກົດ​ໝາຍ​ຂອງ​ບ້ານ​ເມືອງ,​ຮັກ​ສາ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ບັນດາ​ເຜົ່າ​ຢູ່​ຕິ​ເບ​ດ. ປະຈຸ​ບັນ, ສະຖານະ​ການ​ຢູ່​ນະ​ຄອນ​ລາຊາ​ໄດ້​ສະ​ຫງົບ​ລົງ​ແລ້ວ, ລະບຽບ​ສັງຄົມ​ໄດ້​ຟື້ນ​ຟູ​ຄວາມ​ໝັ້ນ​ທ່ຽງ​ແລ້ວ."

ທ່ານ​ຊ້ຽງປ່າ​ພີ​ງ​ໂຊ້​ຊີ້​ອອກ​ວ່າ,ເຫດການ​ຈາລະ​ຈົນເທື່ອ​ນີ້​ແມ່ນ​ກຸ່ມ​ດາ​ໄລ​ລາ​ມະ​ກໍ່​ຂຶ້ນ​ຢ່າງ​ມີ​ການ​ວາງ​ແຜນ,​ມີ​ຈຸດ​ປະ​ສົງ​ແບ່ງ​ແຍກ​ປະ​ເທດ​ຊາດ​ແລະ​ທຳລາຍ​ຄວາມ​ສາມັກ ຄີ​ຂອງ​ຕິ​ເບດ.​ທ່ານ​ກ່າວ​ວ່າ:"​ເຫດການ​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ຮ້າຍ​ແຮງ​ເທື່ອ​ນີ້​ມີ​ການ​ວາງ​ແຜນ​ ປຸກ​ປັ່ນ​ຢ່າງ​ຄັກ​ແນ່ໂດຍ​ກຸ່ມ​ດາ​ໄລ​ລາ​ມະ​ຢ່າງ​ມີ​ການ​ຈັດ​ຕັ້ງ​ແລະ​ມີ​​ແຜນ​ການ​ລ່ວງ​ໜ້າ,​ແມ່ນ​​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ຕິ​ເບດ​ເປັນ​ເອ​ກະ​ລາດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ສົມ​ຮູ້​ຮ່ວມ​ຄິດ​ກັນ​ກໍ່​ຂຶ້ນ.​ຈຸດ​ປະ​ສົງ​ຂອງ​ເຂົາ​​ແມ່ນ​ເພື່ອ​ສ້າງ​ຫາງ​ສຽງ,​ທຳ​ລາຍ​ພາບ​ຄວາມ​ໝັ້ນ​ທ່ຽງ​ອັນ​ດີ​​ໃນ​ໄລຍະ​ຂໍ​ກະ​ແຈ​ທີ່​ປັກ​ກິ່ງ​ຈະຈັດ​ງານ​ກິລາ​ໂອ​ລິ​ມປິກ."​

ທ່ານ​ຊ້ຽງປ່າ​ພີ​ງ​ໂຊ້​ຍັງ​ບອກ​ໃຫ້​ຮູ້​ວ່າ,​ໃນ​ເວລາ​ປາມ​ປາມ​ເຫດການ​ເທື່ອ​ນີ້,​ອົງ​ການ​ປົກ​ຄອງ​ເຂດ​ຕິ​ເບດ​ໄດ້​ໃຊ້​ທ່າ​ທີ​ຮັບ​ຜິດ​ຊອບ,​ຍຶດ​ໝັ້ນ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຢ່າງ​ມີ​ຄວາມ​ສິ​ວິ​ໄລ.​ໃນຂະ​ບວນ​ການ​​ແກ້​ໄຂ​ເຫດ​ການ​ເທື່ອ​ນີ້,ບໍ່​ໄດ້​ນຳ​ໃຊ້​ອາ​ວຸດ​ຮ້າຍ​ແຮງ​ຫຍັງ.​ທ່ານ​ຊ້ຽງ​ປ່າ​ພີງ​ໂຊ້​ກ່າວ​ວ່າ,​ຫຼາຍ​ສິບ​ປີ​ມາ​ນີ້,​ລັດ​ຖະ​ບານ​ຈີນ​ເອົາ​ໃຈ​ໃສ່​ວຽກ​ງານ​ຕິ​ເບດ​ໃນ​ລະ​ດັບ​ສູງ,​ໃຊ້​ວິ ທີ​ການ​ຕ່າງໆ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຕິ​ເບດ​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.ທ່ານ​ກ່າວ​ວ່າ,​ກົນ​ອຸ​ບາຍ​ໃດໆ​ທີ່​ຢາກ​ທຳ​ລາຍ​ສະ​ຖຽນ​ລະ​ພາບ​ຂອງ​ຕິ​ເບ​ດ​ແລະ​ກໍ່​ການ​ແບ່ງ​ແຍກ​ນັ້ນ​ຍ່ອມ​ຈະ​ປະ​ລາ​ໄຊ​ຢ່າງ​ແນ່​ນອນ.