ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-18 16:03:35    
ປະ​ເທດ​ຈຳ​ນວນ​ໜຶ່ງ​ຄັດ​ຄ້ານ​ການ​ສວຍ​ໃຊ້​ບັນ​ຫາ​ຕິ​ເບ​ດ​ເຮັດ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຫັນ​ເປັນ​ບັນຫາ​ການ​ເມືອງ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 17 ມີນາ​ນີ້,ລັດຖະບານ​ແລະ​ສື່​ມວນ​ຊົນ​ຂອງ​ປະ​ເທດ​ຈຳນວນ​ໜຶ່ງ​ໄດ້​ສະ​ແດງ​ທັດສະນະກ່ຽວ​ກັບຄົນ​ກຸ່ມ​ໜຶ່ງ​ກໍ່​ເຫດ​ການ​ຈາລະ​ຈົນຢູ່​ນະຄອນ​ລາຊາ​ເຂດ​ຕິ​ເບ​ດ​ໃນ​ວັນ​ທີ 14 ມີນາ​ນີ້ວ່າ,​ເຂົາ​ເຈົ້າຄັດຄ້ານການ​ສວຍ​ໃຊ້​ບັນຫາ​ຕິ​ເບ​ດ​ເຮັດ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຫັນ​ເປັນ​ບັນຫາ​ການ​ເມືອງ.

ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ແວບ​ໄຊ້ຂອງ​ຕົນ​ວ່າ,ຕິ​ເບ​ດ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຈີນທີ່​ຕັດ​ແຍກ​ອອກ​ບໍ່​ໄດ້,ຣັດ​ເຊຍ​ຫວັງ​ໃຫ້​ຝ່າຍ​ຈີນ​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ​ທັງ​ໝົດ​ມາສະ​ກັດ​ກັ້ນ​ການ​ກະທຳ​ທີ່​ຜິດ​ກົດໝາຍ.ເຈດຕະນາ​ທີ່​ຢາກ​ໃຫ້​ເລື່ອງກ່ຽວ​ກັບ​ຈີນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ປີ 2008 ​ເປັນ​ບັນຫາ​ການ​ເມືອງ​ນັ້ນ,​ແມ່ນ​ຮັບ​ເອົາ​ບໍ່​ໄດ້.

ລັດຖະ​ມົນຕີ​ກະ​ຊວງ​ກິລາ​ແລະ​ປະ​ທານ​ຄະນະ​ກຳມະ​ການ​ໂອ​ລິ​ມປິກ​ແຫ່ງ​ຊາດ​ຂອງ 27 ​ສະມາ​ຊິກ​ສະຫະ​ພາບ​ເອີ​ລົບ​ກ່າວ​ວ່າ,ຄັດ​ຄ້ານ​ຢ່າງ​ຮຸ​ນ​ແຮງຕໍ່​ການ​​ເຄື່ອນ​ໄຫວ​ທີ່​ກີດຂວາງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຍ້ອນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຕິ​ເບດ​ໃນ​ຫວ່າງ​ມໍ່ໆ​ນີ້.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ປາ​ກີ​ສະຖານ​ກ່າວ​ວ່າ,ປະຈຸ​ບັນ,​ໃນ​ທົ່ວ​ໂລກ,ບໍ່​ມີ​ປະ​ເທດ​ໃດ​ຮັບຮອງ​ວ່າ,ຕິ​ເບ​ດ​ແມ່ນ​ປະ​ເທດ​ເອກະ​ລາດ,ນີ້​ແມ່ນ​ຄວາມ​ຮັບ​ຮູ້​ທີ່​ເອກະ​ພາບ​ກັນ​ຂອງ​ປະຊາ​ຄົມ​ໂລກ.ວຽກ​ງານ​ຕິ​ເບ​ດ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ.ປາ​ກີ​ສະ​ຖານ​ຄັດຄ້ານ​ເຈດ​ຕະນາ​ໃດກໍ່ຕາມທີ່​ຢາກ​ເຮັດ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ຫັນ​ເປັນ​ບັນຫາ​ການ​ເມືອງ.

ທ່ານ​ນິງເຊີ​ມຽງ ກຳມະ​ການ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະ​ການໂອ​ລິມປິກ​ສາກົນ ຮອງ​ປະທານ​ສະພາໂອ​ລິ​ມປິກ​ສິງ​ກະ​ໂປ​ກ່າວ​ວ່າ,ງານ​ກິລາ​ໂອ​ລິ​ມປິກ​ສາມາດ​ເສີມ​ຂະ​ຫຍາຍ​ບົດບາດ​ຊຸກຍູ້​ທາງ​ບວກ​ຕໍ່​ການ​ພັດທະນາ​ສັງ​ຄົມ,ບໍ່​ຄວນ​ກີດ​ຂວາງ​ງານ​ກິລາ​​ໂອ​ລິ​ມປິກ.

ສື່​ມວນ​ຊົນມາ​ເລ​ເຊຍ​ຊີ້​ອອກ​ວ່າ,ກຸ່ມ​ທີ່​ຢາກ​ໃຫ້​ຕິ​ເບ​ດ​ເປັນ​ເອກະລາດ​ກໍ່​ເຫດ​ການ​ຈາລະ​ຈົນ​ຢູ່​ນະ​ຄອນ​ລາຊາ​​ເທື່ອ​ນີ້,ມີ​ຈຸດປະ​ສົງທີ່​ຢາກ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຫັນ​ເປັນ​ບັນຫາ​ການ​ເມືອງ.ຕໍ່​ບັນຫາ​ຕິ​ເບ​ດ​ແລະ​ກຸ່ມ​ດາ​ໄລລາ​ມະ,ຫຼັກ​ໝັ້ນ​ຂອງ​ລັດຖະບານ​ຈີນ​ແມ່ນ​ໝັ້ນ​ໜຽວ​ແລະ​ແຈ່ມ​ແຈ້ງ​ຕະຫຼອດ​ມາ,ດາ​ໄລລາ​ມະ​ບໍ່​ແມ່ນ​ບຸກຄົນວົງ​ການ​ສາສະໜາ​ເທົ່າ​ນັ້ນ,​ແຕ່​ແມ່ນຄົນ​ພັດ​ຖິ່ນ​ຢູ່​ຕ່າງປະ​​ເທດ​ຍ້ອນ​ບັນຫາ​ການ​ເມືອງ​ທີ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​​ເທດ​ຈີນ.