ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-18 17:30:03    
ລາຍ​ການ​ພິ​ເສດ​ສອງ​ກອງ​ປະ​ຊຸມ​ສະ​ພາ​ຈີນ​(ວັນ​ອັງ​ຄານ ວັນ​ທີ18​ມີ​ນາ​2008)

cri

ພາຍຫຼັງ​ທີ່​ດຳ​ເນີນ​ວຽກ​ງານ​ມາ​ຢ່າງ​ເຄັ່ງ​ຮ້ອນ​ໃນ​ການ​ຄົ້ນຄວ້າ​ພິຈາລະນາ​ແລະ​ຮັບ​ຮອງ​ເອົາ​ບັນ​ຫາ​ສຳ​ຄັນ​ຕ່າງໆ​ຂອງ​ຊາດ​ມາ​ໄດ້​2​ອາ​ທິດ,​ມາ​ໃນ​ຕອນ​ເຊົ້າ​ມື້​ນີ້ ກອງ​ປະຊຸມ​ເທື່ອ​ທີ1ຂອງ​ສ​ະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ກໍ່​ໄດ້​ອັດ​ລົງຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຢ່າງ​ຈົບງາມ.

ຢູ່​ໃນ​ພິທີ​ອັດ​ກອງ​ປະຊຸມ​ໃນ​ມື້​ເຊົ້າ​ນີ້ ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ທີ່​ຖືກ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງນີ້​ອີກ​ຕໍ່​ໄປ5​ປີ​ກໍ່​ໄດ້​ກ່າວ​ຄຳ​ໝັ້ນ​ສັນຍາ​ຕໍ່​ປະ​ຊາ​ຊົນ​ຢ່າງ​ໜັກ​ແໜ້ນ​ອີ​ຫຼີ.​ເພິ່ນ​ບອກ​ວ່າ,ຈະ​ເຮັດ​ໃຫ້​ລັດຖະບານ​ປອດ​ໃສ​ຂາວ​ສະອາດ​ແລະ​ນຳ​ໃຊ້​ອຳນາດ​ທີ່​ປະ​ຊາ​ຊົນ​ມອບ​ໃຫ້​ຢ່າງ​ເໝາະ​ສົມ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ໝົດ​ຈິດ​ໝົດ​ໃຈ ຈະ​ອຸ​ທິດ​ຕົນ​ເພື່ອ​ປະ​ເທດ​ຊາດ,​ເປັນ​ລັດຖະກອນ​ທີ່​ດີ​ແລະ​ຈິງ​ໃຈ​ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ,​ປະ​ຊາ​ຊົນ​ຕ້ອງ​ມາ​ກ່ອນ ຈະ​ບໍ່​ປ່ອຍ​ປະ​ລະ​ເລີຍ​ປະ​ຊາ​ຊົນ​ຢ່າງ​ເດັດ​ຂາດ.​ແລ້ວ​ເພີ່ມ​ກໍ່​ຍັງ​ໄດ້​ກ່າວ​ຂອບ​ໃຈ​ຜູ່​ແທນ​ປະຊາຊົນ​ເກືອບ3000​ຄົນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້​ທີ່​ໄດ້​ໃຫ້​ຄວາມ​ໄວ້​ວາງ​ໃຈ​ແກ່​ເພິ່ນ,ຈະ​ຂໍ​ນຳພາ​ພັດທະນາ​ປະ​ເທດ​ຊາດ​ໄປ​ສູ່​ປະ​ຊາ​ທິ​ປະ​ໄຕ​ທີ່​ທັນ​ສະ​ໄໝ​ຕາ​ມ ລະບຽບ​ກົດໝາຍ.

ຫຼັງ​ຈາກ​ອັດ​ກອງ​ປະຊຸມ​ແລ້ວ​ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຄືນ​ໃໝ່​ຈາກ​ສະພາ​ແລະ​ຈະ​ດຳລົງ​ຕຳ​ແໜ່​ງ​ໄປ​ອີກ​5​ປີ​ກໍ່​ຖະ​ແຫຼງ​ຂ່າວ​ແລະ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຫຼາຍ​ພັນ​ຄົນ,ມີ​ການ​ຖ່າຍ​ທອດ​ສົດ​ທັງ​ວິ​ທະ​ຍຸ,​ໂທ​ລະ​ພາບ​ແລະ​ເວັບ​ໄຊ​ໄປ​ທົ່ວ​ໂລກ​ພ້ອມ.​ບັນ​ຍາ​ກາດ​ຟົດ​ຟື້ນ​ຫຼາຍ.​ນັກ​ຂ່າວ​ກໍ່​ຍາດ​ກັນ​ຍົກ​ມື​ຖາມ,ທ່ານ​ນາຍົກ​ກໍ່​ຕອບ​ຢ່າງ​ເປີດ​ໃຈ​ເປັນ​ກັນ​ເອງ​ເລີ່​ມ​ແຕ່10​ໂມງ​ເວລາ​ປັກ​ກິ່ງ​ທີ່​ກົງ​ກັບ​9​ໂມງ​ເວລາ​ເມືອງ​ລາວ ​ແກ່ຍາວ​ໄປ​ຈົດ​ຮອດ2​ຊົ່ວ​ໂມງ​ກັບ​21​ນາ​ທີ,​ຖື​ວ່າ​ທ່ານ​ນາ​ຍົກ​ເວີ່ນ​ເຈ່ຍ​ປາວ​ໃຫ້​ເວລາ​ແກ່​ນັກ​ຂ່າວ​ໄດ້​ຕັ້ງ​ຄຳ​ຖາມ​ຢ່າງ​ເຕັມ​ທີ່​ເລີຍ.​ແຕ່​ເພິ່ນ​ກໍ່​ພະ​ຍາ​ຍາມ​ໃຫ້​ນັກ​ຂ່າວ​ຫຼາຍ​ຄົນ​ທີ່​ສຸດ​ໄດ້​ຖາມ.ມີ​ນັກ​ຂ່າວ​ບາງ​ຄົນ​ກໍ່​ຖາມ2​ຄຳ​ຖາມ,​ມີ​ນັກ​ຂ່າວ​ຈີນ​ຂອງ​ສຳ​ນັກ​ຂ່າວ​ສານ​ຊິນ​ຮວາ ຜູ່ໜຶ່ງ​ຖາມ​3​ຄຳ​ຖາມ ທ່ານ​ນາ​ຍົກ​ກໍ່ວ່າ"ຖາມ​ຫຼາຍ​ຄຳ​ຖາມ​ໂພດ,​ຂ້າ​ພະ​ເຈົ້າ​ຂໍ​ຕອບ​ຄຳ​ຖາມ​ດຽວ​ກໍ່​ພໍ​ແລ້ວ".ມື້​ເຊົ້າ​ນີ້​ທັງ​ໝົດ​ທ່ານ​ນາ​ຍົກ​ຕອບ​ປະ​ມານ​15​ຄຳ​ຖາມ​ທີ່​ສ່ວນ​ຫຼາຍ​ກໍ່​ແມ່ນ​ກ່ຽວ​ກັບ​ການ​ພັດທະນາ​ເສດ​ຖະ​ກິດ,​ສິ່ງ​ທ້າ​ທາຍ​ແລະ​ໂອ​ກາດ,​ໄຟ​ເງິນ​ເຟີ້,​ເຫດ​ການ​ກໍ່​ຈາລະ​ຈົນ​ຢູ່​ຕິ​ເບ​ດ​ໃນ​ວັນ​ສຸກ​ຜ່ານ​ມາ,​ບັນ​ຫາ​ໄຕ້​ຫວັນ​ແລະ​ບັນ​ຫາ​ອື່ນໆ.ນັກ​ຂ່າວ​ຕ່າງ​ປະ​ເທດ​ຫຼາຍ​ຄົນ​ຢາກ​ເດີນ​ທາງ​ໄປ​ເບິ່ງ​ສະພາບ​ການ​ຢູ່​ນະ​ຄອນ​ລາ​ຊາ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດ,​ທ່ານ​ນາ​ຍົກ​ກໍ່​ບອກ​ວ່າ​ຈະ​ພິ​ຈາ​ລະ​ນາ​ຄວາມ​ເປັນ​ໄປ​ໄດ້​ເພື່ອ​ໃຫ້​ໄປ​ເຫັນ​ກັບ​ຕາ​ເພາະ​ວ່າ​ດຽວ​ນີ້​ສະ​ພາບ​ຄວາມ​ສະ​ຫງົບ​ກໍ່​ຄືນ​ສູ່​ປົກ​ກະ​ຕິ​ແລ້ວ.​ທ່ານ​ນາ​ຍົກ​ຊີ້​ແຈງ​ວ່າ​ເຫດ​ການ​ຈາ​ລະ​ຈົນ​ເທື່ອ​ນີ້​ກໍ່​ແມ່ນ​ຈຸດ​ປະ​ສົງ​ຂອງ​ດາ​ໄລ​ລາ​ມະ​ສົມ​ຮູ້​ຮ່ວມ​ຄິດ​ກັນ​ກັບ​ກຸ່ມ​ຄົນ​ບໍ່​ດີ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ເພື່ອ​ທຳ​ລາຍ​ພາບ​ພົດ​ຂອງ​ຈີນ​ແລະ​ທຳ​ລາຍ​ໂອ​ເລັມ​ປິກ​ປັກ​ກິ່ງ​ທີ່​ພວມ​ຈະ​ໄຂ​ຂຶ້ນ​ໃນ​ເດືອນ​ສິງ​ຫາ​ປີ​ນີ້.​ທ່ານ​ວ່າ ພວກ​ເຮົາ​ທຸກ​ຄົນ​ຄວນ​ເຄົາ​ລົບ​ນ້ຳ​ໃຈ​ຂອງ​ໂອ​ລິ​ມປິກ ບໍ່​ຄວນ​ດຶງ​ບັນ​ຫາ​ການ​ເມືອງ​ເຂົ້າ​ມາ​ກ່ຽວ​ຂ້ອງ.​ທ່ານ​ຍັງ​ເຊື່ອ​ໝັ້ນ​ວ່າ,​ຮອຍ​ຍິ້ມ​ຂອງ​ຄົນ​ຈີນ​1​ຕື້​300​ລ້ານ​ຄົນ​ທີ່​ສົ່ງ​ໃຫ້​ຄົນ​ທົ່ວ​ໂລກ ກໍ່​ຈະ​ໄດ້​ຮັບ​ຮອຍ​ຍີ້ມ​ຈາກ​ຄົນ​ທົ່ວ​ໂລກ​ຄືນ​ມາ​ເຊັ່ນ​ດຽວ​ກັນ.

ສຳລັບ​ເລື່ອງ​ໄພ​ເງິນ​ເຟີ້​ນັ້ນ,​ທ່ານ​ເວິ່ນ​ເຈ່ຍ​ປາວ ບອກ​ວ່າ,​ລັດ​ຖະ​ບານ​ຈີນ​ໝັ້ນ​ໃຈ​ຢ່າງ​ເຕັມ​ທີ່​ວ່າ​ຈະ​ສາ​ມາດ​ຄວບ​ຄຸມ​ໄດ້​ໃນ​ປີ​ນີ້​ເຖິງ​ວ່າ​ຈະ​ເປັນ​ວຽກ​ທີ່​ຍາກ​ກໍ່​ຕາມ.​ທ່ານ​ຖະ​ແຫຼງ​ວ່າ ມັນ​ບໍ່ມ​​ແມ່ນ​ວຽກ​ທີ່​ງ່າຍ​ເລີຍ​ທີ່​ຈະ​ຮັກ​ສາ​ອັດ​ຕາ​ໄພ​ເງິນ​ເຟີ້​ໃຫ້​ຢູ່​ໃນ​ລະ​ດັບ​4,8%​ແລະ​ຄວບ​ຄຸມ​ລາ​ຄາ​ສິນ​ຄ້າ​ທີ່​ຖີບ​ຕົວ​ສູງ​ຂຶ້ນ​ແລ້ວ ຈີນ​ກໍ່​ຍັງ​ປະ​ສົບ​ໄພ​ພາ​ຍຸ​ຫິ​ມະ​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເສດ​ຖະ​ກິດ​ໜັກ​ສົມ​ຄວນ​ໃນ​ສອງ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້​ອີກ,​ແຕ່​ພວກ​ເຮົາ​ກໍ່​ຈະ​ບໍ່​ປ່ຽນ​ແປງ​ເປົ້າ​ໝາຍ​ທີ່​ໄດ້​ຕັ້ງ​ວ​ໄວ້​ແລ້ວ​ເພາະ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ພະ​ລັງ​ແຮງ​ທີ່​ຕົນ​ມີ​ຄື​ຄັງ​ທັນ​ຍາ​ຫານ​ສຳ​ຮອງ​ກໍ່​ມີ​ເຖິງ​150​ຫາ​200​ລ້ານ​ໂຕນ​ແລ​ການ​ຕອບ​ສະ​ໜອງ​ຂອງ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ຕົ້ນ​ຕໍ​ກໍ່​ຍັງ​ເຂັ້ມ​ແຂງ​ຢູ່.