ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-18 17:38:04    
ສປປ​ເກົາ​ຫລີ​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 18 ມີນາ​ນີ້ ຂ່າວສານ​ສູນ​ກາງ​​ຂອງ​ສາທາ​ລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ​ແຈ້ງ​ຂ່າວ​ວ່າ,​ໃນ​ຕໍ່ຫນ້າ, ສປປ​ເກົາຫລີ​ກັບ​ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ເຈລະຈາ​ໂດຍ​ກົງ​ສອງ​ຝ່າຍ​,​ເພື່ອ​ຫາລື​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ປະຕິບັດ​ຕາມ​ສັນຍາ​ເຈ​ລະ​ຈາ​ຫົກ​ຝ່າຍ,​ແລະຊອກ​ຫາ​ວິທີ​ແກ້​ໄຂ.

ຂ່າວ​ແຈ້ງວ່າ, ສປປ​ເກົາຫລີ​ກັບ​ອາ​ເມ​ລິ​ກາ​ໄດ້​​ເຈລະຈາກັນ​ຢູ່​ເຊີ​ແນວ​​​ໃນ​ວັນ​ທີ 13 ຫາ​ວັນ​ທີ 14 ມີນາ​ນີ້.​ໃນ​ການ​ເຈລະຈາ,ສອງ​ຝ່າຍ​ໄດ້​ຫາລື​ຄວາມ​ເຫັນ​ທີ່ຂັດ​ແຍ່ງ​ກັນ​ທີ່​ເກີດ​ຂຶ້ນ​ໃນ​ການ​ປະຕິບັດສັນຍາ​ການ​ເຈລະຈາ​ຫົກ​ຝ່າຍ.ທ່ານ​ກິມ​ເກ​ກວນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສປປ​ເກົາຫລີ ຫົວຫນ້າ​ຄະນະ​ຜູ່​ແທນ​ສປປ​ເກົາຫລີ​ທີ່​​ເຂົ້າຮ່ວມການ​ເຈລະຈາ​ຫົກ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ເຈລະຈາ​ເທື່ອ​ນີ້,ທ່ານ​ຄຼິສ​ໂທ​ເຟີ ຮີ​ວ  ຜູ່​ຊ່ວຍລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຫົວຫນ້າ​ຄະນະ​ຜູ່​ແທນ​ອາ​ເມ​ລິ​ກາ​​ເຫັນ​ວ່າການ​ເຈລະຈາ​ມີ​ລັກສະນະ​ສ້າງສັນ​ແລະ​ມີ​ຜົນ​ດີ.