ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-18 18:19:43    
ຈະບໍ່​ເຮັດ​ໃຫ້​ປະຊາຊົນ​ຜິດ​ຫວັງ

cri

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ຕອນ​ເຊົ້າ​ວັນ​ທີ 18 ມີນາ​ນີ້ຢູ່​ທີ່​ປັກ​ກິ່ງ, ພາຍຫຼັງສຳ​ເລັດ​ວາລະ​ປະຊຸມ​ຕ່າງໆ, ກອງ​ປະຊຸມ​ປະຈຳ​ປີ​​ເທື່ອ​ທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ໃໝ່ທີ່​ດຳ​ເນີນມາ​ເປັນ​ເວລາ 13 ວັນ​ນັ້ນ​ກໍ່ໄດ້ອັດ​ລົງ. ​ໃນ​ກອງ​ປະຊຸມ​ອັດ​ລົງ, ທ່ານ​ຫູ​ຈີນ​ທ່າວ ຜູ້​ໄດ້​ຮັບ​ເລືອກ​ຕັ້ງ​​ເປັນ​ປະທານ​ປະ​ເທດ​ຈີນ​ອີກ​ເທື່ອ​ໜຶ່ງ​ດ້ວຍ​ຄະ​ແນນ​ສູງ​ກ່າວ​ວ່າ, ຈະ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ອັນ​ສັກກາລະ​ບູຊາ​ທີ່​ລັດຖະທຳ​ມະນູນ​ມອບ​ໃຫ້​ນັ້ນ​ຢ່າງ​ຊື່ສັດ, ຮັບ​ໃຊ້​ປະຊາຊົນ​ແລະ​​ອອກ​ແຮງ​ຢ່າງ​ສຸດ​ຂີດ​ເພື່ອ​ປະ​ເທດ​ຊາດ, ຈະບໍ່​ເຮັດ​ໃຫ້​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງ​ທົ່ວ​ປະ​ເທດ​ຜິດຫວັງ​ຢ່າງ​ເດັດຂາດ.

​ໃນ 5 ປີ​ກ່ອນ​, ກໍ​ແມ່ນ​ຢູ່​ຫໍສະພາ​ປະ​ຊາ​ຊົນ, ທ່ານ​ຫູ​ຈີນ​ທ່າ​ວ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ປະ​ເທດ​ຈີນ​ຄັ້ງ​ທຳ​ອິດ. ຫ່າງ​ຈາກ​ນັ້ນ 5 ປີ, ທ່ານ​ຫູ​ຈີນ​ທ່າວ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ​ອີກ​ເທື່ອ​ໜຶ່ງ​ດ້ວຍ​ຄະ​ແນນ​ສູງ. ຕໍ່​ຄວາມ​ໄວ້​ວາງໃຈ​ແລະ​ການ​ສະໜັບສະໜູນ​ທີ່​ບໍ່​ເຄີຍ​ປ່ຽນ​ແປງຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ປະມຸກ​ລັດ​ຈີນ​ທ່ານ​ນີ້​ໄດ້​ເຫັນ​ໜ້າ​ທີ່​ແລະ​ພາລະ​ກຳ​ຂອງ​ຕົນ, ທ່ານ​ກ່າວ​ວ່າ:

"ພະນັກງານ​​ໃໝ່​ພວກ​ຂ້າພະ​ເຈົ້າ​ໄດ້​ຫາບ​​ແບກ​ໜ້າ​ທີ່​ສຳຄັນ​ທີ່​ປະຊາຊົນ​ມອບ​ໝາຍໃຫ້, ຕ້ອງ​ຕອບ​ສະໜອງ​ຄວາມ​ຮຽກຮ໊ອງ​ຂອງ​ຍຸກ​ສະ​ໄໝ,ກ​ໄປ​ຕາມ​ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ. ພວ​ກຂ້າພະ​ເຈົ້າ​ຕ້ອງ​ປະຕິບັດ​ຈຸດປະສົງ​ທີ່​ຮັບ​ໃຊ້ປະຊາຊົນ​ຢ່າງ​ໝົດ​ຈິດ​ໝົດໃຈ​ແຕ່​ຕົ້ນ​ຕະຫຼອດ​ປາຍ, ຮັບປະກັນ​ສິດ​ຜົນ​ປະ​ໂຫຍ​ດຕ່າງໆ​ຂອງ​ປະຊາຊົນ, ​​ເປັນ​ຜູ້​ຮັບ​ໃຊ້​ປະຊາຊົນ​ທີ່ດີ​ແລະ​ສ້າງ​ຄວາມສຸກ​ໃຫ້​​ແກ່​ປະຊາຊົນ​ຢ່າງ​ຈິງ​ໃຈ. ຍຶດໝັ້ນ​ຊື່ສັດ​ສຸດຈະ​ລິດ. ນຳ​ໃຊ້​ສິດ​ຂອງ​ຕົນ​ຢ່າງ​ຖືກຕ້ອງ, ຍອມຮັບການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ຢ່າງ​ຈິງ​ໃຈ, ມີ​ລະບຽບ​ຕໍ່ຕົນ​ເອງ​ຢ່າງ​ເຄັ່ງ​ຄັດ, ປະຕິບັດຢ່າງ​ບໍລິສຸດຜຸດ​ຜ່ອງ, ​ເຮັດ​ວຽກ​ເພື່ອ​ປະຊາຊົນ​ແລະ​ປະ​ເທດ​ຢ່າງ​ລະມັດ​ລະວັງ​ແລະ​ບໍລິສຸດ​."

"ຖື​ຄົນ​ເປັນ​ກົກ", ​ແມ່ນ​ທັດສະນະ​ຄະຕິ​ດຳ​ເນີນ​ການ​ບໍລິຫານ​ທີ່​ລັດຖະບານ​ຈີນ​ກ່າວ​ເນັ້ນ​ຕະຫຼອດໃນ​ຫຼາຍ​ປີ​ມາ​ນີ້, ກໍ​ໄດ້​ກາຍ​ເປັນຄວາມ​ຮັບ​ຮູ້​ທີ່​ເອກະ​ພາບ​ກັນ​ຂອງ​ຜູ້ນຳ​ຈີນ. ຜູ້​ແທນ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນປະມານ 3000 ຄົນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້​ກໍ​ພາກັນ​ສັນຍາວ່າ, ຈະ​ບໍ່​ເຮັດ​ໃຫ້​ປະຊາຊົນຜິດຫວັງ.

ທ່ານ​ໝາ​ເວີງ​ຟັງ ທ່ານໝໍຊົນນະບົດ​ຂອງ​ເມືອງ​ຄາຍ​ເຟີ​ງ​ແຂວງ​ເຫີ​ນານ ຜູ້​​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ມາ​ຈາກ​ຮາກ​ຖານ​ກ່າວວ່າ:

"ສິ່ງ​ທີ່​ຂ້າພະ​ເຈົ້າ​ສົນ​ໃຈ​ນັ້ນ​ແມ່ນ​ບັນຫາ​ລະບົບ​ການ​ປິ່ນປົວ​ແບບ​ມີ​ສ່ວນ​ຮ່ວມ​ໃນ​ຊົນນະບົດ ຊາວ​ກະສິກອນປົວ​ພະຍາດ​ແພງ​ຫຼາຍ​ແລະ​ຍາກ​ຫຼາຍ. ພາຍຫຼັງ​ກັບ​ຮອດ​ທ້ອງ​ຖິ່ນແລ້ວ​ຂ້າພະ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ການ​ສຳ​ຫຼວດຄົ້ນຄວ້າ​ຫຼາຍ​ກວ່າ​ເກົ່າ, ຊອກ​ຮູ້​ສະພາບ​ຂອງປະຊາຊົນ, ​ເພື່ອ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ດີກ​ວ່າ​ເກົ່າ​ໃນ​ປີໜ້າ​ແລະ​ປະກອບ​ສ່ວນ​​ເຂົ້າ​ໃນ​ການ​ປະຕິ​ຮູບ​ການ​ປິ່ນປົວ."

ທ່ານ​ນາງ​ສູ​ຊົງ​ຫວາ ປະທານ​ສະຫະພັນ​ອຸດສາຫະກຳ​ການ​ຄ້າ​ເມືອງ​ສູ​ໂຈ່​ວ​ແຂວງ​ອ່ານ​ຮຸ່ຍ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ:

"ພາຍຫຼັງ​ກັບ​​ເມືອແລ້ວ​ຂ້າພະ​ເຂົ້າ​ຈະ​ສຳ​ຫຼວດຄົ້ນຄວ້າ​ຢ່າງ​ຕັ້ງ​ໃຈ, ​ທ້ອນ​ໂຮມ​ສະພາບ​ການ​ທີ່​ກ່ຽວຂ້ອງ​ຂອງ​ການ​ພັດທະນາ​ເສດຖະກິດ​ບໍ່​ເປັນ​ສ່ວນ​ລວມ, ທ້ອນ​ໂຮມສະພາບ​ການ​ພັດທະນາ​ວິ​ສາ​ຫະກິດ​ເອກະ​ຊົນ​ແລະ​ຄວາມ​ເຫັນ​ຂອງ​ນັກທຸລະກິດ​​ເອກະ​ຊົນ​ເພື່ອ​ມີຂໍ້​ສະ​ເໜີ​ທີ່​ດີ​ໆໃນ​ກອງ​ປະຊຸມ​ເທື່ອ​ໜ້າ."

ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ພາກັນ​ກ່າວ​ວ່າ, ​ເຖິງ​ວ່າ​ກອງ​ປະຊຸມ​ເທື່ອ​ນີ້​ອັດ​ລົງ​ແລ້ວ, ​ແຕ່​ພາລະ​ກຳ​ຂອງ​ພວກ​ເຂົາ​ເຈົ້າ​ທີ່​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ຍັງ​ບໍ່​ໄດ້​ສິ້ນ​ສຸດ​ລົງ. ຄື​ກັບ​ຄວາມ​ເວົ້າ​ຂອງ​ທ່ານ​ອູ​ປາງ​ໂກ່​ວ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​​ເປັນ​ປະທານອີກ​ເທື່ອ​ໃໝ່​ກ່າວ​ໃນພິທີ​ອັດ​ດອງ​ປະຊຸມວ່າ, ກອງ​ປະຊຸມ​ເທື່ອ​ນີ້​ພຽງ​ແມ່ນ​ການ​ເລີ່​ມຕົ້ນ​ເທົ່າ​ນັ້ນ.

"ກອງ​ປະຊຸມ​ເທື່ອ​ນີ້ຍ່ອມ​ຈະ​ຊຸກຍູ້​ແລະ​ລະດົມ​ໃຫ້​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງ​ທົ່ວ​ປະ​ເທດ​ເປັນ​ຈິດ​ໜຶ່ງ​​ໃຈ​ດຽວ​ກັນ, ບຸກໜ້າ​ບຶນ​ຕົວ, ສາມັກຄີສູ້​ຊົນ​ເພື່ອຍາດ​ເອົາ​​ໄຊຊະນະ​​ໃໝ່​​ແຫ່ງ​ການ​ກໍ່ສ້າງ​ສັງຄົມ​ອີ່ມ​ໜຳ​ສຳລານ​ຢ່າງຮອບດ້ານ​ແລະ​ສ້າງ​ໃບ​ໜ້າ​ໃໝ່​ໃຫ້​ແກ່​ຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນພິ​ເສດ​ຂອງ​ຈີນ."