ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-19 13:32:56    
ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປ້າວ​ພິມ​ບົດ​ຄວາມ, ຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງ​ກອງ​ປະ​ຊຸມ​ເທື່ອ​ທີ​ໜຶ່ງ​ຂອງ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 11

cri



ຕາມ​ຂ່າວສານ​ຊິ່ນ​ຮວາ: ໜັງ​ສືມພິມ​ເຢິນມິນ​ຢື້​ປ້າວ ໜັງສືພິມ​ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະບັບ​ວັນທີ 19 ມີນາ​ນີ້​ພິມ​ບົດຄວາມ, ຊົມເຊີຍ​ຜົນ​ສຳ​ເລັດ​ຂອງ​ກອງ​ປະຊຸມ​ເທື່ອ​ທີ​ໜຶ່ງ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 11.

ບົດ​ຄວາມ​ຂຽນ​ວ່າ, ວາລະ​ປະຊຸມ​ຂອງ​ກອງ​ປະ​ຊຸມ​ເທື່ອ​ນີ້​ສຳຄັນຫຼາຍ, ກ່ຽວ​ພັນ​ເຖິງ​ສະພາບ​ການ​ໃຫຍ່​ຂອງ​ວຽກ​ງານ​ຂອງ​ພັກ​ແລະ​ລັດ. ຜູ້​ແທນ​ປະຊາຊົນ​ເກືອບ​ 3000 ຄົນ​ທີ່​ມາ​ຈາກ​ເຂດ, ຊົນ​ເຜົ່າ​ແລະ​ພາກ​ສ່ວນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ, ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ແລະ​ສິດ​ຢ່າງ​ຈິງຈັງ, ຕັ້ງໜ້າ​ສະ​ເໜີ​ຂໍ້​ສະ​ເໜີ, ​ເຮັດ​ໃຫ້​ມະຕິ​ແລະ​ຂໍ້​ຕົກລົງ​ຕ່າງໆ​ທີ່​ຜ່ານ​ໃນ​ກອງ​ປະຊຸມ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເອກະ​ພາບ​ກັນ​ດ້ານ​ຈຸດໝາຍ​ຂອງ​ລັດ​ກັບ​ຄວາມ​ຫວັງ​ຂອງ​ປະຊາຊົນ, ​ໄດ້​ສຳ​ເລັດ​ໜ້າ​ທີ່​ເປັນ​ປາກ​ສຽງ​ຂອງ​ປະຊາຊົນ​​ເຜົ່າ​ຕ່າງໆ​ໃນ​ທົ່ວ​ປະ​ເທດ.

ບົດ​ຄວາມ​ເຫັນ​ວ່າ, ນີ້​ແມ່ນ​ກອງ​ປະຊຸມ​ເທື່ອ​ໜຶ່ງ​ທີ່​ໄດ້​ເຕົ້າ​ໂຮມ​ຄວາມ​ຫວັງ​ຂອງ​ປະຊາຊົນ,​ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຫັນທີ່​ເປັນ​ເອ​ກະ​ສັນ​ກັນ​ແຫ່ງ​ການ​ພັດທະນາ​ຢ່າງ​ວິທະ​ຍາສາດ. ໝາກຜົນ​ສຳຄັນ​ທີ່​ໄດ້​ຮັບ​ໃນ​ກອງ​ປະຊຸມ, ຍ່ອມຈະ​ມີ​ບົດບາດ​ອັນ​ສຳຄັນ​ແລະ​ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງຕໍ່​ການ​ສືບ​ຕໍ່​ສ້າງສາ​ສັງຄົມ​ອີ່ມ​ໜຳ​ສຳ​ລານ​ຮອບດ້ານ​ແລະ​ເລັ່ງລັດ​ການ​ຊຸກ​ຍູ້​ການ​ຫັນ​ເປັນທັນ​ສະ​ໄໝ​ຂອງ​ສັງຄົມ​ນິຍົມ.


1 2 3