ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-19 15:46:12    
ປັກ​ກິ່ງ​ຈະ​​ເລີ່​ມກວດກາ​ຮັບ​​ເອົາສະໜາມກິລາ​ໂອ​ລິ​ມປິກ​

cri

ຕາມ​ຂ່າວCRI: ວັນ​ທີ 19 ມີນາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຢາ​ວຮຸ່ຍ ຮອງ​ຫົວໜ້າ​ພະ​ແນ​ກຄຸ້ມ​ຄອງ​ສະໜາມກິລາ​ຂອງ​ຄະນະ​ກຳມະການຈັດ​ງາມກິລາ​ໂອ​ລິ​ມປິກ​ປັກ​ກິ່ງກ່າວ​ວ່າ, ​ເລີ່​ມ​ແຕ່​ອາທິດ​ນີ້, ພະ​ແນ​ກຄຸ້ມ​ຄອງ​ສະໜາມກິລາ​ຂອງ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ 29 ຈະ​​ເລີ່​ມກວດກາ​ຮັບ​ເອົາ​ສະໜາມກິລາ​ໂອ​ລິມປິກ​​ແຫ່ງ​ຕ່າງໆ​ເທື່ອ​ລະ​ກ້າວ, ​ເພື່ອ​ຮັບ​ປະ​ກັນ​ມາດ​ຕະ​ຖານ​ຂອງ​ສະໜາມກິລາ​ໂອ​ລິ​ມປິກ​ໃຫ້ດີ​ທີ່​ສຸດ.

ການ​ກວດກາ​ເທື່ອ​ນີ້​ຈະ​ສືບຕໍ່​ໄປ​ຈົນຮອດ​ເດືອນ​ມິຖຸນາ​ປີ​ນີ້, ການກວດກາ​ລວມທັງ: ​ເຄື່ອງ​ປະກອບ​ແລະ​ສີ່​ງກໍ່ສ້າງ​ຂອງ​ສະໜາມກິລາ, ​ແລະຄວາມ​ສາມາດ​ຂອງ​ພະນັກ​ງານ​ຂອງ​ສະ​ໜາມ​ກິ​ລາ​ເ​ປັນ​ຕົ້ນ. ​ໃນຕໍ່​​ໜ້າ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຍັງ​ຈະ​ກວດກາ​ຮັບ​ເອົາ​ຄຸນ​ນະພາ​ບແລະຄວາມ​ສະອາດຂອງ​ສະໜາມກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​.

ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຄັ້ງ​ທີ 29 ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​​ແຕ່ວັນ​ທີ 8 ຫາ​ວັນ​ທີ 24 ສີ​ງຫາ​ປີ​ນີ້, ນີ້​ແມ່ນ​ຈີນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ເປັນ​ຄັ້ງ​ທຳ​ອິດ.