ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-19 18:17:45    
ມຽນ​ມາ​ຄັດ​ຄ້ານ​ເຈົ້າ​ຫນ້າ​ທີ່​ໄຕ້​ຫວັນ​ຊຸກ​ຍູ້​ການ​ຢັ່ງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ການ​ເຂົ້າຮ່ວມ​ສະ​ຫະ​ປະ​ຊາ​ຊາດ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 18 ມີນາ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ມຽນມາ​ໄດ້ຖະ​ແຫລ​ງ​ວ່າ, ມຽນມາ​ເດັດດ່ຽວ​ຄັດຄ້ານ​ການ​ກະທຳ​ໃດໆຂອງເຈົ້າຫນ້າ​ທີ່​ໄຕ້ຫວັນກ່ຽວ​ກັບ​ການ​ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ​ເຊິ່ງລວມທັງອັນ​ທີ່​ວ່າການ​ຢັ່ງ​ປະຊາ​ມະຕິ​ກ່ຽວ​ກັບ​ການ​ເຂົ້າຮ່ວມ​ສະຫະ​ປະຊາ​ຊາດ.

ຂ່າວ​ຕອນ​ຄ່ຳ​ຂອງ​ໂທລະພາບ​ແຫ່ງ​ຊາດ​ມຽນມາ​ແຈ້ງວ່າ, ຖະ​ແຫລ​ງ ການ​ສະບັບ​ນີ້​ກ່າວ​ວ່າ, ​ໃນ​ນາມ​ເປັນ​ປະ​ເທດ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ອັນ​ສະຫນິດ​​ແຫນ້ນ​ກັບຈີນ, ​ມຽນມາ​ຍຶດຫມັ້ນນະ​ໂຍບາຍ​ຈີນ​ດຽວ​​ຕະຫລອດ​ມາ,​ຖືຕະຫລອດ​ມາ​ວ່າ​ໄຕ້​ຫວັນ​ແມ່ນ​ພາກສ່ວນ​ຫນຶ່ງ​ທີ່​ຕັດ​ແຍກ​ອອກ​ບໍ່​ໄດ້​ຂອງ​ຈີນ.

ຖະ​ແຫລ​ງ​ການ​ກ່າວ​ວ່າ, ​ໄຕ້​ຫວັນ​ສືບ​ຕໍ່​ຊຸກ​ຍູ້​ການ​ຢັ່ງ​ປະຊາ​ມະຕິ​ໃຫ້​ໄຕ້​ຫວັນ​ເຂົ້າຮ່ວມ​ສະຫະ​ປະຊາ​ຊາດ​ນັ້ນ, ຈະ​ເຮັດ​ໃຫ້​ສະຖານະ​ການ​ຊ່ອງ​ແຄບໄຕ້​ຫວັນ​ເຄັ່ງ​ຕຶງ​ກວ່າ​ເກົ່າ, ກະທົບ​ເຖີງສັນຕິພາບ​ແລະສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນີ້,ມຽນມາ​ຮູ້ສຶກ​ວິຕົກ​ກັງວົນ​ແລະ​ສົນ​ໃຈ​ນຳ​ເລື່ອງ​ນີ້​ຫລາຍ.