ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-19 18:49:58    
ທ່ານ​ເຢີ​ຕີ ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ຈາ​ລະ​ຈົນ​ຢູ່​ນະ​ຄອນ​ລາ​ຊາ

cri


ວັນ​ທີ 19 ມີນາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຢີ​ຕິ ປະທານ​ກິ​ຕິ​ມະ​ສັກ​ຂອງ​ຄະນະ​ກຳມະການ​​ໃຫ້​ຄຳ​ປຶກສາ​ການ​ພັດທະນາເຂດປົກຄອງ​ຕົນ​ເອງຕິ​ເບ​ດຂອງ​ຈີນ​ກ່າວ​ປະນາມ​ຢ່າ​ງຮຸນ​ແຮງ​ຕໍ່​ເຫດການຈາລະ​ຈົນ​ທີ່​ເກີດ​ຢູ່​ນະຄອນ​ລາຊາ​ເທດສະບານ​ເຂດ​ຕິ​ເບ​ດ. ທ່ານ​ກ່າວ​ວ່າ, ​ເຫ​ດການ​ເທື່ອ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າການ​​ເຄື່ອນ​ໄຫວ​ທຳລາຍ​ແບ່ງ​ແຍກ​ຂອງກຸ່ມ​ດາ​ໄລລາ​ມະ​ບໍ່​ເຄີຍ​ຢຸດ​ເຊົາ​ຈັກ​ເທື່ອ.

ຕອນ​ເຊົ້າ​ວັນ​ທີ 14 ມີນາ​ນີ້, ຢູ່​ວັດ​ສ້ຽວ​ຈ່າວ​ທີ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງນະຄອນ​ລາຊາ, ພະສົງຈຳນວນ​ໜຶ່ງ​ໃຊ້​ກ້ອນຫີນ​ໂຈມ​ຕີ​ຕຳຫຼວດ​ທີ່​ພວມ​ຢືນ​ຍາມ, ຫຼັງ​ຈາກ​ນັ້ນ, ຄົນ​ຮ້າຍ​ຈຳນວນ​ໜຶ່ງ​ເລີ່​ມ​ເຕົ້າ​ໂຮມ​ກັນ​ຢູ່​ຖະໜົນ, ຮ້ອງ​ຄຳ​ຂວັນ​ທີ່​ແບ່ງ​ແຍກ​ປະ​ເທດ​ແລ້ວ​ດຳ​ເນີນການ​ເຄື່ອນ​ໄຫວ​ກໍ່​ຈາລະ​ຈົນ​ເຊັ່ນ​ທຸບ​ຕີ,​ທັບ​ມ້າງ​ແລະ​ຈູດ​ໄຟ​ເຜົາ​ເປັນ​ຕົ້ນ. ຕາມ​ສະຖິຕິ, ເຫດການ​ກຳລັງ​ຮຸນ​ແຮງ​ເທື່ອ​ນີ້, ຄົນ​ຮ້າຍ​ໄດ້​ຈູດ​ເຜົາ​ເຮືອນ​ແລະ​ຮ້ານ​ຄ້າ 210 ກວ່າ​ແຫ່ງ, ທຳລາຍ​ແລະ​ຈູດ​ເຜົ່າ​ລົດ 56 ຄັນ, ຂ້າ​ແລະເຜົາ​ປະຊາຊົນທີ່​ບໍ່​ມີ​ໂທດ​ຫຍັງ​​ເສຍ​ຊີວິດ13 ຄົນ.

ທ່ານ​ເຢີ​ຕິ ບຸກຄົນຜູ້​ມີ​ຊື່​ສຽງ​ຂອງ​ເຜົ່າ​ຕິ​ເບ​ດ ປະທານກິ​ຕິ​ມະ​ສັກ​ຂອງ​ຄະນະ​ກຳມະການ​​ໃຫ້​ຄຳ​ປຶກສາ​ການ​ພັດທະນາເຂດປົກຄອງ​ຕົນ​ເອງຕິ​ເບ​ດຂອງ​ຈີນ​ເປີດ​ເຜີຍ​ວ່າ, ມີ​ຫຼັກ​ຖານ​ອັນ​ພຽງພໍທີ່​ຢັ້ງ​ຢືນ​ວ່າ, ການ​ເຄື່ອນ​ໄຫວ​ທຳລາຍ​ເທື່ອ​ນີ້​ແມ່ນ​ກຸ່ມ​ດາ​ໄລ​ລາ​ມະວາງ​ແຜນ​ແລະ​ປຸກ​ປັ່ນ​ກໍ່​ຂຶ້ນຢ່າງ​ມີ​ການຈັດ​ຕັ້ງ​ຄັກ​ແນ່. ທ່ານ​ກ່າວ​ວ່າ:

"​ເປົ້າ​ໝາຍ​ຂອງ​ພວກເຂົາ​ແມ່ນ​ເຈຕະນາກໍ່​​ເລື່ອງ​ລາວ​ຢູ່​​ໃນໄລຍະ​​ເວລາ​ທີ່​ອ່ອນ​ໄຫວ, ຕັ້ງ​ໃຈ​ເຮັດ​ໃຫ້​ເຫດການ​ດັ່ງ​ກ່າວ​ໃຫຍ່​ກວ່າ​ເກົ່າ​ຈົນ​ຮອດ​​ເຖີງຂັ້ນ​ນອງ​ເລືອດ, ​ເພື່ອ​ລົບ​ກວນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ທຳລາຍ​ສະພາບ​ການ​ການ​ເມືອງ​ສັງຄົມ​ທີ່​ສະຫງົບ​ແລະ​ກົມ​ກຽວ​ກັນ​ຂອງ​ຈີນ."
ທ່ານ​ເຢີ​ຕິ​ປີ​ນີ້​ອາຍຸ 70 ປີ, ​ແມ່ນ​ທາດ​ກະສິກອນ​ໃນ​ສະ​ໄໝ​ເກົ່າ, ທ່ານ​ໄດ້​​ເປັນ​ສັກຂີພິຍານຂອງ​ການ​ປ່ຽນ​ແປງ​ຂອງ​ເຂດ​ຕິ​ເບ​ດ​ເລີ່​ມ​ແຕ່​ການ​ປົດ​ປ່ອຍ​​ໂດຍ​ສັນຕິ​ເມື່ອ​ປີ 1951 ມາ​ນີ້. ທ່ານ​ເຢີ​ຕິ​ກ່າວ​ວ່າ, ລາຊາ​ເກີດ​ເຫດການ​ດັ່ງກ່າວ​ບໍ່​ແມ່ນ​ບັງ​ເອີນ. ​ໃນ​ສິບ​ກວ່າ​ປີ​ມາ​ນີ້, ​ເຂດ​ຕິ​ເບ​ດ​ໄດ້​ຜ່ານ​ໄລຍະ​ທີ່​ພັດທະນາ​ໄວ​ທີ່​ສຸດ, ມີ​ການ​ປ່ຽນ​ແປງ​ໃຫຍ່​ທີ່​ສຸດ​ແລະ​ປະຊາຊົນ​ໄດ້​ຮັບ​ຜົນ​ຫຼາຍ​ປະ​ໂຫຍ​ດທີ່​ສຸດ​ໃນ​ປະຫວັດສາດ. ​ແຕ່​ວ່າ​ອິດ​ທິກຳລັງ​ແບ່ງ​ແຍກ​ກຸ່ມ​ດາ​ໄລ​ລາ​ມະ​ບໍ່​ຍອມ​ເຫັນ​ສະພາບ​ທີ່​ສັງຄົມ​ຕິ​ເບ​ດກ້າວໜ້າ, ​ເສດຖະກິດ​ພັດທະນາ​ແລະ​ຊົນ​ເຜົ່າ​ສາມັກຄີ​ກັນ, ກໍບໍ່​ຍອມ​ເຫັນ​ສະພາບ​ການ​ທີ່​ປະຊາຊົນ​​ເຂດ​ຕິ​ເບ​ດ​ເປັນ​ເຈົ້າ​ຕົນ​ເອງ​ແລະ​ດຳລົງ​ຊີວິດ​ຢ່າງ​ຜາສຸກ, ສະ​ນັ້ນຈຶ່ງ​ໃຊ້​ທຸກ​ວິທີ​ເພື່ອ​ທຳລາຍ​ແລະ​ລົບ​ກວນ​ການ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ຂອງ​ເຂດ​ຕິ​ເບ​ດຈົນ​ກະ​ທັ້ງທົ່ວ​ພກາ​ພື້ນ​ທີ່​ຊາວ​ເຜົ່າ​ຕິ​ເບ​ດດຳລົງ​ຊີວິດ​ຢູ່.

ພາຍ​ຫຼັງ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ, ​ເຂດປົກຄອງ​ຕົນ​ເອງ​ຕິ​ເບ​ດ​ໄດ້​ໃຊ້​ມາດ​ຕະການ​ຢ່າງ​ວ່ອງ​ໄວ, ດັບ​ມອດ​ຈຸດ​ຖືກ​ຈູດ​ເຜົາ​ແລະ​ຊ່ອຍ​ຜູ້​ໄດ້​ຮັບບາດ​​ເຈັບ, ​ແລະ​ຕໍ່ຕ້ານ​ການ​ເຄື່ອນ​ໄຫວກໍ່​ຈາ​ລະ​ຈົນ​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ໜັກ​ໜ່ວງ​ຄື​ທຸບ​ຕີ ທັບ​ມ້າງ​ແລະ​ຈູດ​ໄຟ​ເຜົາຕາມ​ກົດໝາຍ. ​ແຕ່​ວ່າ, ກຸ່ມ​ດາ​ໄລລາ​ມະ​ແລະ​ບາງ​ບຸກຄົນ​ຂອງ​ປະ​ເທດຝ່າຍ​ຕາ​ເວັນ​ຕົກ​ພັດຖື​ເອົາ​ການ​​ເຄື່ອນ​ໄຫວ​ຕໍ່ຕ້ານການ​ກະທຳ​ໃຊ້​ຄວາມຮຸນ​ແຮງ​ທີ່​ທຳລາຍ​ຄວາມ​ປອດ​ໄພດ້ານ​ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ​ແລະ​ລະບຽບ​ການ​ສັງຄົມ​ຢ່າງ​ໜັກໜ່ວງ​ນັ້ນ​ວ່າ​ເປັນການ"ປາບ​ປາ​ມການສະ​ແດງ​ກຳ​ລັງໂດຍ​ສັນຕິ".
ທ່ານ​ເຢີ​ຕິ​ກ່າວ​ວ່າ, ຄວາມ​ເວົ້າ​ເຫຼົ່າ​ນີ້​ບໍ່​ສົນ​ໃຈ​ນຳ​ຄວາມ​ເປັນ​ຈິງ​ຂອງ​ເຫດການ​ດັ່ງກ່າວ​ເລີຍ, ຍັງ​ໄດ້​ປີ້ນ​ຂາວ​ເປັນ​ດຳ​ອີກ, ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ຢາກ​ຖາມ​ວ່າ, ບໍ່​ວ່າ​ປະ​ເທດ​ໃດໆ​ແລະ​ລັດຖະບານ​ໃດໆ​ໃນ​ໂລກ​ແລ້ວ, ຖ້າວ່າເກີດ​ເຫດການກໍ່​ຈາລະ​ຈົນ​ເຊັ່ນ​ທຸບ​ຕີ,​ທັບ​ມ້າງ​ແລະ​ຈູດ​ໄຟ​ເຜົາຄື​ທີ່ຢູ່​ນະຄອນ​ລາຊາ​ນັ້ນ, ຈະສາມາດ​ເມີຍ​ເສີຍ​ໄດ້​ບໍ່? ລັດຖະບາດ​ໃດກໍ່​ລ້ວນ​ແຕ່​ບໍ່​ສາມາດ​ເມີຍ​ເສີຍ​ຕໍ່ຄວາມ​ປອດ​ໄພ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ​ໄດ້​ດອກ, ​ແລະ​ກໍບໍ່​ອາດ​​ເບິ່ງ​ພວກ​ຄົນ​ຮ້າຍ​ທຳລາຍ​ສັງຄົມ​ອັນກົ​ມກຽວ​ໝັ້ນ​ທ່ຽງ, ທຳລາຍ​ສະພາບ​ທີ່​ສະຫງົບ​ແລະ​ສາ​ມັກ​ຂີ. ຂໍ​ເວົ້າ​ເລີຍ​ວ່າ, ຕໍ່​ເຫດການ​ແນວ​ນີ້​ປະ​ເທດ​ໃດ​ກໍ່​ອົນ​ທົນ​ບໍ່​ໄດ້ຢ່າງ​ແນ່​ນອນ."

ຕາມ​ຂ່າວ​ແຈ້ງວ່າ, ປະຈຸ​ບັນ, ຮ້ານ​ຄ້າ​ສ່ວນ​ຫຼາຍ​ຂອງ​ນະຄອນ​ລາຊາ​​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດໄດ້​ຟື້ນ​ຟູ​ການ​ບໍລິການ​ແລ້ວ, ​ໂຮງຮຽນ​ຊັ້ນ​ສູງ​ແລະ​ໂຮງຮຽນ​ປະຖົມ​ມັດທະຍົມໄດ້​ຟື້ນ​ຟູ​ການ​ຮຽນ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ​ໃນ​ນະຄອນ​ລາຊາ​ໄດ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ພື້ນຖານ​ແລ້ວ..