ລະດັບປອດໃສຂາວສະອາດຂອງຮົງກົງນັບມື້ນັບຮັບການຍອມຮັບຈາກສາກົນ
cri
ຕາມຂ່າວສານຊິ່ນຮວາ: ວັນທີ 19 ມີນານີ້, ຢູ່ທີ່ຮົງກົງ, ທ່ານທ່າງສຽນມິງເຈົ້າໜ້າທີ່ສະເພາະກິດທີ່ຮັບຜິດຊອບວຽກງານປົກຄອງດ້ວຍຄວາມຊື່ສັດບໍລິສຸດຂອງເຂດພິເສດຮົງກົງກ່າວວ່າ, ເລື່ອງຈິງຢືນຢັນວ່າ, ຫຼັງຈາກກັບຄືນສູ່ປະເທດຊາດແລ້ວ, ລະດັບຄວາມປອດໃສຂາວສະອາດຂອງຮົງກົງນັບມື້ນັບໄດ້ຮັບການຍອມຮັບຈາກສາກົນ. ທ່ານທ່າງສຽນມິງກ່າວວ່າ, ໂດຍອີງຕາມການສຳຫຼວດຕົວເລກດັດຊະນີຄວາມປອດໃສຂາວສະອາດຫຼ້າສຸດຂອງອົງການສາກົນທີ່ກ່ຽວຂ້ອງ, ຮົງກົງໄດ້ຈາກອັນດັບທີ 18 ໃນໂລກໃນປີ 1997 ຂຶ້ນມາເປັນທີ 14 ໃນປີ 2007, ສູງກວ່າອາເມລິກາ, ຝະຣັ່ງແລະເຢຍລະມັນ.
ທ່ານທ່າງສຽນມິງກ່າວວ່າ, ນັບແຕ່ຮົງກົງກັບຄືນສູ່ປະເທດຊາດໃນປີ 1997 ເປັນຕົ້ນມາ, ການກ່າວຟ້ອງດ້ານສໍ້ລາດບັງຫຼວງຕໍ່ອົງການປົກຄອງເຂດພິເສດຮົງກົງຫຼຸດລົງຢ່າງຕໍ່ເນື່ອງ, ລັດຖະກອນມີຄວາມປອດໃສໂດຍລວມ. ຄວາມປອດໃສຂາວສະອາດຂອງສັງຄົມຮົງກົງ, ໄດ້ຮັກສາສະພາບແວດລ້ອມຂອງການແຂ່ງຂັນຢ່າງສະເໝີພາບແລະເພີ່ມຄວາມໝັ້ນໃຈໃຫ້ແກ່ນັກລົງທຶນ.
|
|