ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-20 14:19:41    
ຜູ້​ແທນ​ຈີນ​ຮຽກ​ຮ້ອງ​ໃຫ້​ສາ​ກົນ​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ​ບັງ​ເກີດ​ຜົນ​ກວ່າ​ເກົ່າ

cri
ຕາມ​ຂ່າວ CRI: ວັນ​ທີ 19 ມີນາ​ນີ້, ​ໃນ​ເວລາ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດຫາລື​ຫົວ​ຂໍ້​ຕ້ານ​ການ​ກໍ່​ການ​ຮ້າຍ, ທ່ານ​ລິວ​ເຈີ້ນ​ມິນ ຮອງ​ຜູ້​ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນວ່າ, ຫວັງ​ໃຫ້​ອົງການ​ຕ້ານ​ການ​ກໍ່​ການ​ຮ້າຍ​ສະ​ຫະປະຊາ​ຊາດກັບ​ປະຊາ​ຄົມໂລກ​ເພີ່ມ​ທະວີການ​ຮ່ວມ​ມືກັນ​ຕື່ມ​ອີກ, ​ເພື່ອ​ຈັດ​ຕັ້ງປະຕິບັດ​ຢ່າງ​ບັງ​ເກີດ​ຜົນ​ຕໍ່ໜ້າ​ທີ່​ຕ່າງໆ​ທີ່​ກຳນົດ​ໄວ້​ໃນຍຸດ​ທະ​ສາດ​ຕ້ານ​ການ​ກໍ່​ການ​ຮ້າຍ​ທົ່ວ​ໂລກ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ.

ທ່ານ​ລິວ​ເຈີ້ນ​ມິນ​ກ່າວ​ວ່າ, ຍຸດ​ທະ​ສາດ​ຕ້ານ​ການ​ກໍ່​ການ​ຮ້າຍ​ໃນ​ທົ່ວ​ໂລກ​ທີ່ສະມັດຊາ​ໃຫຍ່​ສະ​ຫະປະຊາ​ຊາດຜ່ານ​ໃນ​ປີ 2006 ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນໃສ່​ຮ່ວມ​ກັນ​ຕໍ່​ບັນຫາ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ປະ​ເທດ​ຕ່າງໆ, ​ສະຫະ​ປະຊາ​ຊາດ​ມີ​ບົດບາດ​ໃຈກາງ​ທີ່​ອົງການ​ອື່ນ​ເຂົ້າ​ແທນ​ບໍ່​ໄດ້ໃນ​ການ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍຂອງ​ປະຊາ​ຄົມ​ໂລກ. ທ່ານ​ກ່າ​ວວ່າ, ປະຈຸ​ບັນ, ລັດທິ​ກໍ່​ການ​ຮ້າຍ​​ເກີດ​ຂຶ້ນ​ຢູ່​ແຫ່ງ​ຕ່າງໆ​ໃນ​​ໂລກ​ເລື້​ອຍໆ​​ໄດ້ສະ​ແດງ​ໃຫ້​ເຫັນຢ່າງ​ເຕັມທີ່​ເຖີງການ​ຂົ່ມ​ຂູ່​ອັນ ຮ້າຍ​ແຮງຂອງ​ລັດທິ​ກໍ່​ການ​ຮ້າຍ​​ທີ່​ມີຕໍ່​ສັນຕິພາບ​ແລະ​ຄວາມ​ປອດ​ໄພ​ສາກົນ​, ກໍ່​​ໄດ້​ສະ​ແດງ​ໃຫ້​ເຫັນ​​ຄວາມ​ຈຳ​ເປັນ​ທີ່​ສະຫະ​ປະຊາ​ຊາດ​​ແລະ​ສະພາ​ຄວາມ​ໝັ້ນຄົງສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ຕ້ານ​ການ​ກໍ່​ການ​ຮ້າຍ.

ພ້ອມ​ກັນ​ນັ້ນ, ທ່ານ​ລິວ​ເຈີ້ນ​ມິນ​ກ່າ​ວວ່າ, ຈີນ​ຄັດຄ້ານ​​ເອົາ​ລັດທິ​ກໍ່​ການ​ຮ້າຍ​ພົວພັນ​ກັບ​ເລື່ອງ​ສາ​ສະໜາ​ແລະ​ຊົນ​ເຜົ່າ​ໃດ​ໜຶ່ງ, ຄັດຄ້ານ​ການ​ໃຊ້​ນະ​ໂຍບາຍ​ສອງ​ໜ້າໃນ​ບັນຫາ​ຕ້ານ​ການ​ກໍ່​ການ​ຮ້າຍ.