ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-20 14:36:12    
ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຄັດ​ຄ້ານ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຊຸກ​ຍູ້​ໃຫ້​ຈັດ "ການ​ປ່ອນ​ບັດ​ຢັ່ງ​ປະ​ຊາ​ມະ​ຕິ​ເພື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະຊາ​ຊາດ"

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ຫວ່າງ​ມໍ່ໆ​ນີ້, ສະມາຄົມຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຢູ່​ລາວ, ອິນ​ໂດ​ເນ​ເຊຍ​ແລະ​ອິນ​ເດຍຕ່າງ​ໄດ້ຄັດຄ້ານເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຊຸກ​ຍູ້​ໃຫ້​ຈັດ "ການ​ປ່ອນ​ບັດ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ"​ ດ້ວຍ​ຮູບ​​ການ​ຕ່າງ​ໆ, ​ເຊັ່ນ: ​ເຜີຍ​ແຜ່​ຖະ​ແຫຼງການ​ແລະ​ຈັດ​ງານ​ສົນທະນາ​ເປັນ​ຕົ້ນ.

​ໃນ​ມໍ່ໆ​ມາ​ນີ້​, ສະມາຄົມ​ຈີນ​ທີ່​ນະຄອນຫຼວງວຽງ​ຈັນ​ໄດ້​ເຜີຍ​ແຜ່​ຖະ​ແຫຼງການ​ກ່ຽວ​ກັບ​ການ​ເດັດດ່ຽວ​ຄັດຄ້ານ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຂອງ​ຈີນ​ຈັດ​ໃຫ້​ມີ​ການ​ປ່ອນ​ບັດ​ປະຊາ​ມະຕິ​ເຂົ້າ​ອົງການ​ສະຫະ​ປະຊາ​ຊາດ ​ໂດຍ​ຂຽນ​ວ່າ: ​ເຈົ້າ​ໜ້າ​ທີ່​ເຊີນ​ຊູ​ຍປຽນ​ຂອງ​ໄຕ້​ຫວັນ​ແຫ່ງ​ປະ​ເທດ​ຈີນ​ຕົກລົງ​ຈະ​ຈັດ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ລົງ​ປະຊາ​ມະຕິ​ອັນ​ທີ່​ເອີ້ນ​ວ່າ: ​ໃນ​ນາມ​ໄຕ້​ຫວັນ​ເຂົ້າ​ອົງການ​ສະ​ຫະປະຊາ​ຊາດ. ພວກ​ເຮົາ​ເຫັນ​ວ່າ: ນີ້​ແມ່ນ​ການ​ກະທຳ​ທີ່​ມີ​ໂທດ​ກຳ​ແບ່ງ​ແຍກ​ປະ​ເທດ​ຊາດ​ຢ່າງ​ບັງ​ອາດ, ພວກ​ເຮົາ​ສະມາຄົມ​ຊຸກ​ຍູ້​ຈີນ​ເປັນ​ເອກະ​ພາບ​ໂດຍ​ສັນຕິ​ແຫ່ງ ສປປ ລາວ​ ແລະຊາວ​ຈີນ​ຕ່າງ​ດ້າວ​ຢູ່​ລາວ​ທັງ​ໝົດ​ສະ​ແດງ​ຄວາມ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ແລະ​ກ່າວ​ປະນາມ​ຢ່າງ​ແຮງ​ກ້າ. ພວກ​ເຮົາ​ເດັດດ່ຽວ​ສະໜັບ​ສະ​ໜູນ​ໃນ​ໂລກ​ນີ້​ມີ​ແຕ່​ປະ​ເທດ​ຈີນ​ປະ​ເທດດຽວ, ​ໄຕ້ຫວັນ​ເປັນ​ຜືນ​ແຜ່ນດິນ​ພາກສ່ວນ​ທີ່​ບໍ່ອາດ​ແບ່ງ​ແຍກ​ໄດ້ຂອງ​ຈີນ. ການ​ໃຊ້​ຂໍ້​ອ້າງ​ແນວ​ໃດ​ກໍ່ຕາມ, ຮູບ​ການ​ແນວ​ໃດ​ກໍ່ຕາມ​ມາ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທ​ດຊາດ​ລ້ວນ​ແຕ່​​ເປັນ​ການ​ກະທຳ​ທີ່​ເຮັດ​ໃຫ້​ຜົນ​ປະ​ໂຫຍ​ດຕົ້ນຕໍ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ 2 ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຂອງ​ຈີນ​ຖືກ​ເສຍ​ຫາຍ, ພວກ​ເຮົາ​ລ້ວນ​ແຕ່​ເດັດດ່ຽວ​ຄັດຄ້ານ​ແລະ​ກ່າວ​ປະນາມ​ຢ່າງຮຸນ​ແຮງ. ຖະ​ແຫຼງການ​ຍັງ​ຂຽນ​ວ່າ, ພວກ​ເຮົາ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຢູ່​ລາວ​ທັງ​ໝົດ​ຈະ​ປະກອບສ່ວນ​ຂອງ​ຕົນ​ເຂົ້າ​ໃນ​ພາລະກິດ​ເພື່ອ​ຊຸກ​ຍູ້​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໂດຍ​ສັນຕິ.

ນອກ​ນີ້, ວັນ​ທີ 19 ມີນາ​ນີ້, ບຸກຄົນ​ສະມາຄົມ​ຄົນ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍຫຼາຍຄົນ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ​, ກ່າວ​ປະນາມຢ່າງ​ຮຸນ​ແຮງ​ຕໍ່​​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນຊຸກ​ຍູ້​ໃຫ້​ຈັດ "ການ​ປ່ອນ​ບັດ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ".

ວັນ​ທີ 17 ມີນາ​ນີ້, ຜູ້​ແທນ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຢູ່​ນະ​ຄອນ​ບອມ​ເບໄດ້​ຈັດງານ​ສົນທະນາ, ຄັດ​ຄ້ານເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຊຸກ​ຍູ້​ໃຫ້​ຈັດ "ການ​ປ່ອນ​ບັດ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ".