ປີ 1920, ງານກິລາໂອລິມປິກຄັ້ງທີ 7 ໄດ້ຈັດຂຶ້ນຢູ່ອານທ໌ເວັບແຫ່ງແບນຊິກ. ເພ່ືອລະລຶກເຖິງນາຍແລະພົນທະຫານຂອງປະເທດສົນທິສັນຍາທີ່ເສຍສະຫຼະໃນສົງຄາມໂລກຄັ້ງທີໜຶ່ງ, ຄະນະກຳມະການຈັດງານກິລາໂອລິມປິກ ໄດ້ປຶກສາຕົກລົງໄຕ້ໄຟຢູ່ບ່ອນຈັດງານກິລາ, ເພ່ືອເປັນສັນຍະລັກແຫ່ງສັນຕິພາບ. ໃນເວລາແປວໄຟລຸກຂຶ້ນໄດ້ປະກອບເປັນພາບທ່ີສະຫງ່າຜ່າເຜີຍທີ່ສຸດ.
ເພື່ອສົ່ງເສີມຈິດໃຈໂອລິມປິກ, ເຜີຍແຜ່ມິດຕະພາບແລະສັນຕິພາບ, ເມື່ອປີ 1928, ຄະນະກຳມະການໂອລິມປິກສາກົນໄດ້ຜ່ານມະຕິ, ກຳນົດເປັນທາງການວ່າຕ້ອງຈັດພິທີອັນຄຶກຄື້ນໃນພິທີເປີດງານກິລາໂອລິມປິກ, ໄຕ້ທວນໄຟຢູ່ເທີງແທນໄຟສັກສິດ, ຖືການໄຕ້ທວນໄຟແລະການດັບທວນໄຟເປັນສັນຍະລັກແຫ່ງການເປີດງານແລະປິດງານ. ໃນງານກິລາໂອລິມປິກຄັ້ງທີ 9 ທີ່ຈັດຂຶ້ນຢູ່ເມືອງອຳສະແຕກດາມແຫ່ງໂຮນລັງໃນປີດຽວກັນກໍໄດ້ປະຕິບັດມະຕິດັ່ງກ່າວ. ໃນຄາວນັ້ນໄດ້ອີງຕາມປະເພນີຂອງງານໂອລິມປິກບູຮານ, ໄຕ້ທວນໄຟສັກສິດດ້ວຍແວ່ນນູນຢູ່ພູໂອລິມປິກເກຼັກ, ຜ່ານເກຼັກ ຢູໂກສະລາວີ ໂອຕຼີສ ເຢຍລະມັນເຂົ້າສູ່ໂຮນລັງ, ໃນທີ່ສຸດໄດ້ເຂົ້າສູ່ບ່ອນຈັດພິທີເປີດງານກິລາທີ່ເມືອງອຳສະແຕກດາມຕາມເວລາກຳນົດ, ໄຕ້ທວນໄຟທີ່ຕັ້ງຢູ່ທາດໄຟສັກສິດ.
ໃນງານໂອລິມປິກຄັ້ງທີ 11 ທີ່ຈັດຂຶ້ນຢູ່ແບກແລງແຫ່ງເຢຍລະມັນ, ໄດ້ເລີ່ມສົ່ງຕໍ່ທວນໄຟດ້ວຍວິທີໃຫ້ຄົນແລ່ນສົ່ງຕໍ່ຢ່າງເປັນທາງການ, ຄົນທັງຫຼາຍເຫັນວ່າໃຫ້ນັກກິລາສົ່ງຕໍ່ທວນໄຟດ້ວຍວິທີແລ່ນສົ່ງຕໍ່ນັ້ນ, ມີຜົນດີຕໍ່ການເປີດກວ້າງຜົນສະທ້ອນຂອງງານໂອລິມປິກ, ເຜີຍແຜ່ຈິດໃຈໂອລິມປິກ, ແຕ່ນັ້ນມາ ງານໂອລິມປິກກໍໃຊ້ຮູບການນີ້ໂດຍຕະຫຼອດ
|