ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-20 16:51:02    
ຜູ້​ເຫັນ​ເຫດ​ການ​ແລະ​ຜູ້​ຖືກ​ທຳ​ຮ້າຍ​ໃນ​ເຫດ​ການ​ຈາລະ​ຈົນ​ຢູ່​ລາ​ຊາ​ເລົ່າ​ປະສົບ​ການ​ຂອງ​ຕົນ

cri Author: dacai

ຫວ່າງ​ມໍ່ໆ​ນີ້,​​ໃຕ້​ການ​ສົມຮູ້​ຮ່ວມ​ຄິດ​ແລະ​ການ​ປຸກປັ່ນ​ຂອງ​ກຸ່ມ​ດາ​ໄລ​ລາ​ມະ,ພະສົງ​ສ່ວນ​ໜ້ອຍ​​ໃນນະຄອນ​ລາຊາ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ໄດ້​ພາກັນ​ກໍ່​ການ​ຈາລະ​ຈົນ,​ແລະ​ໄດ້​ທຳລາຍຄວາມ​ສະຫງົບ​ຂອງສັງຄົມຂອງ​ລາຊາ​ຢ່າງ​ໜັກໜ່ວງ,​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຕໍ່​ຊີວິດ​ແລະ​ຊັບ​ສິນຂອງ​ປະຊາຊົນ​ລາຊາ.​ເຫດການໃຊ້​ຄວາມ​ຮຸນ​ແຮງ​ຢູ່​ລາຊາດຳ​ເນີນ​ໄປ​ແນວ​ໃດ?ນັກ​ຂ່າວ​ວິທະຍຸ CRI ປະຈຳ​ເຂດ​ຕິ​ເບດ​ໄດ້​ສຳພາດ​ຜູ້​ເຫັນ​ກັບ​ຕາ​ແລະ​ຜູ້​ຖືກ​ທຳຮ້າຍ​ໃນ​ເຫດການ​ດັ່ງກ່າວ​ຫຼາຍ​ຄົນ.

ເວລາ 11 ​ໂມງ​​ຂອງວັນ​ທີ 14 ມີນາ​ນີ້,ຢູ່​ວັດຣາ​ໂມ​ເຊ ​ໂມ​ນາສ​ເທິຣີທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ນະຄອນລາຊາ,ມີພະສົງ​ຈຳນວນ​ໜຶ່ງ​ໄດ້​ໃຊ້​ກ້ອນ​ຫີນ​ແກວ່ງ​ໃສ່​ຕຳ​ຫຼວດທີ່​ພວມ​ປະຕິ​ບັດ​ໜ້າ​ທີ່​ຕາມ​ປົກກະຕິ,ຫຼັງ​ຈາກ​ນັ້ນ,ພວກ​ກໍ່​ການ​ຈາລະ​ຈົນ​ຈຳນວນ​ໜຶ່ງ​​ເລີ່ມ​ເຕົ້າ​ໂຮມ​ກັນ​ຢູ່​ຖະໜົນ,ຮ້ອງ​ຄຳ​ຂວັນ​ທີ່​ແບ່ງ​ແຍກ​ປະ​ເທດ​ຊາດ,ພວກ​ກໍ່​ການ​ຈາລະ​ຈົນ​ໄດ້​ທຸບ​ຕີ ປຸ້ນ​ຈີ້​ແລະ​​ເຜົາ​ຮ້ານ​ຄ້າ ​ໂຮງຮຽນ​ປະຖົມ​ແລະ​ມັດ​ທະ​ຍົມ ​ໂຮງໝໍ ທະນາຄານ​ແລະ​ໜ່ວຍງານ​ຖະ​ແຫຼ​ງຂ່າວ​ທີ່ຢູ່​ຕາມ​ແຄມ​ຖະ​ໜົນທີ່​ສຳຄັນ​ຂອງ​ນະ​ຄອນ​ລາຊາ,​ແລະ​ເຜົາ​ລົດຍົນຕາມ​ຖະໜົນ,​ໄລ່​ທຸບຕີ​ປະຊາຊົນ​ທີ່​ຍ່າງ​ຕາມ​ທາງ.​ເມື່ອ​ຫວນ​ຄືນ​ສະພາບ​ໃນ​ມື້​ນັ້ນ,ທ່ານ​ນີມາ​ຊື້​ເຣິນ ຜູ້ອຳນວຍການ​ໂຮງຮຽນ​ປະຖົມ​ໄຫ​ເຊິງນະຄອນ​ລາຊາ​ກ່າວ​ວ່າ:

"ພວກ​ກໍ່​ການ​ຈາລະ​ຈົນ​ກຸ່ມ​ນັ້ນ​​ໂຈມ​ຕີຕຶກ​ໂຮງຮຽນ​ພວກ​ເຮົາ​ຄື​ເປັນປ່ວງ​ບ້າ,​ຕໍ່​ສະພາບ​ແນວ​ນັ້ນ,ພວກ​ເຮົາ​ໄດ້​ສັ່ງ​ໃຫ້​ຄູ​ສອນ​ເອີ້ນ​ເອົານັກຮຽນ​ກັບ​ເຂົ້າຫ້ອງ​ຮຽນ​ໃນ​ທັນທີ,​ເພື່ອ​ປ້ອງ​ກັນ​ແລະ​ປອບຂວັນນັກຮຽນ.​ເຫດການ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ເກືອບ 1 ລ້ານ 4 ​ແສນ​ຢວນ​ແກ່​ໂຮງຮຽນ​ເຮົາ,​ແຕ່​ສິ່ງ​ທີ່​ໜັກ​ກວ່າ​ນັ້ນ​ແມ່ນ​ໄດ້​ເຮັດ​ໃຫ້ນັກຮຽນ​ປະຖົມ​ຂອງ​​ໂຮງຮຽນ​​ເຮົາ​ເສຍ​ຂວັນ​ຢ່າງ​ໜັກໜ່ວງ."

ເມື່ອ​ເວົ້າ​ເຖິງ​ເຫດການ​​ເທື່ອ​ນີ້,ນາງ​ດາ​ວາຢູຈົນ ນັກຮຽນ​ຫ້ອງປ.2​ເວົ້າ​ວ່າດຽວ​ນີ້​ຍັງຮູ້ສຶກ​ຢ້ານ​ກົວ​ຢູ່.

"​ໃນ​​ເວລາ​ນັ້ນ,ຫຼານ​ໄດ້​ເຫັນຄົນ​ກຸ່ມ​ໜຶ່ງ​ພວມທຸບ​ຕີ​ຕຳຫຼວດ,ຍັງ​ເຫັນຄົນອີກ​ກຸ່ມ​ໜຶ່ງ​ພວມ​ທຸບມ້າງຮ້ານ​ຄ້າ,ຫຼານ​ຢ້ານ​ກົວ​ທີ່​ສຸດ.ຢູ່​​ແຕ່ໃນ​ເຮືອນ 3 ມື້,ບໍ່​ກ້າ​ອອກ​ໄປ​ໃສ."

ຕາມ​ຮູ້​ວ່າ,​ໃນ​ເຫດການ​ຈາລະ​ຈົນ​ເທື່ອ​ນີ້,ກຸ່ມກໍ່​ການ​ຈາລະ​ຈົນໄດ້​ເຜົາ​ເຮືອນ​ປະຊາຊົນ​ແລະ​ຮ້ານ​ຄ້າ210ກວ່າ​ຫ້ອງ,ທັບ​ມ້າງ​ແລະ​ເຜົາ​ລົດຍົນ56ຄັນ,​ເຜົາ​ແລະ​ຂ້າ​ປະຊາຊົນ​ຜູ່​ບໍ່​ມີ​ໂທດ​ຫຍັງ13ຄົນ.

ໃນ​ຫ້ອງ​ຄົນ​ເຈັບຂອງ​ໂຮງໝໍ​ແຫ່ງ​ໜຶ່ງ​ຂອງ​ລາຊາ,ນັກ​ຂ່າວ​ເຫັນ​ທ້າວ​ເພີງ​ສຽວ​ໂປ່ ຜູ່​ຖືກ​ທຳຮ້າຍ.

ລາວເວົ້າວ່າ,ກຸ່ມ​ກໍ່​ຄວາມ​ວຸ້ນວາຍ​​ໃຊ້​ນ້ຳມັນ​ແລະ​ອາຍ​ແກັສຈູດ​ເຜົາ​ຮ້ານ​ຄ້າ4ຫຼັງ​ຂອງ​ຄອບຄົວ​ລາວ​. ຍ້ອນຕື່ນ​ຕົກ​ໃຈ ທ້າວເພີງສຽວ​ໂປ່​ກັບ​ຄອບຄົວ​ຈຳ​ເປັນ​ໄດ້​ໂດດ​ຈາກ​ຕຶກ,​​ເມຍ​ຂອງ​ລາວ ກະດູກ​ແອວ​ຫັກ,ອາວ​ແລະນ້ອງ​ສາວ​ຖືກ​ເຜົາ​ຈົນ​ເສຍ​ຊີວິດ​ຍ້ອນ​ໜີ​​ບໍ່​ທັນ.ລາວ​ເວົ້າວ່າ:

"ນ້ອງ​ສາວ​ຂອງ​ຂ້ອຍ​ອາຍຸ​ໄດ້18ປີ,​ເວລາ​ນັ້ນ ຂັ້ນ​ໄດ​ໄໝ້​ຂຶ້ນ​ແລ້ວ,​ແຕ່ນ້ອງ​ສາວ​ບໍ່​ກ້າ​ໂດດ​ອອກທາງປ່ອງຢ້ຽມ​,ຢາກ​ແລ່ນ​ໄປ​ລົງທາງ​ຂັ້ນ​ໄດ,​ແຕ່​ຂັ້ນ​ໄດ​ໄໝ້​​ແລ້ວ,ຫາ​ກໍ່​ຢຽບ​ ​ກໍ​ຫັກ​​ໂລດ,ສຸດ​ທ້າຍ​ນ້ອງ​ສາວຂອງ​ຂ້ອຍ​ກໍ່​​ຖືກ​​ໄຟເຜົາ​ຈົນ​ເສຍ​ຊີວິດ."

ຍາດພີ່ນ້ອງ​ເສຍ​ຊີວິດ​ເຮັດ​ໃຫ້​ປະຊາຊົນ​ຜູ່​ຖືກ​ທຳຮ້າຍ​ໃນ​ເຂດ​ລາຊາຄຽດ​ແຄ້ນ​ທີ່​ສຸດ, ການ​ກະທຳ​ທີ່​ໂຫດຮ້າຍປ່າ​ເຖື່ອນ​ຂອງ​ພວກ​ກໍ່​ການ​ຈາລະ​ຈົນເຮັດ​ໃຫ້​ບຸກຄົນ​ວົງ​ການ​ຕ່າງ​ໆ​ໃນ​ສັງຄົມ​ຕິ​ເບ​ດຄຽດ​ແຄ້ນ​ຫຼາຍ​ແລະ​ກ່າວ​ປະນາມ​ຢ່າງຮຸນ​ແຮງ.ປະຈຸ​ບັນ ປະຊາຊົນ​ຜູ່​ຖືກ​ທຳ​ຮ້າຍ​ໃນ​ເຫດການ​ຈາລະ​ຈົນ​ເທື່ອ​ນີ້​ໄດ້​ຖືກ​ສົ່​ງ​ໄປ​ໂຮງໝໍ​ແຫ່ງ​ຕ່າງໆ​ຂອງ​ນະຄອນ​ລາຊາ,​ແລະ​ພວມ​ໄດ້​ຮັບ​ການ​ປິ່ນປົວ​ຢ່າງ​​ເອົາ​ໃຈ​ໃສ່.

​ວັນ​ທີ20ມີນາ​ນີ້ ນັກ​ຂ່າວເຫັນ​ວ່າຢູ່​ເຂດ​ແລະ​ຖະໜົນສາຍ​ສຳຄັນ​ຂອງ​ເມືອງ​ລາຊາ​,ລົດຍົນ​ແລ່ນ​ໄປມາ​ຢ່າງ​ເປັນ​ປົກກະຕິ,ຮ້ານ​ຄ້າ​ສ່ວນ​ຫຼາຍ​ກໍ່​ເປີດ​ຄືນ​ໃໝ່,​ໂຮງຮຽນ​ຊັ້ນສູງ​,ປະຖົມ​ແລະ​ມັດ ທະຍົມ​​ເປີດ​ການ​ຮຽນ​ເປັນ​ປົກກະຕິ,ຄວາມ​ເປັນ​ລະ​ບຽບຮຽບຮ້ອຍ​ໃນສັງຄົມກໍ່​ຄືນ​ສູ່​ສະພາບປົກກະຕິ​ໂດຍ​ພື້ນຖານ.