ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-20 16:42:19    
ສະ​ໜາມ​ແຂ່ງ​ຂັນ​ລອຍ​ນ້ຳກ້ອນ​ນ້ຳ 4 ຫຼ່ຽນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງ​ເປັນ​ດີ​ໃນ​ການ​ທົດ​ລອງ​ແຂ່ງ​ຂັນ

cri

ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ສິງຫາ​ປີ​ນີ້, ​ເພື່ອ​ກວດ​ສອບສະໜາມ​​ກິລາແຫ່ງ​ຕ່າງໆ, ກວດກາ​ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມ​ປິກ, ​ຝຶກ​ຊ້ອມຄວາມພ້ອມ​ໃນ​ການ​ຈັດ​ງານຂອງ​ທີ​ມງານ​ໂອ​ລິ​ມປິກ, ​ນັບແຕ່​ຕົ້ນ​ເດືອນ​ກໍລະກົດ​ປີ​ກາຍ​ນີ້​ມາ​ຮອດ​ເວລາ​ທີ່​​ໃກ້​ຈະ​ຈັດ​ງານ, ຈີນ​​ໄດ້​ຈັດການ​ແຂ່ງຂັນ​ທົດ​ລອງ​ຕ່າງໆ​ທີ່​ມີ​ຫົວ​ຂໍ້​ວ່າ: ​ໂຊກດີ​ປັກ​ກິ່ງ. ​ໃນ​ນັ້ນ, ການ​ແຂ່ງຂັນ​ທົດ​ລອງທີ່​ຈັດ​ໃນ​ຫວ່າງ​ມໍ່ໆ​ນີ້​ກໍ່​ແມ່ນ​ການ​ແຂ່ງຂັນ​ຊິງ​ຂັນ​ໂລກ​ໂດດ​ນ້ຳຂອງສະຫະພັນ​ລອຍ​ນ້ຳ​ສາກົນ ຫຼື FINA ທີ່​ສິ້ນ​ສຸດລົງ​ໃນ​ວັນ​ທີ 24 ກຸ​ມພາ​ນີ້. ການ​ແຂ່ງຂັນ​ເທື່ອ​ນີ້​ແມ່ນ​ການ​ແຂ່ງຂັນ​ສາກົນ​ທີ່ສຳຄັນ​ເທື່ອ​ທີ​ສອງ​ທີ່​ຈັດ​ຂຶ້ນຫຼັງຈາກ​ສູນ​ລອຍ​ນ້ຳ​​ແຫ່ງຊາດ​ສ້າງ​ສຳ​ເລັດ​ແລະ​ເລີ່​ມ​ໃຊ້​ການ. ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ, "ກ້ອນນ້ຳ 4 ຫຼ່ຽມ" ຈະ​ຮັບຈັດການ​ແຂ່ງຂັນ​ຕ່າງໆ, ​ຄື: ການ​ລອຍ​ນ້ຳ, ​ໂດດ​ນ້ຳ​ແລະ​ລະບຳ​ໃນ​ນ້ຳ​ເປັນ​ຕົ້ນ. ​ໃນ​ການ​ແຂ່ງຂັນ​ທົດ​ລອງ, ສະໜາມ​ແຂ່ງຂັນ​ລອຍ​ນ້ຳ "ກ້ອນ​ນ້ຳ 4 ຫຼ່ຽມ"​ ​ໄດ້​ຮັບ​ຜົນ​ແນວ​ໃດນັ້ນ? ຕໍ່​ໄປ, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້.

ການ​ແຂ່ງຂັນໂດດ​ນ້ຳຊິງ​ຂັນ​ໂລກ​​​ອງ​ສະຫະພັນ​ລອຍ​ນ້ຳ​ສາກົນ​ທີ່​ຈັດ​ຂຶ້ນແຕ່​ວັນ​ທີ 19 ຫາ​ວັນ​ທີ 24 ກຸມພາ​ນີ້​ແມ່ນ​ພາກສ່ວນ​ອັນ​ສຳຄັນ​ຂອງ​ການ​ແຂ່ງຂັນທົດ​ລອງ​ທີ່​ໃຫ້​ຊື່ວ່າ "​ໂຊກດີ​ປັກ​ກິ່ງ", ​ແລະກໍ່​ແມ່ນ​ການ​ແຂ່ງຂັນ​ສາກົນ​ອັນ​ສຳຄັນ​ເທື່ອ​ທີ 2 ຫຼັງຈາກ​ຫໍ​ສະໜາມ​ລອຍ​ນ້ຳ "ກ້ອນ​ນ້ຳ 4 ຫຼ່ຽມ" ​ເລີ່​ມນ້ຳ​ໃຊ້​ແລ້ວ​. ​ໃນ​ໄລຍະ​ແຂ່ງຂັນ, ທ່ານ​ໂຄ​ເນ​ວ ມາ​ຄູ​​ເລັສຄູ ປະທານ​ ​ສະຫະພັນ​ລອຍ​ນ້ຳ​ສາກົນ​ພ້ອມ​ດ້ວຍ​ຄະນະ​ໄດ້​ສຳຫຼວດວຽກ​ງານ​ຕ່າງໆ​ໃນ​ການ​ແຂ່ງຂັນ​ຢູ່​ໃນສະໜາມ "ກ້ອນ​ນ້ຳ 4 ຫຼ່ຽມ". ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ເອວດັນ ​ກົດ​ຟຼີ ​ເຈົ້າ​ໜ້າ​ທີ່​ພະ​ແນ​ກ​ເຕັກນິກ​ສະຫະພັນ​ລອຍ​ນ້ຳ​ສາກົນ​ກ່າວ​ວ່າ.

"​ກ້ອນ​ນ້ຳ​ສີ່ຫຼ່ຽມ​ງາມ​ຫຼາຍ, ​ແມ່ນ​ສິ່ງ​ກໍ່ສ້າງ​ງາມ​ທີ່​ສຸດ​ໃນ​ໂລກ, ​ແມ່ນ​ສິ່ງ​ກໍ່ສ້າງ​ທີ່​ໜ້າ​ພູມ​ໃຈ​ຂອງ​ພວກ​ເຮົາ,​ຈັດ​ການ​ແຂ່ງຂັນ​ຢູ່​ບ່ອນ​ນີ້ເໝາະ​ສົມຫຼາຍ."

ພ້ອມ​ກັນ​ນັ້ນ, ສື່​ມວນ​ຊົນ​ຕ່າງໆ​ຂອງ​ໂລກ​ກໍ​​​ໄດ້​​ໃຫ້​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່"​ກ້ອນ​ນ້ຳສີ່​​ຫຼ່ຽມ". ​​ເພື່ອ​ສະ​ນອງ​ສະ​ພາບ​ແວດ​ລ້ອມ​ການ​ເຮັດ​ວຽກ​ທີ່​ສະ​ດວກ​ໃຫ້​ແກ່​ນັກ​ຂ່າວ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ,​ສູນ​ຖະ​ແຫຼ​ງຂ່າວ​ຂອງ​"ກ້ອນ​ນ້ຳ​ສີ່​ຫຼ່ຽມ"​ໄດ້​​ແບ່ງເຂດ​ເຮັດ​ວຽກ​ຂອງ​ສື່​ມວນ​ຊົນ​ທຸກ​ເຂດ​ຢ່າງ​ລະ​ອຽດ,​ຮັບ​ປະ​ກັນ​ໃຫ້​ວຽກ​ງານ​ຂອງ​ນັກ​ຂ່າວ​ບໍ່​ລົບ​ກວນ​ກັນ, ​ແລະ​ມີ​ອາ​ສາ​ສະ​ໝັກ​ທີ່​ໄດ້​ຮັບ​ການ​ອົບຮົມ​ສົ່ງ​ຂໍ້​ມູນ​ຂ່າວ​ສານ​ຕ່າງໆ​ໃຫ້​ຢ່າງ​ທັນ​ເວລາ​ໃນ​ໄລຍະ​ການ​ແຂ່ງ​ຂັນ.​ນອກ​ນີ້, ສູນ​ຖະ​ແຫຼງ​ຂ່າວ​ຍັງ​​ໄດ້​ຈັດ​ບ່ອນ​ພັກ​ຜ່ອນ​ເພື່ອ​​ໃຫ້​ນັກ​ຂ່າວ​ແລກ​ປ່ຽນ​ກັນ​ແລະ​ພັກ​ຜ່ອນ. ທ່ານ​ນິກ ມູ​ເວີນ​ນີ ນັກ​ຂ່າວ​ຂອງ​ຂ່າວ​ສານ​ລອຍ​ເຕີ​ຂອງ​ອັງ​ກິດ​ກ່າວ​ວ່າ:

"ພວກ​ເຮົາ​ຕ້ອງການການ​ບໍລິການ​ຂໍ້​ມູນ​ຂ່າວສານທີ່ວ່ອງ​ໄວ, ເຂົາ​​ເຈົ້າເຮັດ​ວຽກ​ນີ້​​ໄດ້ດີ​ຫຼາຍ.​ໃນ​ໄລ​ຍະ​ງານ​ກິລາ​ໂອ​ລິ​ມປິກ​ຈະ​ມີ​ນັກ​ຂ່າວຫຼຽຍມາ​ເອົາ​ຂ່າວ, ສະ​ນັ້ນ​ຈິ່ງ​ເວົ້າ​ວ່າ​ມັນ​ແມ່ນ​ວຽກ​ທີ່​ຫຍຸ້ງ​ຍາກ​ຫຼາຍ.​ການ​ຊ່ອຍ​ເຫຼືອ​ຂອງ​​ເຂົາ​ເຈົ້າ​ຈະ​ເຮັດ​ໃຫ້​ວຽກ​ຂອງ​ນັກ​ຂ່າວ​ສະ​ດວກ​ຂັ້ນ. ​ເມື່ອ​ເວົ້າ​ເຖິງ​ອາ​ສາ​ສະ​ໝັກ, ​ເຂົາ​​ເຈົ້າ​ມີ​ທ່າ​ທີ​ທີ່​ເປັນ​ມິດ​ແລະ​ຍິດ​ດີ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ແກ່​ຜູ້​ອື່ນ,​ຄວາມ​ຊ່ອຍ​ເຫຼືອ​ຂອງ​ເຂົາ​ເຈົ້າ​ສຳ​ຄັນ​ຫຼາຍ​ຕໍ່​ພວກ​ເຮົາ,​ສົ່ງ​ຂ່າວ​ໃຫ້​ພວກ​ເຮົາ​ຢ່າງ​ທັນ​ເວລາ, ​​ດີ​ຫຼາຍ."

ທ່ານ​ນິກ​ເຫັນ​ວ່າ,ຈຸດປະສົງ​ທີ່​ຈັດການ​ແຂ່ງຂັນ​ທົດ​ລອງ​ເທື່ອ​ນີ້​ແມ່ນ​ເພື່ອ​ຄົ້ນ​ຫາ​ບັນ​ຫາ,​ທ່ານ​ຮູ້​ສຶກ​ວ່າ​ອຸນ​ຫະ​ພູມ​ໃນ​ສະ​ໜາມ​ກິລາກ້ອນ​ນ້ຳສີ່​ຫຼ່ຽມ​ອ່າວ​ສູງ​,ດຽວ​ນີ້,ປັກ​ກິ່ງ​​ພໍ​ດີ​ແມ່ນ​ລະ​ດູ​ໜາວ,​ງານ​ກິ​ລາ​ໂອ​ລິ​ມປິກ​ແມ່ນຈັດ​ຂຶ້ນ​ໃນ​ລະດູ​ຮ້ອນ,​ສະ​ນັ້ນ,​ການ​ຄວບ​ຄຸມ​ອຸນ​ຫະ​ພູມ​ໃນ​ສະ​ໜາມ​ແຂ່ງ​ຂັນ​ລອຍ​ນ້ຳ​ນັ້ນ​ຍັງ​ຕ້ອງ​ປັບ​ໃຫ້​ເໝາະ​ສົມ​ຕື່ມ​ອີກ.

ຄຽງ​ຄູ່​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ໃກ້ຈະ​ວຽນມາ​ເຖິງ,ການ​ແຂ່ງ​ຂັນ​ທົດ​ລອງ​ລາຍ​ການ​ຕ່າງໆ​ຍັງ​ຈະ​ຈັດ​ຂຶ້ນຕໍ່​ໄປ,​ສະ​ໜາມ​ກິ​ລາ​ໂອ​ລິ​ມປິກ​ແຫ່ງ​ຕ່າງໆ​ກໍ​ຈະ​ເລີ່ມ​ນຳ​ໃຊ້​ຢ່າງ​ເປັນ​ລຳ​ດັບ.​ນະ​ຄອນ​ປັກ​ກິ່ງ​ກຳ​ລັງ​ຮັບ​ການ​ທົດ​ສອບ​ທຸກ​ເທື່ອ​ດ້ວຍ​ທ່າ​ທີ​ອັນ​ຕັ້ງ​ໜ້າ.