ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-20 17:35:52    
ການ​ແລກ​ປ່ຽນ​ຮ່ວມ​ມື​ກັບ​ສາ​ກົນ​ໄດ້​ກາຍ​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ຊຸກ​ຍູ້​ວິ​ທະ​ຍາ​ສາດ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ

cri
ຕາມ​ຂ່າວ cri:ວັນ​ທີ 20 ມີນາ​ນີ້ ສະມາຄົມ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ​ໄດ້​​ເຜີຍ​ແຜ່​ບົດ​ລາຍ​ງານ​ສະບັບ​ຫນຶ່ງ​ກ່າວ​ວ່າ, ການ​ແລກປ່ຽນ​ຮ່ວມ​ມື​ກັບ​ສາກົນ​ໄດ້​ກາຍ​ເປັນ​ປັດ​ໄຈ​ສຳຄັນ​ທີ່​ຊຸກ​ຍູ້​ວິທະຍາສາດ​ເຕັກນິກ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ.

ບົດ​ລາຍ​ງານ​ກ່າວ​ວ່າ, ການ​ຮ່ວມ​ມື​ກັບ​ສາກົນ​ໄດ້​ຊຸກ​ຍູ້​ຢ່າງ​ແຂງ​ແຮງ​ໃນການ​ປະຕິບັດແຜນການ​ຄົ້ນຄວ້າ​ວິທະຍາສາດ​ຂະຫນາດ​ໃຫຍ່​ຂອງ​ຈີນ, ຫມາກຜົນວິທະຍາສາດ​ເຕັກນິກ​ສຳຄັນຫລາຍຢ່າງ​ລ້ວນ​ແຕ່​ແມ່ນ​ໄດ້​ຮັບ​ໃນການ​ຮ່ວມ​ມື​ຄົ້ນຄວ້າລະຫວ່າງ​ຊາດ.​ຕົວຢ່າງ​ຄື​ດາວ​ທຽມ​ສຳ​ຫລວດຊັບພະຍາກອນຂອງໂລກ​ທີ່​ຈີນ​ກັບ​ປາ​ກີ​ສະຖານ​ຮ່ວມ​ມື​ຄົ້ນຄວ້າ​ຜະລິດ​ນັ້ນ​,​​ປັດຈຸບັນໄດ້​ຮັບ​ຜົນດີ​ຫລາຍ,​ແລະໄດ້​ກາຍ​ເປັນ​ແບບຢ່າງ​ແຫ່ງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໄຮ​ເທັກ​ລະຫວ່າງ​ປະ​ເທດ​ໂລກ​ທີ​ສາມ.ນອກ​ນີ້,ນັກວິທະຍາສາດ​ຈີນ​ຍັງ​ໄດ້​ຕັ້ງຫນ້າ​ເຂົ້າຮ່ວມ​ໂຄງການ​ຮ່ວມ​ມື​ຄົ້ນຄວ້າ​ສາກົນ​ທີ່​ສຳຄັນ​ເຊັ່ນ ​ເຄື່ອງ​ປະຕິ​ກອນ​ການ​ເຕົ້າ​ໂຮມ​ຂອງນິວ​ເຄຼຍຮ້ອນສາກົນ​ແລະ​ລະບົບ​ຕິດຕາມ​ສຳ​ຫລວດ​ທະ​ເລ​ທົ່ວ​ໂລກ​ເປັນຕົ້ນ, ​ໄດ້​ຍົກ​ບົດບາດຂອງ​ຈີນ​ໃນ​ຂົງ​ເຂດ​ຄົ້ນຄວ້າ​ວິທະຍາສາດ​ເຕັກນິກ​ທີ່​ກ່ຽວຂ້ອງ​ໃຫ້​ສູງ​ຂຶ້ນ.

ບົດ​ລາຍ​ງານ​ຍັງ​ຊີ້​ອອກ​ວ່າ, ຄວາມ​ສາມາດ​ປະດິດ​ສ້າງ​ໂດຍ​ຕົນ​ເອງ​ຍົກ​ສູງ​ຂຶ້ນ​ແລະ​ຄວາມ​ຕ້ອງການ​ອັນ​ຮີບ​ດ່ວນ​ໃນ​ການ​ພັດທະນາ​ສັງຄົມ​ກໍ່​ແມ່ນ​ສາ​ເຫດ​ສຳຄັນ​ທີ່​ຊຸກ​ຍູ້​ວິທະຍາສາດ​ເຕັກນິກຂອງ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ.