ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-21 11:03:09    
ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ວ່າ, ສົງ​ຄາມ​ອີ​ຣັກ​ເຮັດ​ໃຫ້​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ຊຸດ​ໂຊມ​ລົງ

cri
ຕາມ​ຂ່າວ​ສານ​ຊິ່ນ​ຮວາ: ວັນ​ທີ 20 ມີນາ​ນີ້, ​ໃນ​ເວລາ​ກ່າວ​ປາຖະ​ກະຖາ​ຢູ່​ລັດ​ເວິ​ຈິ​ເນຍຕາ​ເວັນ​ຕົກ, ທ່ານ​ບາຣັກ ​ໂອ​ບາ​ມາ ຜູ້​ສະໝັກ​ຮັບ​ເລືອກຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ອາ​ເມ​ລິ​ກາ, ສະມາຊິກ​ສະພາ​ສູງ​ຂອງລັດ​ອິລິ​ໂນ​ອິສ​ຊີ້​ອອກ​ວ່າ, ການ​ໃຊ້​ຈ່າຍ​ອັນ​ໃຫຍ່​ຫຼວງ​ຂອງ​ສົງຄາມ​ອີຣັກ​ໄດ້​ເຮັດ​ໃຫ້​ເສດຖະກິດ​ອາ​ເມ​ລິ​ກາ​ຊຸດ​ໂຊມ​ລົງ.

ທ່ານ​ຊີ້​ອອກ​ວ່າ​, ນັບ​ມາ​ຮອດ​ປະຈຸ​ບັນ, ການ​ໃຊ້​ຈ່າຍ​ເພື່ອ​ສົງຄາມ​ອີຣັກ​ໂດຍ​ກົງ​ຂອງ​ອາ​ເມ​ລິ​ກາ​ໄດ້​ບັນລຸ​ເກືອບ 500 ຕື້​ໂດ​ລາ, ຕາມ​ຝ່າຍ​ທີ່​ກ່ຽວຂ້ອງ​ຄາດ​ຄະ​ເນ​ວ່າ, ​ໃນ​ທີ່​ສຸດ, ອາດ​ຈະ​ບັນລຸ 3000 ຕື້​ໂດ​ລາ. ສົງຄາມ​ບັ້ນນີ້​ແມ່ນ​ປັດ​ໄຟ​ອັນ​ສຳຄັນ​ທີ່​ເຮັດ​ໃຫ້​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ສູງ​ຂຶ້ນ​ແລະ​ໜີ້​ສິນ​ຂອງ​ລັດ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງຫຼາຍ​ໂດຍ​ໄວ, ​ແລະ​ປະຈຸ​ບັນ, ສະ​ເລ່ຍ​ແລ້ວ, ​ແຕ່ລະ​ຄອບຄົວ​ອາ​ເມ​ລິ​ກາ​ຕ້ອງ​ຫາບ​ແບກ​ປະມານ 100 ​ໂດ​ລາ​ຕໍ່​ເດືອນໃຫ້​ສົງຄາ​ມອີຣັກ.​ເງິນ​ເຫຼົ່ານີ້​ແຕ່​ເດີມ​ສາ​ມາດ​ໃຊ້​ສຳລັບ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເຊັ່ນ​ປັບປຸງ​ລະບົບ​ປິ່ນປົວ​ພະຍາດ​, ສ້ອມແປງ​ເສັ້ນ​ທາງ​ແລະ​ຂົວ​ເປັນ​ຕົ້ນ.

ການ​ສຳຫຼວດ​ປະຊາ​ມະຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ປີ​ນີ້,​ເສດຖະກິດ​ແລະ​ສົງ​ຄາມ​ອີ​ຣັກ​ແມ່ນ​ສອງ​ບັນຫາ​ທີ່​ປະຊາຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ​ຫຼາຍ​ກວ່າ​ໝູ່. ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ແລະ​ພັກ​ສາທາ​ລະນະ​ລັດ​ມີ​ຄວາມ​ເຫັນຕ່າງ​ກັນ​ຫຼາຍ​ກ່ຽວ​ກັບ​ບັນຫາ​ສົງ​ຄາມ​ອີຣັກ.