ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-21 14:41:49    
ອາ​ເມ​ລິ​ກາ​ແລະ​ກາ​ຊັກ​ສະ​ຖານ​ຄັດ​ຄ້ານ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຊຸກ​ຍູ້​ໃຫ້​ຈັດ "ການ​ຢັ່ງ​ປະ​ຊາ​ມະ​ຕິ​ເພື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະຊາ​ຊາດ"

cri
ຕາມ​ຂ່າວ CRI: ວັນ​ທີ 19 ​ແລະ​ວັນທີ 20 ມີນາ​ນີ້, ອາ​ເມ​ລິ​ກາ​ແລະ​ກາ​ຊັກ​ສະຖານ​ຕ່າງ​ໄດ້​ກ່າວ​ວ່າ, ​ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ, ​ຄັດ​ຄ້ານ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຊຸກ​ຍູ້​ໃຫ້​ຈັດ "ການຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ".

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ມີນາ​ນີ້, ທ່ານທ້ອມ ​ແຄ​ຊີ ​ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຄັດ​ຄ້ານ​ໄຕ້​ຫວັນ​​ຈັດ "ການ​ຢັ່ງປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ". ອາ​ເມ​ລິ​ກາ​ເຫັນ​ວ່າ, ​ໄຕ້​ຫວັນ​ຈັດ "ການ​ຢັ່ງປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ" "​ອາດ​ຈະ​ເຮັດ​ໃຫ້​ສະຖານະ​ການ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ​​ເຄັ່ງ​ຕຶງ​ຂຶ້ນ". ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຫວັງ​ໃຫ້​ສອງ​ຝັ່ງ​ຊ່ອງ​ແຄບ​ດຳ​ເນີນ​ການ​ສົນທະນາ.

ວັນ​ທີ 20 ມີນາ​ນີ້, ຢູ່​ອັສຕາ​ນາ ນະ​ຄອນ​ຫຼວງ​ກາ​ຊັກ​ສະຖານ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ CRI, ທ່ານ​ນູລານ ເຢີ​ເມັກ​ບາ​ເຢັຟ ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກາ​ຊັກ​ສະຖານ​ເວົ້າ​ວ່າ, ກາ​ຊັກ​ສະຖານ​ຄັດຄ້ານ​ການ​ກະທຳ​ແບ່ງ​ແຍກ​ໄຕ້​ຫວັນດ້ວຍ​ຮູບ​ການ​ໃດໆ​​. ທ່ານ​ເຢີ​ເມັກ​ບາ​ເຢັຟ ຊີ້​ອອກ​ວ່າ, ກາ​ຊັກ​ສະຖານ​ເຫັນ​ວ່າ ​ໄຕ້​ຫວັນ​ເປັນ​ພາກສ່ວນ​ໜຶ່ງ​ທີ່​​​ແບ່ງ​ແຍກ​ບໍ່​ໄດ້​ຂອງ​ດິນ​ແດນ​ຈີນ, ລັດຖະບານ​ສາທາ​ລະນະ​ລັດ​ປະຊາຊົນ​ຈີນ​ແມ່ນ​ລັດຖະບານ​ຕາງໜ້າ​ປະຊາຊົນ​ຈີນ​ທີ່​ຊອບ​ດ້ວຍ​ກົດໝາຍ​ພຽງ​ລັດຖະບານດຽວ.