ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-21 16:24:17    
ບັນທຶກ​ຄວາມ​ເປັນ​ຈິງ​ກ່ຽວ​ກັບ​ເຫດ​ການ​ຈະ​ລາ​ຈົນ​14​ມີນາ​ຢູ່​ລາ​ຊາ​ເທດ​ສະ​ບານ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ

cri Author: cai

ຕາມ​ຂ່າວCRI: ທ່ານ​ຜູ່​ຟັງ,ວັນ​ທີ20​ມີນາ​ນີ້,CCTVຂອງ​ຈີນ​ໄດ້​ສາຍຮູບ​ເງົາ​ບັນທຶກ​ເຫດການ​ກໍ່​ການຈະລາຈົນ​ໃນ​ວັນ​ທີ14​ມີນາ​ຢູ່​ນະຄອນລາຊາ,​ເປີດ​ເຜີຍລາຍ​ລະອຽດ​ຂອງ​ເຫດການ​ນີ້ຫຼາຍ​ກວ່າ​ເກົ່າ.

ຕອນ​ເຊົ້າວັນ​ທີ14​ມີນາ​ນີ້,ຢູ່​ວັດຣາ​ໂມ​ເຊ​ໂມ​ນາສ​ເທີຣີຢູ່​ພາກຕ​າ​ເວັນ​ອອກສຽງ​ເໜືອຂອງ​ເມືອງ​ລາຊາ ​ພະສົງຈຳນວນ​ໜຶ່ງ​ແກວ່ງ​ກ້ອນ​ຫີນ​ໃສ່​ຕຳຫຼວດ​ທີ່​ລາດ​ຕະ​ເວນ​ຕາມ​ຖະໜົນ,ຫຼັງ​ຈາກ​ນັ້ນ,ພວກ​ກໍ່​ການ​ຈະລາຈົນ​ເລີ່​ມ​ເຕົ້າ​ໂຮມ​ກັນຕາມ​ຖະໜົນ​ຫົນທາງ, ຮ້ອງຄຳ​ຂັວນ​ແບ່ງແຍກ​ປະ​ເທດ​ຊາດ,ສະພາບການນີ້​ແຜ່​ລາ​ມໄວຫຼາຍ.

ຢູ່​ໃຈກາງ​ນະຄອນ​ລາຊາ,ພວກ​ກໍ່​ການ​ຈະລາຈົນ​ຢ່າງ​ຜິດ​ກົດໝາຍ​ພາກັນ​ຕີ ທັບ​ມ້າງ ປຸ້ນ​ແລະ​ເຜົາ​ຢູ່​ທຸກ​ແຫ່ງ​ຫົນ.ຮ້ານ​ຊູ​ເບີ​ມາ​ເກັດ ຮ້ານ​ຄ້າ ​ແລະ​ຮ້ານ​ອາຫານ​ຫຼາຍ​​ແຫ່ງ​ຖືກ​ເຜົາ​ໄໝ້​ໄປ​ໝົດ.​ໃນ​ຮ້ານ​ເສື້ອ​ຜ້າ​​ແຫ່ງ​ໜຶ່ງ​ທີ່​ຖືກ​ໄຟ​ເຜົາ,ຍິງສາວ5ຄົນທີ່​ກຳລັງ​ເຮັດ​ວຽກຖືກ​ເຜົາ​ຈົນ​ເສຍ​ຊີວິດ​ຍ້ອນ​ໜີ​ບໍ່​ທັນ. ນາງ​ໂຈ​ໝ້າ ​ແມ່ນຜູ່​ດຽວ​ທີ່​ລອດ​ຕາຍຈາກ​ທະ​ເລ​ໄຟ​​ໃນຮ້ານ​ນີ້,​ໃນ​ເວລາ​ຫວນ​ຄືນ​ເຫດ​ການຕອນນັ້ນ,ນາງ​ເວົ້າວ່າ:

"ປະຕູ​ຂອງ​ພວກ​ເຮົາ​ແມ່ນ​ເຮັດ​ດ້ວຍ​ແກ້ວ,​ເວລາພວກ​ເຂົາທຸບ​ຕີ​,ມີ​ສຽງ​ດັງ​ແຮງ​ຫຼາຍ​ແລະແຕກ​ໝົດ.ພວກ​ເຮົາຢ້ານຈົນ​ຮ້ອງ​ໄຫ້​ຂຶ້ນ,​ແຕ່ລະ​ຄົນ​ກໍ່​ສັ່ນທົດໆ,ບໍ່​ກ້າ​ປາກ.ຂ້ອຍ​ບໍ່​ນຶກ​ບໍ່​ຝັນ​ເລີຍ​ວ່າຈະເກີດ​ເຫດ​ການ​ແນວນີ້,ຕອນ​ເຊົ້າ​ພວກ​ເຮົາ​ຍັງ​ໄປ​ເຂົ້າ​ການ​ຢ່າງ​ສະ​ບາຍ​ອົກ​ສະ​ບາຍ​ໃຈ,ຊ້ຳພັດ​ເກີດ​ເຫດການ​ຄື​ແນວ​ນີ້​ຢ່າງ​ກະທັນ​ຫັນ.ຂ້ອຍ​ຢາກ​ຖາມກຸ່ມ​ກໍ່​ການ​ຈາລະ​ຈົນ​ເຫຼົ່າ​ນັ້ນ​ວ່າ,​ເປັນ​ຫຍັງ​ພວກ​ເຈົ້າ​ຕ້ອງ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມ​ຜິດ​ຫຍັງ​ຫຼາຍ​ປານ​ນີ້?"

ໃນ​ເຫດການ​ຈາລະ​ຈົນ​ເທື່ອ​ນີ້,ກຸ່ມ​ກໍ່​ການ​ຈາລະ​ຈົນ​ໄດ້​ໃຊ້​ວິທີ​ທີ່ໂຫດຮ້າຍປ່າ​ເຖື່ອນ​ທີ່​ສຸດ.ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ພວມຂັບ​ລົດ​ຈັກຖືກ​ກຸ່ມ​ກໍ່​ການ​ຈາລະ​ຈົນ​ລັດຢູ່​ກາງ​ທາງ,ສິບ​ກວ່າ​ຄົນ​ໃຊ້​ດິນ​ຈີ່​ແກວ່ງ​ໃສ່​ຫົວ​ຂອງ​ລາວ,ຕາ​​ເບື້ອງ​ຂວາຂອງ​ລາ​ວຖືກ​ຕີຈົນ​ບອດ,ຫູ​ເບື້ອງ​ຊ້າຍ​ຖືກ​ຕັດ.ສິ່ງ​ທີ່​ບໍ່​ໜ້າ​ເຊື່ອແມ່ນ,​​ແພດ​ໝໍ​ທີ່​ອອກ​ມາກ​ອບກູ້​ຊ່ວຍ​ເຫຼືອຄົນທີ່​ໄດ້​ຮັບ​ບາດ​ເຈັບ​ນັ້ນ​ກໍ່​​ໄດ້ກາຍ​ເປັນ​ເປົ້າ​ໝາຍ​ໂຈມ​ຕີ​ຂອງ​ກຸ່ມ​ກໍ່​ການ​ຈາລະ​ຈົນຄື​ກັນ.

ພາຍຫຼັງ​ເກີດ​ເຫດການ​ຈາລະ​ຈົນ​ຢູ່​ນະຄອນ​ລາຊາ​ແລ້ວ,​ອົງການ​ປົກຄອງເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ໄດ້​ສົ່ງຕຳຫຼວດ​ໄປ​ຮັກສາ​ຄວາມ​ສະຫງົບ​ຂອງ​ສັງຄົມ,ປົກ​ປັກ​ຮັກສາ​ຊີວິດ​ແລະຄວາມ​ປອດ​ໄພທາງ​ຊັບ​ສິນ​ຂອງ​ປະຊາຊົນ.ຈາກ​ໂທລະພາບ,ພວກ​ເຮົາ​​ເຫັນ​ໄດ້​ວ່າ,​ເວ​ລາ​ຕຳ​ຫຼວດ​ປະຕິບັດ​ໜ້າ​ທີ່,ບໍ່​ໄດ້​ໃຊ້​ອາວຸດ​ໃດໆ​ເລີຍ,ມີ​ແຕ່​ຍົກກຳ​ບັງ,​ເພື່ອ​ໄລ່​ກຸ່ມ​ກໍ່​ການ​ຈາລະ​ຈົນ​ໃຫ້​ໜີ​ໄປ,​ແຕ່​ວ່າ,ພວກ​ເຂົາ​ເຈົ້າ​ພັດ​ຖືກ​ກຸ່ມ​ກໍ່​ການ​ຈາລະ​ຈົນໂຈມ​ຕີ​ດ້ວຍ​ກ້ອນ​ຫີນ ດິນ​ຈີ່​ແລະ​ພ້າມີດ.

ຕາ​ມສະຖິຕິ, ​ໃນ​ເຫດການ​ເທື່ອ​ນີ້, ຄົນ​ຮ້າຍ​ໄດ້​ຈູດ​ເຜົາ​ເຮືອນ​ແລະ​ຮ້ານ​ຄ້າ 216 ແຫ່ງ, ທຳລາຍ​ແລະ​ຈູດ​ເຜົາ​ລົດ 56 ຄັນ, ຂ້າ​ແລະເຜົາ​ປະຊາຊົນທີ່​ບໍ່​ມີ​ຄວາມ​ຜິດຫຍັງ​​ເສຍ​ຊີວິດ13 ຄົນ.

ທ່ານ​​ໄບມາ​ຊິ​ຫຼິນ ​ເຈົ້າ​ໜ້າ​ທີ່​​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດກ່າວ​ວ່າ, ມີ​ຫຼັກ​ຖານ​ອັນ​ພຽງພໍທີ່​ຢັ້ງ​ຢືນ​ວ່າ, ການ​ເຄື່ອນ​ໄຫວ​ທຳລາຍດ້ວຍ​ການທຸບ​ຕີ ທັບ​ມ້າງ​ແລະ​ຈູດ​ໄຟ​ເຜົາ​ທີ່​ເກີດ​ຂຶ້ນ​ຢູ່​ລາຊາເທື່ອ​ນີ້​ແມ່ນ​ກຸ່ມ​ດາ​ໄລ​ລາ​ມະວາງ​ແຜນ​ແລະ​ປຸກ​ປັ່ນ​ກໍ່​ຂຶ້ນຢ່າງ​ມີ​ການຈັດ​ຕັ້ງ​ຄັກ​ແນ່. ທ່ານ​ກ່າວ​ວ່າ:
"ກຸ່ມ​ດາ​ໄລ​ລາ​ມະ​ສວຍ​ໃຊ້​ທຸ​ກວິທີ​, ຕິດ​ຕໍ່​ກັບ​ພະສົງ​ຈຳນວນ​ໜຶ່ງຂອງ​ເຂດ​ຕິ​ເບ​ດ, ​ແລະ​ສົ່ງ​ຄ່ຳ​ສັ່ງ​ໄປ​ເຂດ​ຕິ​ເບ​ດດ້ວຍ​ຊ່ອງ​ທາງ​ຕ່າງໆ. ພ້ອມ​ກັນ​ນັ້ນ, ກຸ່ມ​ດາ​ໄລລາ​ມະ​ຍັງ​ປຸກ​ປັ່ນ​ແລະ​ຕົວະ​ຍົວະ​ປະຊາຊົນ​ທີ່​ບໍ່​ຮູ້​ຄວາມ​ຈິງ​ດ້ວຍ​ວິທີ​ຕ່າງໆ, ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ກໍ່​ເຫດການ​ຈະລາຈົນທີ່​ຄົນ​ຈຳນວນໜ້ອຍ​ກໍ່​ຂຶ້ນ."

ຕາມ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດກ່າວ​ວ່າ, ນັບ​ມາ​ຮອດ​ເວລາ 22 ​ໂມງ ວັນ​ທີ 19 ມີນາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ນະຄອນ​ລາຊາ​ໄດ້​ມີ​ຜູ້​ເຂົ້າ​ຮ່ວມກໍ່​ເຫດຈະລາຈົນປະມານ 170 ຄົນເຂົ້າ​ມອບ​ຕົວ. ວັນ​ທີ 20 ມີນາ​ນີ້, ນັກຂ່າວ​ສັງ​ເກດ​ຢູ່​​​ເຂດ​ແລະ​​ເສັ້ນທາງ​ສຳຄັນຂອງ​ນະຄອນ​ລາຊາ​ວ່າ, ຢູ່​ຖະໜົນ​ສາຍຕ່າງໆ​​ໄດ້​ມີ​ລົດ​ແລ່ນ​​ຢ່າງ​ເປັນ​ປົກກະຕິ, ຮ້ານ​ຄ້າ​ສ່ວນ​ຫຼາຍ​ໄດ້​ຟື້ນ​ຟູການ​ບໍລິການ​ແລ້ວ, ​ໂຮງຮຽນ​ຊັ້ນ​ສູງ​ແລະ​ໂຮງຮຽນ​ປະຖົມ​ມັດ​ຖະຍົມ​​ໄດ້​ເຂົ້າ​ຮຽນ​ຢ່າງ​ປົກ​ກະຕິ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສັງຄົມ​ຂອງ​ນະ​ຄອນ​ລາຊາ​ໄດ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໃນ​ພື້ນຖານ​ແລ້ວ.