ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-21 16:50:17    
ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຈີນ​ເຈລະຈາ​ກັບ​ລັດຖະມົນຕີ ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ສ.​ເກົາຫຼີ

cri

ຕາມ​ຂ່າວCRI: ວັນ​ທີ 21 ມີນາ​ນີ້ຢູ່​ທີ່​ປັກ​ກິ່ງ, ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຈລະຈາ​ກັບ​ທ່ານ​ຢຸມຸງ​ຮວນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ສ.​ເກົາຫຼີ, ສອງ​ຝ່າຍ​ກ່າວ​ວ່າ​ຈະ​ຮ່ວມ​ກັນ​ພະຍາຍາມ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຍຸດ​ທະ​ສາດ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ, ຊຸກຍູ້​ການ​ແລກປ່ຽນ​ດ້ານ​ວິຊາ​ການ, ຍົກ​ສູງ​ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບສ.​ເກົາຫຼີ​ຕື່ມ​ອີກ, ຊຸກຍູ້​ສັນຕິ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

​ໃນ​ເວລາ​ກ່າວ​ເຖິງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ທ່ານ​ຢຸມຸງ​ຮວນ​ກາວ​ວ່າ, ສ.​ເກົາຫຼີ​ຈະ​ອອກ​ແຮງ​ສຸດ​ຂີດສະໜັບສະໜູນ​ປັກ​ກິ່ງ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ​, ຄັດຄ້ານ​​ການເອົາ​ງານ​ກິລາ​ໂອ​ລິ​ມປິກ​ກ່ຽວ​ພັນ​ກັບ​ການ​ເມືອງ, ​ເຊື່ອ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ກາຍ​ເປັນ​ງານ​ມະ​ໂຫລານ​ຂອງ​ອາຊີ​ກໍ​ຄື​ຂອງ​ໂລກ.