|
 |
(GMT+08:00)
2008-03-21 17:21:45
|
 |
ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າສ.ເກົາຫລີຫວັງໃຫ້ນັກກິລາທົ່ວໂລກເຂົ້າຮ່ວມງານກິລາໂອລິມປິກປັກກິ່ງ
cri
ຕາມຂ່າວສານຊີນຮວາ: ວັນທີ 21 ມີນານີ້ ຢູ່ປັກກິ່ງ ທ່ານຢູມຽງຮວນ ລັດຖະມົນຕີວ່າການກະຊວງການຕ່າງປະເທດແລະການຄ້າສາທາລະນະລັດເກົາຫລີກ່າວວ່າ, ຫວັງໃຫ້ນັກກິລາທົ່ວໂລກພ້ອມກັນເຂົ້າຮ່ວມງານກິລາໂອ ລິມປິກປັກກິ່ງ,ເພື່ອເພີ່ມຄວາມເຂົ້າໃຈກັນໃນການແລກປ່ຽນດ້ານກິລາ.
ມື້ດຽວກັນ, ທ່ານຢູມຽງຮວັນໄດ້ໄປຊົມສູນວາງສະແດງກິດຈະການງານກິລາໂອລິມປິກປັກກິ່ງ ສະຫນາມກິລາແຫ່ງຊາດຄື ສະຫນາມກິລາຮັງນົກທີ່ເປັນສະຫນາມກິລາກາງຂອງງານກິລາໂອລິມປິກປັກກິ່ງແລະສູນລອຍນ້ຳແຫ່ງຊາດຄື ສະຫນາມກິລາກ້ອນນ້ຳສີ່ຫລ່ຽມ.ທ່ານກ່າວວ່າ, ປະຊາຊົນສາທາລະນະລັດເກົາຫລີມີຄວາມຫ້າວຫັນຫລາຍໃນການເຂົ້າຮ່ວມງານກິລາໂອລິມປິກປັກກິ່ງ, ຊາວຫນຸ່ມຢ່າງຫລວງຫລາຍພາກັນຢາກມາຊົມການແຂ່ງຂັນຢູ່ປັກກິ່ງ.ທ່ານເຊື່ອວ່າຂະຫນາດແລະລະດັບງານກິລາໂອລິມປິກປັກກິ່ງຈະລື່ນກາຍທຸກຄັ້ງທີ່ຜ່ານມາ.
ໃນເວລາມີນັກຂ່າວຖາມເຖິງເລື່ອງມີຄົນຈຳນວນຫນຶ່ງຢາກຂວ້ຳບາດງານກິລາໂອລິມປິກນັ້ນ, ທ່ານຢູມຽນຮວນກ່າວວ່າ, ຂ້າພະເຈົ້າເຫັນວ່າກິລາຄວນຢູ່ເຫນືອທັດສະນະຂອງສ່ວນບຸກຄົນ, ບໍ່ກ່ຽວກັບລະບອບຂອງປະເທດ, ໃນການເຄື່ອນໄຫວດ້ວຍກິລາ ມວນມະນຸດຄວນເຊື່ອມໂຍງເຂົ້າເປັນອັນດຽວກັນ.
|
|
|