ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-21 18:30:33    
ຊາວ​ຕິ​ເບດ​ຢູ່​ເຢັນ​ເປັນ​ສຸກ​ໃນ​ທ່າມ​ກາງ​ຄວາມ​ສີ​ວິ​ໄລ​ທັນ​ສະ​ໄຫມ​​ແລະ​​ເສ​ລີ​ພາບ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ

cri
ຕາມ​ຂ່າວສານ​ຊີ​ນຮວາ: ​ເຂດ​ຕິ​ເບ​ດ​ໃນ​ຊູ່​ມື້​ນີ້ ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ​ໃນ​ທ່າມກາງ​ຄວາມ​ສີວິ​ໄລ​ທັນ​ສະ​ໄຫມ​ແລະ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ.

ດຽວນີ້ ຕິ​ເບ​ດມີ​ຊຸບ​ເປີ​ມາ​ເກັດ​ແລ້ວ, ປະຊາຊົນ​ຕິ​ເບ​ດບໍ່​ຕ້ອງ​ເປັນ​ຫ່ວງ​ວ່າ​ຈະ​ບໍ່​ມີ​ອາຫານ​ສົດອີກ.ພ້ອມ​ກັນນັ້ນ, ​ໂທລະສັບ​ມື​ຖື​ແລະ​ອິນ​ເທີ​ແນັດ​ກໍ່ພວມ​ກາຍ​ເປັນ​ພາກສ່ວນ​ຫນຶ່ງ​ທີ່​ຂາດ​ເຂີນ​ບໍ່​ໄດ້​ໃນ​ຊີວິດ​ຮຸ່ນ​ຊາວ​ຫນຸ່ມຂອງ​ຊົນ​ເຜົ່າບູຮານ​ເກົ່າ​ແກ່​ເທິງ​ພູ​ພຽງ​​ແຫ່ງນີ້.ຊີວິດ​ການ​ເປັນ​ຢູ່​ທີ່​ທັນ​ສະ​ໄຫມ​ບໍ່​​ແມ່ນມີ​ແຕ່​ຢູ່​ໃນ​ຕົວ​ເມືອງ​ທໍ່​ນັ້ນ, ​ແຕ່​ໄດ້ຄ່ອຍໆ​ຂະຫຍາຍ​ໄປ​ຮອດເຂດ​ກະສິກຳ​ແລະ​ລ້ຽງ​ສັດ​ທີ່ຫ່າງ​ໄກ​ສອກຫລີກ​ແລ້ວ.

​ໃນ​ສອງ​ປີກ​ວ່າ​ແຕ່​ໄດ້​ປະຕິບັດ​ໂຄງການ​ໃຫ້​ຊາວ​ກະສິກອນ​ແລະ​ຊາວ​ລ້ຽງສັດ​ມີ​ເຮືອນ​ຢູ່​ເປັນ​ບ່ອນ​ເປັນ​ທີ່​ມາ​ນີ້,​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຕິ​ເບ​ດ​ໄດ້​​ລົງທຶນ 7 ຕື້​ກວ່າ​ຢວນ,​ເຮັດ​ໃຫ້​ຊາວ​ກະສິກອນ​ແລະ​ຊາວ​ລ້ຽງ​ສັດ​ເກືອບ 6 ​ແສນ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.ພ້ອມ​ກັນນັ້ນ ລັດຖະບານ​ໄດ້ງົບປະມານກ້ອນ​ໃຫຍ່​ປະຕິສັງຂອນ​ວັດວາອາ​ຮາມ, ການ​ເຄື່ອນ​ໄຫວ​ສາສະຫນາ​​ປົກກະຕິ​ຂອງ​ຄູບາ​ອາຈານ​ໄດ້​ຮັບ​ການ​ສະຫນັບສະຫນູນ​ແລະ​ປົກ​ປັກ​ຮັກສາ​ຈາກ​ລັດ.

ຫວ່າງ​ມໍ່ໆ​ນີ້ ທ່ານ​ຊຽງ​ບາ​ຜິ​ງ​ໂຊ ປະທານ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ ກ່າວ​ວ່າ, ວຽກ​ງານ​ທຸກ​ລາຍ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ຮັບ​ຜົນງານ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ​ການ​ເຊື່ອ​ຖື​ສາສະຫນາ​ຂອງ​ຕິ​ເບ​ດ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ແລະ​ປົກ​ປັກ​ຮັກສາ, ຕິ​ເບ​ດ​ໄດ້​ກ້າວເຂົ້າສູ່​ໄລຍະຮຸ່ງ​ເຮືອງແຫ່ງ​ການ​ພັດທະນາ​ໃນ​ປະຫວັດສາດ​ແລ້ວ.